ຕຳຫຼວດເອີຣົບ ມ້າງກຸ່ມພິມພັນທະບັດປອມ

95

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເຈົ້າໜ້າທີ່ຕຳຫຼວດຫຼາຍປະເທດໃນເອີຣົບ ໄດ້ຮ່ວມມືກັນມ້າງກຸ່ມພິມພັນທະບັດປອມ ເຊິ່ງມີສ່ວນກ່ຽວຂ້ອງກັບກຸ່ມ ມາເຟຍ ພ້ອມທັງຈັບຕົວຜູ້ຖືກສົງໄສໄດ້ 44 ຄົນ.

ການຈັບກຸມກຸ່ມແກ້ງດັ່ງກ່າວສ່ວນຫຼາຍຈັບໄດ້ຢູ່ໃນອິຕາລີ, ຝຣັ່ງ ແລະ ແບນຊິກ ຫຼັງຈາກໃຊ້ເວລາໃນການສືບສວນ – ສອບສວນມາດົນນັບປີ ເຊິ່ງສາມາດຢຶດຂອງກາງເປັນເງິນສົດໄດ້ 8 ລ້ານເອີໂຣ ແລະ ຊັບສິນອື່ນໆອີກ ມູນຄ່າ 8 ລ້ານກວ່າເອີໂຣ.

ສຳລັບພັນທະບັດປອມ ສ່ວນໃຫຍ່ເປັນພັນທະບັດ ໃບລະ 50 ເອີໂຣ ໂດຍມີມູນຄ່າທັງໝົດ ປະມານ 10 ລ້ານເອີໂຣ.