ການສ້ອມແປງເສັ້ນທາງເທສະບານແຂວງອຸດົມໄຊ ຄືບໜ້າ 70%

81

ແຂວງອຸດົມໄຊ ພວມຫ້າງຫາກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IX, ທາງອົງການພັດທະນາ ແລະ ບໍລິຫານຕົວເມືອງ ຈຶ່ງໄດ້ຮີບຮ້ອນໃນການປັບປຸງແກ້ໄຂສິ່ງອຳນວຍຄວາມສະດວກຕ່າງໆ ພາຍໃນເທສະບານແຂວງ ໂດຍສະເພາະແມ່ນການປັບປຸງ, ສ້ອມແປງເສັ້ນທາງ, ໄຟເຍືອງທາງ ແລະ ການປະດັບປະດາຕິດປ້າຍຄຳຂວັນ ແລະ ອື່ນໆ ເພື່ອໃຫ້ທັນກັບການດຳເນີນກອງປະຊຸມ.

ດັ່ງນັ້ນ, ຕອນບ່າຍວັນທີ 17 ກໍລະກົດ 2020 ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໄຊ ພ້ອມດ້ວຍຄະນະ ແລະ ວິຊາການຈາກອົງການພັດທະນາ ແລະ ບໍລິຫານຕົວເມືອງ ແລະ ບໍລິສັດຜູ້ຮັບເໝົາ ໄດ້ພ້ອມກັນລົງຕິດຕາມກວດກາຄວາມຄືບໜ້າຂອງການປັບປຸງ, ສ້ອມແປງເສັ້ນທາງ, ໄຟເຍືອງທາງ ແລະ ການປະດັບປະດາດັ່ງກ່າວ.

ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໄຊ ກ່າວວ່າ: ຜ່ານການລົງຕິດຕາມກວດກາຕົວຈິງເຫັນວ່າມາຮອດປັດຈຸບັນນີ້ ທັງ 3 ໜ້າວຽກຫຼັກ ໂດຍລວມແລ້ວແມ່ນສຳເລັດ 70% ຂອງແຜນການ. ໃນນັ້ນ, ການສ້ອມແປງເສັ້ນທາງມີຢູ່ 2 ໜ້າວຽກ ຄື: ຕາບທາງບ່ອນເປັນຂຸມ, ເປັນຮ່ອງ, ສ້ອມແປງບາງຈຸດທີ່ເປ່ເພ ແລະ ປັບປຸງຮ່ອງລະບາຍນ້ຳແຄມເສັ້ນທາງ, ການປັບປຸງໄຟເຍື່ອງທາງໃນທົ່ວເມືອງ ມີທັງໝົດ 6 ຈຸດໃຫຍ່ ແລະ ຈັດຕັ້ງປະຕິບັດສຳເລັດແລ້ວ 5 ຈຸດ.

ສ່ວນການປະດັບປະດາ ແລະ ຕິດທຸງ, ຄໍາຂວັນຕ່າງໆແມ່ນສຳເລັດເກືອບ 100% ແລ້ວ ຍັງພຽງບາງຈຸດທີ່ເປັນເສັ້ນທາງຮ່ອມເທົ່ານັ້ນ ແລະ ຄາດວ່າຈະເຮັດໃຫ້ສຳເລັດກ່ອນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງອຸດົມໄຊ ຄັ້ງທີ IX ຈະໄຂຂຶ້ນ.

[ ຂ່າວ: ຄານມະນີ ຮຽນດໍຈັນ ]