ຕະຝັ່ງເຊບັ້ງໄຟເຈື່ອນ ເລົ້າເຂົ້າລົງໜຶ່ງຫຼັງຍັງເຮືອນອີກ 4 ຫຼັງຄາມີຄວາມສ່ຽງ

135

ຢູ່ຕາມແມ່ນ້ຳໃຫຍ່ຂອງປະເທດເຮົາ ສ່ວນໃຫຍ່ຍັງບໍ່ທັນມີຕະຝັ່ງກັນເຈື່ອນ ບ້ານເຮືອນປະຊາຊົນກໍ່ມັກປຸກແຄມໆແມ່ນ້ຳ ເຮັດໃຫ້ມີຄວາມສ່ຽງຕໍ່ການເຈື່ອນລົງຂອງສິ່ງປຸກສ້າງ, ຕາມລາຍງານຫຼ້າສຸດຢູ່ແຄມເຊບັ້ງໄຟໄດ້ເກີດມີຕະຝັ່ງເຈື່ອນເຮັດໃຫ້ເລົ້າເຂົ້າຂອງປະຊາຊົນລົງໜຶ່ງຫຼັງ ແລະຍັງມີເຮືອນອີກ 4 ຫຼັງມີຄວາມສ່ຽງຕ້ອງໄດ້ຍົກຍ້າຍອອກ.


ໃນວັນທີ 10 ສິງຫາ 2020 ນີ້, ທ່ານ ອ່ອນລໍາພັນ ບົວສີແກ້ວ  ເຈົ້າເມືອງໄຊບູລີ ພ້ອມດ້ວຍຄະນະ, ໜ່ວຍງານກ່ຽວຂ້ອງ ໄດ້ລົງຕິດຕາມກວດກາ ຜົນກະທົບທີີ່ເກີດຈາກຕາຟັງເຊບັ້ງໄຟເຊາະເຈື່ອນ ເປັນວົງກວ້າງທີ່ ບ້ານທ່າຂາມ ເມືອງໄຊບູລີ ແຂວງສະຫວັນນະເຂດ ເຊິ່ງການລົງພື້ນທີ່ຕິດຕາມກວດກາຕົວຈິງໃນຄັ້ງນີ້ ເຫັນວ່າ ປະຊາຊົນບ້ານທ່າຂາມ ຈໍານວນ 4 ຄອບຄົວທີ່ໄດ້ຮັບຜົນກະທົບທີ່ເກີດຈາກການເຊາະເຈື່ອນຂອງຕາຟັງເຊບັ້ງໄຟເຈື່ອນເປັນວົງກວ້າງ ໃນນັ້ນມີ ເຫຼົ້າເຂົ້າ 1 ຫຼັງ ຫ້ອງນໍ້າ 1 ຫ້ອງ ແລະຕົ້ນໄມ້ໃຫຍ່ນ້ອຍທີ່ເປັນຜົນລະປູກຂອງປະຊາຊົນ ລວມມູນຄ່າເສຍຫາຍທັງໝົດປະມານ 5 ລ້ານກິບ (5.000.000) , ຄວາມກວ້າງ ປະມານ 10 ແມັດ, ແລະຍາວ 30 ແມັດ, ເນື່ອງຈາກຝົນທີ່ຕົກລົງມາ ເຮັດໃຫ້ລະດັບນໍ້າເຊບັ້ງມີລະດັບສູງຂື້ນ ແລະບໍລິເວນນັ້ນເປັນຈຸດສຸ່ມສ່ຽງ ຫຼໍ່ແຫຼມ, ເປັນຈຸດໂຄງຂອງສາຍນໍ້າເຊບັ້ງໄຟບວກກັບຕາຟັງເຊໃນບໍລິເວນນັ້ນແມ່ນມີຄວາມສູງຊັນຈຶ່ງເຮັດໃຫ້ໜ້າດິນຫຍຸບຕົວລົງ.

ເຖິງແນວໃດກໍ່ຕາມທາງການນໍາຂັ້ນເມືອງ, ໜ່ວຍງານກ່ຽວຂ້ອງ ກໍ່ຄືອໍານາດການປົກຄອງບ້ານໆ ທ່າຂາມ ກໍ່ໄດ້ເລັ່ງເອົາໃຈໃສ່ລະດົມກັນຊ່ວຍເຫຼືອເບື້ອງຕົ້ນຕໍ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ, ເປັນຕົ້ນແມ່ນໄດ້ຂົນສິ່ງຂອງເຄື່ອງໃຊ້ອອກຈາກບໍລິເວນນັ້ນໄປຢູ່ຈຸດປອດໄພ ແລະຍັງມີເຮືອນຂອງປະຊາຊົນອີກ 04 ຫຼັງຄາເຮືອນທີ່ມີຄວາມສ່ຽງແມ່ນຈະຕ້ອງໄດ້ມ້າງ ແລະຍ້າຍອອກໄປເພາະຄາດວ່າຈະໄດ້ຮັບກະທົບໃນຕໍ່ໜ້າ.


ພາບ ແລະຂ່າວ ຄໍາກອນ ພອນມາລາ