ຂະແໜງອຸດສາຫະກຳ ແລະ ການຄ້າ ໄຂກອງປະຊຸມປະຈຳປີ 2019

0
1038

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດກອງປະຊຸມປະຈຳປີ 2019 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຢ່າງເປັນທາງການ ໃນວັນທີ 30 ກໍລະກົດ 2020 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງຈັດໃນຮູບແບບກອງປະຊຸມທາງໄກ ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

ກອງປະຊຸມຈະດໍາເນີນເປັນເວລາ 2 ວັນ ເຊິ່ງມີທ່ານຮອງລັດຖະມົນຕີ, ຫົວໜ້າ – ຮອງຫົວໜ້າກົມ, ຫົວໜ້າ – ຮອງພະແນກຈາກບັນດາກົມ, ສະຖາບັນ, ຫ້ອງການກະຊວງ, ປະທານສະພາບໍລິຫານນິຄົມອຸດສາຫະກໍາ – ການຄ້າ ວຽງຈັນ – ໂນນທອງ, ບັນດາທ່ານທີ່ປຶກສາທູດຝ່າຍເສດຖະກິດ – ການຄ້າ ປະຈໍາການຢູ່ຕ່າງປະເທດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາລັດວິສາຫະກິດອ້ອມຂ້າງກະຊວງ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຄ ແຂວງ, ນະຄອນຫຼວງ ແລະ ຫົວໜ້າຂະແໜງກ່ຽວຂ້ອງຈາກທ້ອງຖິ່ນເຂົ້າຮ່ວມ.

ກອງປະຊຸມມີຂຶ້ນເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳປີ 2019, ວຽກງານ 6 ເດືອນຕົ້ນປີ 2020, ແຜນ 6 ເດືອນທ້າຍປີ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ. ພ້ອມທັງການສະເໜີ 8 ຫົວຂໍ້ທີ່ປິ່ນອ້ອມວຽກງານຂະແໜງ ອຄ.
ກອງປະຊຸມຈະໄດ້ລົງເລິກສະຫຼຸບຜົນງານທັງດ້ານດີ – ດ້ານອ່ອນ, ປຶກສາຫາລືຖາມ – ຕອບຂໍຄວາມກະຈ່າງແຈ້ງໃນບັນຫາຕ່າງໆທີ່ຈະຕ້ອງເອົາໃຈໃສ່ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນໃນຂະແໜງ ອຄ ໂດຍໃນມື້ທີ 1 ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2019, 06 ເດືອນຕົ້ນປີ 2020 ແລະ ແຜນ 06 ເດືອນທ້າຍປີຂອງຂະແໜງອຸດສາຫະກຳ ແລະ ການຄ້າ; ສະເໜີຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ 2021 – 2025; ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ 2021 – 2025; ແຜນດຳເນີນງານປະຈຳປີ 2020 ເພື່ອສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ; ສະເໜີແຜນການສົ່ງເສີມການຜະລິດເປັນສິນຄ້າ ແລະ ຫຼຸດຜ່ອນການນໍາເຂົ້າ ແລະ ກ້າວໄປສູ່ການສົ່ງອອກ; ລາຍງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ລວມທັງແຜນການສ້າງນິຕິກຳຂອງຂົງເຂດວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ;

ມື້ທີ 2 ຈະໄດ້ສືບຕໍ່ປຶກສາຫາລືກ່ຽວກັບຄວາມຄືບໜ້າ ແລະ ແຜນການຫຼຸດຜ່ອນຂັ້ນຂອດໃນການສ້າງຕັ້ງທຸລະກິດ; ບາງບັນຫາທີ່ຍົກຂຶ້ນໃນກອງປະຊຸມທຸລະກິດລາວ LBF ທີ່ຍັງແກ້ບໍ່ຕົກ; ການລາຍງານຂອງພາກທຸລະກິດ ໃນນາມຕົວແບບທີ່ດີໃນການຜະລິດເປັນສິນຄ້າຂອງແຂວງຫຼວງພະບາງ ແລະ ແຂວງສະຫວັນນະເຂດ.
ການປະຕິບັດຕົວເລກຄາດໝາຍສູ້ຊົນຕົ້ນຕໍ ປີ 2019 ຂອງຂະແໜງ ອຄ ມີດັ່ງນີ້:
1. ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງໃນ ປີ 2019 ປະຕິບັດໄດ້ 12.144 ຕື້ກີບ, ຫຼຸດແຜນການ 0,5% ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ອັດຕາຂະຫຍາຍຕົວເພີ່ມຂຶ້ນ 16,37%.

