ແຂວງວຽງຈັນ ຈັດເກັບລາຍຮັບເຄິ່ງປີໄດ້ 72 ຕື້ກີບ

90

ການຈັດຕັ້ງປະຕິບັດແຜນງົບປະມານໃນ 6 ເດືອນຕົ້ນປີ ຂອງແຂວງວຽງຈັນ ສາມາດຈັດເກັບລາຍຮັບໄດ້ທັງໝົດ 72 ຕື້ ກວ່າກີບ ( ລວມພູດສູນກາງ ແລະ ທ້ອງຖິ່ນ ) ເທົ່າກັບ 30,05% ຂອງແຜນການປີ, ຖ້າທຽບໃສ່ 6 ເດືອນຂອງປີຜ່ານມາ ຫຼຸດລົງ 30 ຕື້ກວ່າກີບ ຫຼື ຫຼຸດລົງ 34%; ດ້ານຮອງລັດຖະມົນຕີກະຊວງການເງິນໄດ້ເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດແຜນດັດແກ້ 6 ເດືອນທ້າຍປີ 2020 ໃຫ້ໄດ້ຕາມຕົວເລກຄາດຄະເນທີ່ໄດ້ວາງໄວ້.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ນຳພາຄະນະຮັບຜິດຊອບຊີ້ນຳ, ຄະນະວິຊາການຂອງກະຊວງລົງເຄື່ອນໄຫວຊຸກຍູ້, ຕິດຕາມ, ກວດກາການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ຢູ່ແຂວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງວຽງຈັນ, ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງພາຍໃນພະແນກການເງິນ ແຂວງວຽງຈັນ ແລະ ພະແນກການອ້ອມຂ້າງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄຳເຫຼັກ ທອງສະຫວັນ ຫົວໜ້າພະແນກການເງິນແຂວງວຽງຈັນ ໄດ້ລາຍງານຫຍໍ້ໃນການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ຂອງແຂວງວຽງຈັນ ວ່າ: ປັດຈຸບັນປະເທດເຮົາພວມປະເຊີນໜ້າກັບສິ່ງທ້າທາຍທົດສອບຫຼາຍປະການ, ອັດຕາແລກປ່ຽນເງິນຕາສູງຂຶ້ນ, ລາຄາສິນຄ້າ, ລາຄານ້ຳມັນມີການເໜັງຕີງ, ການຄ້າ, ການບໍລິການ, ການທ່ອງທ່ຽວໄດ້ຢຸດສະງັກລົງນັບແຕ່ເດືອນກຸມພາເປັນຕົ້ນມາ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ – 19.

ເຖິງຢ່າງໃດກໍຕາມ, ແຂວງວຽງຈັນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຫຼັກການລວມສູນລາຍຮັບ – ລາຍຈ່າຍງົບປະມານ, ສູ້ຊົນຄຸ້ມຄອງລາຍຈ່າຍໃຫ້ໄປຕາມແຜນ, ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ, ເກັບໃຫ້ໄດ້ໝົດ ແລະ ມອບເຂົ້າງົບປະມານໃຫ້ຄົບຖ້ວນ. ພ້ອມກັນນັ້ນ, ກໍຈຳກັດ ແລະ ອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບ, ເພີ່ມທະວີຄຸ້ມຄອງ, ຕິດຕາມ, ກວດກາ, ໂຄສະນາເຜີຍແຜ່ໃຫ້ແກ່ສັງຄົມ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ລະເມີດກົດໝາຍຢ່າງເຂັ້ມງວດ.

ສະແດງອອກໃນ 6 ເດືອນຕົ້ນປີ ສາມາດປະຕິບັດລາຍຮັບໄດ້ທັງໝົດ 72 ຕື້ກວ່າກີບ ( ລວມພູດສູນກາງ ແລະ ທ້ອງຖິ່ນ ) ເທົ່າກັບ 30,05% ຂອງແຜນການປີ; ຖ້າທຽບໃສ່ 6 ເດືອນຂອງປີຜ່ານມາ ຫຼຸດລົງ 30 ຕື້ກວ່າກີບ ຫຼື ຫຼຸດລົງ 34%, ປະຕິບັດລາຍຈ່າຍໄດ້ທັງໝົດ 255 ຕື້ກວ່າກີບ ເທົ່າກັບ 42,10% ຂອງແຜນການປີ; ຖ້າທຽບໃສ່ 6 ເດືອນຂອງປີຜ່ານມາ ຫຼຸດລົງ 5%.

ຄຽງຄູ່ກັນນັ້ນ, ແຂວງວຽງຈັນ ຍັງເປັນແຂວງຂາດດຸນດ້ານລາຍຈ່າຍ ເຊິ່ງຕ້ອງໄດ້ຮັບການດຸນດ່ຽງຈາກສູນກາງຕາມແຜນໝົດປີ 371 ຕື້ ກວ່າກີບ ເຊິ່ງໃນ 6 ເດືອນຕົ້ນປີ ປະຕິບັດໄດ້ 194 ຕື້ກວ່າກີບ ເທົ່າກັບ 52,27% ຂອງແຜນການປີ. ຄາດຄະເນ 6 ເດືອນທ້າຍປີ ຈະປະຕິບັດລາຍຮັບໃຫ້ໄດ້ 60 ຕື້ກວ່າກີບ, ໝົດປີຈະປະຕິບັດໄດ້ພຽງແຕ່ 140 ຕື້ກວ່າກີບ.

ພາບປະກອບຂ່າວເທົ່ານັ້ນ

ພາຍຫຼັງທີ່ໄດ້ຮັບຟັງການລາຍງານຫຍໍ້ຈາກຫົວໜ້າພະແນກການເງິນແຂວງວຽງຈັນແລ້ວ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ຕາງໜ້າບັນດາກົມຈາກກະຊວງການເງິນ ໄດ້ມີຄຳເຫັນຊີ້ນຳໃນແຕ່ລະໜ້າວຽກຕໍ່ກັບການຈັດຕັ້ງປະຕິບັດແຜນດັດແກ້ 6 ເດືອນທ້າຍປີ 2020 ຂອງພະແນກການເງິນແຂວງວຽງຈັນ ໃຫ້ໄດ້ຕາມຕົວເລກຄາດຄະເນທີ່ໄດ້ວາງໄວ້; ພິທີດັ່ງກ່າວຈັດຂຶ້ນໃນວັນທີ 19 ສິງຫາ 2020 ທີ່ພະແນກການເງິນແຂວງວຽງຈັນ.

( ເນື້ອໃນ – ຮູບ: ອາພັດສະລາ ) [ ຂ່າວ: ສົມສະຫວິນ ]