ວິທີເຮັດເຂົ້າໜົມແໜບໃສ້ໝາກພ້າວອ່ອນ

244

ຂຶ້ນຊື່ເຂົ້າໝົມຫວານກໍຈະມີຫຼາກຫຼາຍເມນູ ແຕ່ເມນູທີ່ຈະມາແນະນຳໃນມື້ນີ້ກໍຄື ເຂົ້າໜົມແໜບ ເຊິ່ງໃນຊ່ວງຍາມບຸນຈະເປັນເຂົ້າໜົມຢ່າງໜຶ່ງທີ່ນິຍົມເອົາໄປໃສ່ບາດ ແລະ ມື້ນີ້ເຮົາກໍມີສູດເຮັດເຂົ້າໜົມແໜບມາໃຫ້ຜູ້ອ່ານໄດ້ລອງນຳໄປເຮັດເບິ່ງ.

ສ່ວນປະກອບທັງໝົດມີ:

ແປ້ງເຂົ້າໜຽວ 1 ຖົງ

ແປ້ງເຂົ້າຈ້າວ 1 ຈອກ

ນ້ຳຕານຊາຍ 1 ຈອກ

ກະທິໝາກພ້າວ 1 ກະປອງ

ເນຍ ຫຼື ນ້ຳມັນພືດ 1 ບ່ວງ

ໝາກພ້າວຂູດປະມານ 1 ຖ້ວຍໃຫຍ່

ນ້ຳອ້ອຍ 4 ກ້ອນ

ເກືອ 1 ບ່ວງກາເຟ

ໃບຕອງສຳຫຼັບໄວ້ຫໍ່

ວິທີປະສົມແປ້ງ

1 ເອົາກະທິໝາກພ້າວກັບນ້ຳຕານ ເນຍ ຫຼື ນ້ຳມັນພືດປະສົມໃຫ້ເຂົ້າກັນ ແລ້ວໄປອຸ່ນເພື່ອໃຫ້ນ້ຳຕານລະລາຍແລ້ວນຳມາປົນກັບແປ້ງ.

2 ນວດໃຫ້ລະອຽດ 2-3 ນາທີແລ້ວພັກແປ້ງໄວ້ 15 ນາທີ.

3 ຫຼັງຈາກນັ້ນນຳໝາກພ້າວຂູດໄປຂົ້ວໃຊ້ໄຟອ່ອນຂົ້ວໃຫ້ຫອມຈົນເປັນສີເຫຼືອງແຫ້ມພັກປ່ະໄວ້.

4 ເອົາໃສ້ທີ່ຂົ້ວແລ້ວມາຫໍ່ໃສ່ແປ້ງທີ່ນວດໄວ້ກ່ອນໜ້ານີ້ແລ້ວເອົາໄປນຶ້ງ ໃຊ້ໄຟປານກາງນຶ້ງປະມານ 45 ນາທີຖືວ່າສຸກພ້ອມເສີບ.