2. ດ້ານການຄ້າພາຍໃນ: ການຈໍລະຈອນສິນຄ້າພາຍໃນ ( ການຄ້າຂາຍຍົກ – ຂາຍຍ່ອຍ ແລະ ບໍລິການ ) ປະຕິບັດໄດ້ 65.596 ຕື້ກີບ, ລື່ນແຜນ 1,9% ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ອັດຕາຂະຫຍາຍຕົວເພີ່ມຂຶ້ນ 13,86%.
3. ດ້ານການຄ້າກັບຕ່າງປະເທດ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຕິບັດໄດ້ 11.604,69 ລ້ານໂດລາສະຫະລັດ, ລື່ນແຜນການ 2,77%, ທຽບໃສ່ປີຜ່ານມາ ອັດຕາຂະຫຍາຍຕົວເພີ່ມ 3,08%. ໃນນີ້, ການສົ່ງອອກ: ປະຕິບັດໄດ້ 5.864,14 ລ້ານໂດລາສະຫະລັດ, ທຽບໃສ່ແຜນປະຕິບັດໄດ້ລື່ນແຜນ 6,3%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຫັນວ່າມີອັດຕາຂະຫຍາຍຕົວເພີ່ມຂຶ້ນ 8,39%. ສໍາລັບການນໍາເຂົ້າ: ປະຕິບັດໄດ້ 5.740,55 ລ້ານໂດລາ, ຫຼຸດແຜນການ 0,6% ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 1,84%, ເຮັດໃຫ້ການຄ້າເກີນດູນການຄ້າ 123 ລ້ານໂດລາສະຫະລັດ.

ສ່ວນການປະຕິບັດບາງວຽກຈຸດສຸມທີ່ພົ້ນເດັ່ນຕາມ 3 ແຜນງານມີດັ່ງນີ້:
ໜຶ່ງ: ແຜນງານການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ: ໂດຍລວມແມ່ນມີຜົນສໍາເລັດສູງ ໂດຍສະເພາະການຮ່ວມລົງນາມໃນສັນຍາການຄ້າດ້ານການບໍລິການໃນອາຊຽນ ແລະ ອະນຸສັນຍາ ສະບັບທີ 4 ເພື່ອປັບປຸງສັນຍາວ່າດ້ວຍການລົງທຶນຮອບດ້ານອາຊຽນ; ການຂໍສັດຕະຍາບັນໃຫ້ແກ່ສັນຍາການເພີ່ມທະວີ “ ສັນຍາວ່າດ້ວຍການເພີ່ມທະວີການຮ່ວມມືເສດຖະກິດຮອບດ້ານ ລະ ຫວ່າງ ສປປ ລາວ ແລະ ສປ ຈີນ ”; ການໂອນຖ່າຍຕາຕະລາງຫຼຸດຜ່ອນອັດຕາພາສີຈາກສະບັບ HSC 2012 ມາເປັນລະບົບ HSC 2017 ສໍາລັບຂອບອາຊຽນ – ເກົາຫຼີ ແລະ ຂອບອາຊຽນ – ອົສຕຣາລີ – ນູແວນເຊລັງ; ການຮັບຮອງເຂົ້າເປັນພາຄີ ສົນທິສັນຍາສະຫະປະຊາຊາດວ່າດ້ວຍສັນຍາຊື້ – ຂາຍສິນຄ້າລະຫວ່າງປະເທດ; ການສະເໜີຮັບຮອງສັດຕະຍາບັນໃຫ້ແກ່ອະນຸສັນຍາວ່າດ້ວຍການປັບປຸງກົນໄກແກ້ໄຂຂໍ້ຂັດແຍ່ງອາຊຽນ; ການສະເໜີຮັບຮອງສັດຕະຍາບັນໃຫ້ແກ່ຂໍ້ຕົກລົງຂອງອາຊຽນ ວ່າດ້ວຍການຮັບຮູ້ເຊິ່ງກັນ ແລະ ກັນ ກ່ຽວກັບການອະນຸມັດຊະນິດຜະລິດຕະພັນຍານຍົນ.
ສອງ: ດ້ານການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດ:

* ດ້ານນິຕິກໍາ: ສ້າງກົດໝາຍວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ; ອອກຄໍາແນະນຳກ່ຽວກັບການຈັດຕັ້ງປະຕິບັດ ມາດຕາ 10, ມາດຕາ 11 ແລະ ມາດຕາ 18 ຂອງກົດໝາຍດັ່ງກ່າວ; ຈັດຕັ້ງຜັນຂະຫຍາຍດໍາລັດວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກ 299/ລບ ລົງວັນທີ 04 ກັນຍາ 2019.
* ສໍາລັບວຽກອໍານວຍຄວາມສະດວກທາງດ້ານການຄ້າ ມີທັງໝົດ 36 ນິຕິກໍາ ທີ່ຕິດພັນກັບບັນດາກະຊວງ, ໃນນີ້ ກະຊວງ ອຄ ໄດ້ປັບປຸງ ແລະ ສ້າງໃໝ່ຈໍານວນ 16 ນິຕິກໍາ.

