ສ.ເກົາຫຼີ ສົ່ງອອກລົດໃຫຍ່ຫຼຸດລົງ 11,7%

99

ຂ່າວສານຫວຽດນາມລາຍງານວ່າ: ກະຊວງອຸດສາຫະກຳການຄ້າ ແລະ ພະລັງງານ ສ.ເກົາຫຼີ ປະກາດວ່າ ເດືອນກໍລະກົດຜ່ານມາ ສ.ເກົາຫຼີ ສົ່ງອອກລົດໃຫຍ່ ລວມມີ 181.362 ຄັນ ຫຼຸດລົງ 11,7%. ໃນຂະນະທີ່ຍອດມູນຄ່າການສົ່ງອອກລົດໃຫຍ່ມີມູນຄ່າ 3,66 ຕື້ໂດລາສະຫະລັດ ຫຼຸດລົງ 4,2%.

ການສົ່ງອອກລົດໃຫຍ່ຂອງ ສ.ເກົາຫຼີ ຫຼຸດລົງເປັນເດືອນທີ 4 ຕິດຕໍ່ກັນແລ້ວ ເຊິ່ງມີສາເຫດມາຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ການດຳເນີນທຸລະກິດທົ່ວໂລກ. ພ້ອມກັນນັ້ນ, ຍັງສົ່ງຜົນກະທົບເຖິງ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ.

ການສົ່ງອອກລົດໃຫຍ່ຂອງ ສ.ເກົາຫຼີ ຫຼຸດລົງໃນເດືອນກໍລະກົດຜ່ານມາ ເນື່ອງຈາກພະຍາດໂຄວິດ – 19 ໄດ້ກັບຄືນມາແຜ່ລະບາດໃນຮອບ 2 ເຮັດໃຫ້ປະເທດຕ່າໆໆ ຕ້ອງປິດເມືອງອີກຄັ້ງ ແລະ ບັນດາສາຂາລົດໃຫຍ່ຢູ່ຕ່າງປະເທດ ກໍປິດກິດຈະການຊົ່ວຄາວອີກ.