ສົ່ງເສີມການຊົມໃຊ້ພາຍໃນ ໜຶ່ງຫົວຂໍ້ສຳຄັນໃນກອງປະຊຸມລັດຖະບານເດືອນນີ້

227

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກໍລະກົດ 2020 ໄດ້ເປີດໃນຕອນເຊົົ້າວັນທີ 23 ແລະ ປິດລົງໃນຕອນທ່ຽງວັນທີ 24 ກໍລະກົດ 2020 ທີີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົົ້າຮ່ວມ.

ກອງປະຊຸມຄັົ້ງນີົ້ ໄດ້ພ້ອມກັນຄົົ້ນຄວ້າພິຈາລະນາ ແລະປະກອບຄໍາຄິດເຫັນ ຕໍໍ່ບົດລາຍງານ ຈໍານວນ 4 ຫົວຂໍໍ້ສໍາຄັນ ເປັນຕົ້ນການຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທືີ່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັົ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ເດືອນ, ຄາດຄະເນ 6 ເດືອນຕົົ້ນປີ 2020, ຊົມໃຊ້ຜະລິດຕະພັນພາຍໃນ ແລະ ການຄຸ້ມຄອງການນໍາເຂົົ້າສິນຄ້າ ອຸປະໂພກ-ບໍລິໂພກ,ການກໍານົດໂຄງສ້າງລາຄານໍ້າມັນເຊືົ້ອໄຟ ແລະທິດທາງການຜັນຂະຫຍາຍ ຜົນການພົບປະ ສສ ຫວຽດນາມ ແລະ ສປ ຈີນ, ທິດຜັນຂະຫຍາຍຜົນການປຶກສາຫາລື ກ່ຽວກັບການຜ່ອນຜັນມາດຕະການ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ COVID-19 ກັບ ສສ ຫວຽດນາມ ແລະ ສປ ຈີນ.

ໃນນັ້ນຫົວຂໍ້ກ່ຽວກັນການຊົມໃຊ້ຜະລິດຕະພັນພາຍໃນ ແລະ ການຄຸ້ມຄອງການນໍາເຂົົ້າສິນຄ້າ ອຸປະໂພກ-ບໍລິໂພກ: ໂດຍລວມເຫັນວ່າມີຄວາມຄືບໜ້າດີ, ການຜະລິດສະໜອງການຊົມໃຊ້ພາຍໃນ ສາມາດກຸ້ມຕົນເອງໄດ້ໂດຍພືົ້ນຖານ, ອັນພົົ້ນເດັັ່ນ ຊາວກະສິກອນ, ກຸ່ມຜະລິດ ແລະ ຕົວແບບດ້ານຕ່າງໆ ໄດ້ມີການຜະລິດເປັນຂະບວນກວ້າງຂວາງ ແລະ ມີປະລິມານເພີີ່ມຂຶົ້ນ, ດ້ານການຕະຫຼາດ ກໍໍ່ມີຄວາມຄ່ອງຕົວດີ.

 ກອງປະຊຸມໄດ້ເນັ້ນໜັກ ໃຫ້ເອົາໃຈໃສ່ບາງບັນຫາຕືີ່ມ ເປັນຕົົ້ນ ການກໍານົດນະໂຍບາຍ, ການເຂົົ້າເຖິງແຫຼ່ງທຶນ (ເງິນກູ້)ຂອງຊາວກະສິກອນ, ການສະໜອງທຶນ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍແລະ ຂະໜາດກາງ, ເຕັກນິກວິຊາການ, ພືົ້ນຖານໂຄງລ່າງການຜະລິດ (ທີີ່ດິນກະສິກໍາ, ເຮືອນຮົ່ມ, ການສະໜອງນ ໍ້າ ແລະ ອືີ່ນໆ). ພ້ອມກັນນັົ້ນ ກໍໍ່ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ແກ້ໄຂບັນຫາຕ່າງໆ ທີີ່ຕິດພັນກັບການສົ່ງອອກສິນຄ້າກະສິກໍາໄປຕ່າງປະເທດ.