ວຽກງານຈໍລະຈອນຊື້ – ຂາຍສິນຄ້າ ແລະ ວຽກງານຄຸ້ມຄອງລາຄາສິນຄ້າ: ຈັດຕັ້ງປະຕິບັດບົນພື້ນຖານການຜັນຂະຫຍາຍ ດໍາລັດ 474/ນຍ ລົງວັນທີ 18 ພະຈິກ 2010 ເພື່ອເປັນບ່ອນອີງໃນການຕິດຕາມຄວບຄຸມລາຄາສິນຄ້າປະເພດສະບຽງອາຫານ; ອອກແຈ້ງການເພີ່ມຕື່ມ ສະບັບເລກທີ 1151/ອຄ.ກຄພນ ລົງວັນທີ 6 ກັນຍາ 2019 ກ່ຽວກັບໃຫ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດຢູ່ພາຍໃນແຂວງຂອງຕົນ ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈໃນໄລຍະນໍ້າຖ້ວມ; ແຈ້ງການສະບັບເລກທີ 0851/ກຄພນ.ຄສລ ລົງວັນທີ 23 ກໍລະກົດ 2019 ເພື່ອເອົາໃຈໃສ່ຕິດຕາມ, ກວດກາລາຄາສິນຄ້າປະເພດເຂົ້າກິນຢ່າງໃກ້ຊິດ.

ໃນປີ 2019 ລາຄາເຂົ້າເໜັງຕີງຍ້ອນຜົນກະທົບໄພທໍາມະຊາດ ລັດຖະບານໄດ້ອອກມາດຕະການແຊກແຊງລາຄາ ໂດຍສະເພາະແມ່ນແຂວງຄໍາມ່ວນ, ເຊກອງ ແລະ ນະຄອນຫຼວງວຽງຈັນ ທີ່ນອນໃນໂຄງການຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫຼາດ ໄດ້ນໍາເອົາເຂົ້າຄັງແຮດັ່ງກ່າວອອກມາຂາຍ ແລະ ດັດສົມຕະຫຼາດ ຈໍານວນ 327 ໂຕນ, ເປັນເຂົ້າໜຽວປະເພດ 2 ໃນລາຄາ 6.700 ກີບ/ກິໂລ ຖືກກວ່າລາຄາໃນທ້ອງຕະຫຼາດ 1.800 ກີບ/ກິໂລ.
ພ້ອມດຽວກັນນີ້, ຍັງໄດ້ຈັດຕັ້ງປະຕິບັດການຄຸ້ມຄອງ ແລະ ຈັດສັນຕະຫຼາດຕາມຂໍ້ຕົກລົງ 0903/ອຄ.ຄພນ ໂດຍການແບ່ງຂະໜາດຂອງຕະຫຼາດເປັນແຕ່ລະປະເພດ ເຊັ່ນ: ຕະຫຼາດຂະໜາດໃຫຍ່ 48 ແຫ່ງ, ຂະໜາດກາງ 145 ແຫ່ງ, ຂະໜາດນ້ອຍ 406 ແຫ່ງ, ຕະຫຼາດນັດ 257 ແຫ່ງ ແລະ ຕະຫຼາດມາດຕະຖານ 5 ແຫ່ງ.

ການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ: ກ່ອນຄໍາສັ່ງ 02/ນຍ, ສປປ ລາວ ສະພາບການເລີ່ມຕົ້ນທຸລະກິດຂອງປະເທດເຮົາ ແມ່ນມີຄວາມຫຍຸ້ງຍາກ, ຫຼາຍຂັ້ນ, ຫຼາຍຂອດ ແລະ ມີຄວາມສິ້ນເປືອງໃນການປະກອບທຸລະກິດພໍສົມຄວນ ເຮັດໃຫ້ການຈັດອັນດັບຂອງການເລີ່ມຕົ້ນທຸລະກິດຢູ່ທີ່ອັນດັບ 154 ແລະ ການຄ້າຂ້າມແດນຢູ່ອັນດັບທີ 124 ໃນປີ 2018.

