ອີຢູ ອະນຸມັດໂກຕານຳເຂົ້າຜະລິດຕະພັນກະສິກຳຈາກຫວຽດນາມ

126

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການເອີຣົບ ( ອີຊີ ) ໄດ້ປະກາດ ແລະ ຊີ້ແຈງເຖິງຮູບແບບວິທີຄຸ້ມຄອງ ກ່ຽວກັບໂກຕານຳເຂົ້າສຳລັບບາງຜະລິດຕະພັນກະສິກຳ ແລະ ເຂົ້າສານຈາກຫວຽດນາມ, ຕາມຂໍ້ຕົກລົງຂອງສັນຍາການຄ້າເສລີ ຫວຽດນາມ – ເອີຣົບ ( EVFTA ) ເຊິ່ງມີຜົນແຕ່ວັນທີ 1 ສິງຫານີ້ເປັນຕົ້ນໄປ.

ຂໍ້ຕົກລົງດັ່ງກ່າວລະບຸວ່າ: ຜະລິດຕະພັນກະສິກຳ ພິເສດແມ່ນເຂົ້າສານຂອງຫວຽດນາມ ຈະໄດ້ຍົກເວັ້ນພາສີນຳເຂົ້າ ເມື່ອສົ່ງໄປຂາຍໃຫ້ອີຢູ. ເຖິງຢ່າງໃດກໍຕາມ, ສິນຄ້າປະເພດນີ້ມີໂກຕານຳເຂົ້າໃນແຕ່ລະປີ. ນອກນີ້, ຍັງມີໂກຕານຳເຂົ້າໄຂ່ໄກ່ ແຕ່ວັນທີ 1 ສິງຫາ ຮອດວັນທີ 31 ທັນວາ ຈຳນວນ 208 ກວ່າໂຕນ ( ຍັງບໍ່ລວມກັບໂກຕາໃນແຕ່ລະປີ 500 ໂຕນ ), ຜັກທຽມ 168 ໂຕນ ຫາ 400 ໂຕນ, ສາລີ 2.000 ໂຕນຫາ 5.000ໂຕນ, ປາທູນາ 4.800 ໂຕນ ຫາ 11.500 ໂຕນ.

ສຳລັບການສົ່ງອອກເຂົ້າຂອງຫວຽດນາມໄປເອີຣົບ, ຄະນະກຳມະການເອີຣົບໄດ້ອອກຂໍ້ກຳນົດຕ່າງຫາກ ດ້ວຍປະລິມານແຕ່ລະປີ ແມ່ນ 80.000 ໂຕນ, ໃນນັ້ນມີເຂົ້າເປືອກ 20.000 ໂຕນ, ເຂົ້າສານ 30.000 ໂຕນ ແລະ ເຂົ້າສານຫອມ 30.000 ໂຕນ.