ໂຮມມະ ຍິງປະຕູໃນລາວລີກ 1 ປີ 2020 ໄດ້ແລ້ວ ລົງ 2 ນັດຍິງ 1 ສົ່ງ 1

101

ຍັງໂດດເດັ່ນຄືເກົ່າ ສໍາລັບ ກາຊູ ໂຮມມະ ກອງໜ້າຊາວຍີ່ປຸ່ນດາວຍິງສູງສຸດໃນລີກສູງສຸດຂອງ ສປປ ລາວ ຫຼັງກ່ອນໜ້ານີ້ຈັດໄປແລ້ວ 150 ປະຕູນັບແຕ່ມາຢູ່ກັບ ລາວໂຕໂຢຕ້າ ເອັຟຊີ ໃນ 6 ປີທີ່ຜ່ານມາ ກ່ອນຍ້າຍໄປຫຼິ້ນໃຫ້ກັບທີມໃນປະເທດກວມ ໃນທ້າຍປີ 2019 ຈົນຫຼ້າສຸດປີ 2020 ກັບມາຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ອີກຄັ້ງ ສາມາດຍິງໄດ້ 1 ປະຕູ ແລະ ເປັນປະຕູທໍາອິດໃນລາວລີກ 1 ປີ 2020 ອີກດ້ວຍ.

ນັດດັ່ງກ່າວ ໂຮມມະ ຍິງປະຕູໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ຂຶ້ນນໍາ ເອັສຣາ ເອັຟຊີ 2-0 ໃນເຄິ່ງເວລາທໍາອິດ ກ່ອນທີ່ຈະຈົບການແຂ່ງຂັນ ລາວໂຢໂຢຕ້າ ເອັຟຊີ ເອົາຊະນະໄປ 2-1 ໃນການແຂ່ງຂັນເປບຊີ ລາວລີກ 1 ລະດູການ 2020 ປະຈໍາວັນທີ 8 ສິງຫາ 2020.

ຈາກຜົນດັ່ງກ່າວ ເຮັດໃຫ້ ໂຮມມະ ລົງສະໜາມ 2 ນັດໃນປີນີ້ໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ສາມາດຍິງ 1 ປະຕູ ແລະ ສົ່ງບານໃຫ້ເພື່ອນຮ່ວມທີມຍິງໄດ້ 2 ປະຕູ ໃນນັດກ່ອນໜ້ານີ້ ພ້ອມເຮັດໃຫ້ທີມຢຶດທີມນໍາຕາຕະລາງຄະແນນລວມຕໍ່ໄປ.