ຫຼັງຄໍາສັ່ງ 02/ນຍ ກະຊວງ ອຄ ກໍໄດ້ສຸມໃສ່ປັບປຸງບັນດາຂໍ້ຫຍຸ້ງຍາກຕ່າງໆທີ່ຕິດພັນກັບ 2 ຕົວຊີ້ວັດ ຄື: 1). ການເລີ່ມຕົ້ນທຸລະກິດສາມາດປັບປຸງ ແລະ ແກ້ໄຂໄດ້ການຫຼຸດຂັ້ນຂອດຈາກ 10 ຂອດເຫຼືອ 03 ຂອດ ຄື: ການຂຶ້ນທະບຽນວິສາຫະກິດ, ຄວັດຕາປະທັບ ແລະ ການຈົດທະບຽນປະກັນສັງຄົມ ແລະ ໃຊ້ເວລາບໍ່ເກີນ 17 ວັນ ( ຈາກເມື່ອກ່ອນ 174 ວັນ ); ໃນປີ 2019 ຂຶ້ນທະບຽນວິສາຫະກິດໄດ້ທັງໝົດ 15.331 ຫົວໜ່ວຍ, ທຽບໃສ່ປີ 2018 ເພີ່ມຂຶ້ນ 48% ແຕ່ມູນຄ່າທຶນຈົດທະບຽນຫຼຸດລົງ 31,64% ໝາຍຄວາມວ່າຂະໜາດຂອງທຶນທີ່ແຈ້ງຈົດທະບຽນວິສາຫະກິດປີ 2019 ມີມູນຄ່າໜ້ອຍກວ່າມູນຄ່າໃນໄລຍະດຽວກັນຂອງປີຜ່ານມາ; 2). ການຄ້າຂ້າມແດນສຸມໃສ່ຄົ້ນຄວ້າ ສ້າງກົນໄກໃນການແກ້ໄຂບັນຫາຂອງພາກທຸລະກິດ ແລະ ການປະສານງານລະຫວ່າງຂະແໜງການກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ. ປີ 2019 ແມ່ນຈັດຢູ່ໃນອັນດັບທີ 76 ຈາກອັນດັບ 124 ໃນປີ 2018.

ວຽກງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ການຈັດຕັ້ງປະຕິບັດຄໍາສັ່ງ 15/ນຍ, ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດ ໄມ້; ໃນປີ 2019 ສາມາດປັບປຸງໄດ້ ຈໍານວນ 7 ໂຮງງານ ໂດຍສຸມໃສ່ປັບປຸງມາດຖານໂຮງງານ ແລະ ມາດຕະຖານຜະລິດຕະພັນ ໂດຍເອົາໂຮງງານຈໍານວນໜຶ່ງປັບປຸງລະບົບອາຄານໂຮງງານ, ຂະບວນການຜະລິດໃຫ້ເປັນລະບົບຕ່ອງໂສ້, ນໍາເຄື່ອງຈັກ ແລະ ເຕັກໂນໂລຊີການຜະລິດທີ່ທັນສະໄໝເຂົ້າມານໍາໃຊ້ຢູ່ໃນໂຮງງານ, ປັບປຸງລະບົບຄວາມປອດໄພ ແລະ ສຸຂະນາໄມ, ນັບທັງການຄຸ້ມຄອງສະພາບແວດລ້ອມຂອງໂຮງງານ.

ສາມ: ແຜນງານການສ້າງຄວາມພ້ອມໃຫ້ແກ່ພາກທຸລະກິດ ເພື່ອຮອງຮັບການແຂ່ງຂັນທີ່ເພີ່ມຂຶ້ນ: ໂດຍການສຸມໃສ່ຍຸດທະສາດການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ເນັ້ນໜັກ 7 ຂົງເຂດນະໂຍບາຍ ເຊິ່ງມີການກະທົບທາງກົງ ແລະ ທາງອ້ອມ ໄປຄຽງຄູ່ກັບການປ່ອຍສິນເຊື່ອຕາມລະບົບຂອງທະນາຄານທຸລະກິດເອງ, ຂະແໜງການອຸດສາຫະກໍາ ແລະ ການຄ້າ ກໍໄດ້ມີຄວາມພະຍາຍາມເອົາໃຈໃສ່ໃນດ້ານການຄົ້ນຄວ້າຊອກຫາແຫຼ່ງທຶນເພີ່ມຈາກພາຍໃນ ແລະ ຕ່າງປະເທດ ສ້າງເປັນກອງທຶນເພື່ອປ່ອຍສິນເຊື່ອຜ່ານທະນາຄານໃຫ້ແກ່ຫົວໜ່ວຍທຸລະກິດເວົ້າລວມ, ເວົ້າສະເພາະກໍຄືຫົວໜ່ວຍ SMEs ໃຫ້ສາມາດເຂົ້າຫາແຫຼ່ງທຶນໄດ້.

LEAVE A REPLY

Please enter your comment!
Please enter your name here