ແຈ້ງການປັບໃໝ່ລາຄານ້ຳມັນ ມີທັງຂຶ້ນແລະລົງ ຜູ້ເງິນໜ້ອຍອົດທົນຕໍ່ໄປ

111

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 0762/ຄອ.ກຄພນ, ລົງວັນທີ 20 ສິງຫາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ໃຫ້ປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດເຊົ້າວັນທີ 21 ສິງຫາ 2020 ເປັນຕົ້ນໄປ.

ການປັບລາຄາຄັ້ງນີ້ ປັບລົງລາຄານ້ຳມັນເຊື້ອໄຟທຸກຊະນິດ ຄື: ແອັດຊັງທີ່ກວມເອົາຜູ້ໃຊ້ຈຳນວນຫຼາຍ ໂດຍສະເພາະລົດຈັກແມ່ນປັບຂຶ້ນ, ສ່ວນກາຊວນໄດ້ປັບລົງເປັນຜົນດີຕໍ່ຊາວກະສິກອນ ແລະຜູ້ໃຊ້ພາຫະນະປະເພດຈັກກະຊວນ.

ໃນນັ້ນ ແອັດຊັງພິເສດ ປັບຂຶ້ນ 80 ກີບ/ລິດ (ຈາກ 8.430 ກີບ/ລິດ ເປັນ 8.510 ກີບ/ລິດ); ແອັດຊັງທຳມະດາ ປັບຂຶ້ນ 90 ກີບ/ລິດ (ຈາກ 7.990 ກີບ/ລິດ ເປັນ 8.080 ກີບ/ລິດ); ກາຊວນ ປັບລົງ 40 ກີບ/ລິດ (ຈາກ 7.650 ກີບ/ລິດ ເປັນ 7.610 ກີບ/ລິດ).

ພ້ອມນີ້ ໃນແຈ້ງການກໍ່ໄດ້ກໍານົດລາຄາຂາຍຍ່ອຍໃໝ່ ໃນເຂດເທດສະບານແຂວງ ແລະ ນະຄອນຫຼວງໄວ້ ເປັນຕົ້ນ: ນະຄອນຫຼວງວຽງຈັນ ໃຫ້ຂາຍແອັດຊັງພິເສດໃນລາຄາ 8.510 ກີບຕໍ່ລິດ, ແອັດຊັງທໍາມະດາ 8.080 ກີບຕໍ່ລິດ, ກາຊວນ 7.610 ກີບຕໍ່ລິດ; ແຂວງບໍ່ແກ້ວ ແອັດຊັງພິເສດ 8.610 ກີບຕໍ່ລິດ, ແອັດຊັງທໍາມະດາ 8.180 ກີບຕໍ່ລິດ, ກາຊວນ 7.710 ກີບຕໍ່ລິດ; ແຂວງຫຼວງພະບາງ ແອັດຊັງພິເສດ 8.910 ກີບຕໍ່ລິດ, ແອັດຊັງທໍາມະດາ 8.480 ກີບຕໍ່ລິດ, ກາຊວນ 8.010 ກີບຕໍ່ລິດ; ແຂວງສະຫວັນນະເຂດ ແອັດຊັງພິເສດ 8.540 ກີບຕໍ່ລິດ, ແອັດຊັງທໍາມະດາ 8.110 ກີບຕໍ່ລິດ, ກາຊວນ 7.640 ກີບຕໍ່ລິດ; ແຂວງຈຳປາສັກ ແອັດຊັງພິເສດ 8.570 ກີບຕໍ່ລິດ, ແອັດຊັງທຳມະດາ 8.140 ກີບຕໍ່ລິດ, ກາຊວນ 7.670 ກີບຕໍ່ລິດ.

ໃຫ້ບັນດາບໍລິສັດນ້ຳມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0716/ອຄ.ກຄພນ, ລົງວັນທີ 4 ສິງຫາ 2020.