ສຸດເຫັນໃຈ! ນ້ຳຖ້ວມບ້ານທົ່ງພັນຄຳ ເສັ້ນທາງຖືກຕັດຂາດ 100 ກວ່າຄອບຄົວ ຂາດທີ່ຢູ່ອາໄສ

174

ນັບແຕ່ກ້າວເຂົ້າສູ່ເດືອນສິງຫາ 2020 ໃນທົ່ວປະເທດມີສະພາບຝົນຕົກເປັນເວລາຫຼາຍວັນຕິດຕໍ່ກັນ ສົ່ງຜົນໃຫ່ເກີດໄພນໍ້າຖ້ວມຢູ່ຫຼາຍຂົງເຂດ ລວມທັງ ບ້ານທົ່ງພັນຄໍາ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ທີ່ຕອນນີ້ລະດັບນໍ້າຊັນສູງຂຶ້ນກາຍເຂດອັນຕະລາຍໄຫຼຖ້ວມເຂດດັ່ງກ່າວ ເຮັດໃຫ້ເສັ້ນທາງບາງສາຍຖືກຕັດຂາດ ແລະ ປະຊາຊົນ 100ກວ່າຄອບຄົວເດືອດຮ້ອນ ບໍ່ມີທີ່ຢູ່ອາໄສ.

ແຫຼ່ງຂ່າວຈາກແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນວັນທີ 5 ສິງຫາຜ່ານມາການນຳເມືອງບໍລິຄັນ ນຳໂດຍທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງບໍລິຄັນ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງພື້ນທີ່ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມກະທັນຫັນ ຢູ່ບ້ານທົ່ງພັນຄຳ ເມືອງບໍລິຄັນ ເນື່ອງຈາກມີຝົນຕົກໜັກເປັນເວລາຫລາຍວັນຕິດຕໍ່ກັນ ເຮັດໃຫ້ນ້ຳໄຫລບໍ່ທັນເກີດມີນ້ຳຖ້ວມອັ່ງ, ຖ້ວມບ້ານເຮືອນປະຊາຊົນ ແລະ ເນື້ອທີ່ທຳການຜະລິດຈຳນວນຫລາຍ.

ຕາມການລາຍງານຂອງອຳນາດການປົກຄອງບ້ານ ທົ່ງພັນຄຳ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ບ້ານທົ່ງພັນຄຳ ໄດ້ຖືກນໍ້າຖ້ວມແຕ່ວັນທີ 3-5 ສິງຫາ 2020 ແລະ ລະດັບນໍ້າຍັງບໍ່ທັນຫລຸດລົງເທື່ອ ເພາະຍັງມີຝົນຕົກລິນລົງມາຢ່າງບໍ່ຂາດສາຍ. ມາຮອດປັດຈຸບັນ ສະພາບຄວາມຫຍຸ້ງຍາກເສັ້ນທາງຖືກຕັດຂາດບາງເຂດບາງບ່ອນ, ເລີ່ມແຕ່ເທສະບານເມືອງໄປຫາບ້ານທົ່ງພັນຄຳ ບາງບ່ອນເລິກເຖິງ 2 ແມັດ ແລະ ບາງບ່ອນມີຄວາມຍາວເຖິງ 100 ແມັດ, ເສົາໄຟຟ້າຫັກ, ສະເພາະບ້ານເຮືອນປະຊາຊົນແມ່ນຖືກຖ້ວມ 89 ຫລັງຄາເຮືອນ, ຄອບຄົວໄດ້ຮັບຜົນກະທົບຂາດທີ່ຢູ່ອາໄສ 116 ຄອບຄົວ, ເນື້ອທີ່ນາປີຖືກນ້ຳຖ້ວມ 11 ເຮັກຕາ, ຖືກເສຍຫາຍ 7 ເຮັກຕາ, ໄຮ່ໝູນວຽນ 3 ເຮັກຕາ, ສັດລ້ຽງຕາຍ ແລະ ສູນຫາຍລວມມີ: ຄວາຍ, ໝູ, ແບ້ ສູນຫາຍຈຳນວນໜຶ່ງ, ສ່ວນສັດລ້ຽງປະເພດອື່ນໆ ແລະ ຜົນເສຍຫາຍຍັງບໍ່ທັນສາມາດປະເມີນໄດ້.

ປັດຈຸບັນ, ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບແມ່ານຂາດນໍ້າດື່ມ, ນໍ້າໃຊ້ທີ່ສະອາດ, ອາຫານເພື່ອບໍລິໂພກປະຈຳວັນ, ບໍ່ມີໄຟຟ້າໃຊ້, ເສັ້ນທາງສັນຈອນຖືກຕັດຂາດ, ຕໍ່ບັນຫາດັ່ງກ່າວ ອໍານາດການປົກຄອງເມືອງ ໄດ້ນຳພາປະຊົນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ລົງແກ້ໄຂສຸກເສີນ ໂດຍສະເພາະແມ່ນ ສ້ອມແປງລະບົບໄຟຟ້າ, ນຳເອົາອາຫານ ແລະ ນ້ຳດື່ມ ໄປຊ່ວຍເຫລືອໃນເບື້ອງຕົ້ນຈຳນວນໜຶ່ງ ລວມມູນຄ່າ 2 ລ້ານກວ່າກີບ.

ຂໍ້ມູນຈາກ: ຂ່າວສານປະເທດລາວ