ແອັບເປິລ ອາດເສຍຫາຍໜັກ ຫາກຖອດ ວີແຊັດ ອອກຈາກແອັບສະຕໍ

292

ສຳນັກຂ່າວ CNN ລາຍງານໂດຍອ້າງຂໍ້ມູນຈາກການສໍາພາດ ທ່ານ ເຊົາ ຊິງຊ່ຽວ ຜູ້ກໍ່ຕັ້ງ Red Gate Asset Management ເຊິ່ງເປັນບໍລິສັດລົງທຶນໃນຕະຫຼາດກາສານທຶນຂອງຈີນ ໃຫ້ຮູ້ວ່າ: ມາດຕະການທີ່ລັດຖະບານສະຫະລັດອາເມຣິກາ ພາຍໃຕ້ການນຳຂອງປະທານາທິບໍດີ ໂດນັນ ທຣຳ ທີ່ນຳມາໃຊ້ກັບບໍລິສັດດ້ານເຕັກໂນໂລຊີຂອງຈີນ ໂດຍສະເພາະແມ່ນ ບໍລິສັດ ຫົວເຫວີຍ ( Huawei ) ແລະ ໄບແດນ ( ByteDance ) ອາດຈະສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ກັບບໍລິສັດສະຫະລັດເອງ.

ທ່ານ ເຊົາ ຊິງຊ່ຽວ ກ່າວວ່າ: ສະຫະລັດໄດ້ບັງຄັບໃຫ້ແອ ເປິລ ຖອດແອັບພລິເຄເຊິນ WeChat ເຊິ່ງສະຫະລັດ ບອກບໍ່ໄວ້ໃຈຂອງເທັນເຊນ ( Tencent ) ລວມທັງແອັບອື່ນໆຂອງບໍລິສັດໄບແດນ ແລະ ບໍລິສັດອາລີບາບາ ເຊິ່ງເປັນບໍລິສັດຍັກໃຫຍ່ຂອງຈີນອອກຈາກແອັບສະຕໍ ( App Store ) ໃນຈີນ ເຊິ່ງຈະສ້າງ ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ບໍລິສັດແອເປິ້ລ.

ລາຍງານຈາກວີແຊັດ ລະບຸວ່າ: ມີຊາວຈີນຫຼາຍຮ້ອຍລ້ານຄົນທີ່ໃຊ້ແອັບ WeChat ທຸກວັນ ເພື່ອສົ່ງຂໍ້ຄວາມ, ໂພສພາບ, ເອີ້ນແທັກຊີ, ສັ່ງຊື້ອາຫານ ແລະ ສິນຄ້າ, ມີທຸລະກິດກວ່າ 50 ລ້ານຫົວໜ່ວຍທີ່ໃຊ້ WeCat pay. ນອກຈາກນີ້, ວີແຊັດຍັງເປັນໜຶ່ງໃນແພຼັດຟອມ ຊຳລະເງິນທີ່ໃຫຍ່ທີ່ສຸດໃນຈີນອີກ.

ທ່ານ ເຊົາ ກ່າວວ່າ: ຫາກແອັບເປິລຖອດວີແຊັດອອກຈາກແອັບສະຕໍຈະເຮັດໃຫ້ຈຳນວນຊາວຈີນທີ່ຕ້ອງການໃຊ້ໄອໂຟນຫຼຸດລົງເປັນຈຳນວນຫຼວງຫຼາຍ ແລະ ຄວາມເສຍຫາຍຈະເກີດຂຶ້ນກັບແອັບເປິລຫຼາຍກວ່າເທັນເຊນຢ່າງແນ່ນອນ.
ສຳນັກຂ່າວຊິນຮວາ ລາຍງານວ່າ: ຍອດຂາຍຜະລິດຕະພັນແອັບເປິລໃນຈີນ, ໄຕ້ຫວັນ ແລະ ຮົງກົງ ໃນປີ 2019 ທະລຸ 40,4 ຕື້ໂດລາສະຫະລັດ ກວມເອົາ 17% ຂອງຍອດຂາຍທົ່ວໂລກ.