ອິນເດຍ ສັ່ງປິດເມືອງຮອບໃໝ່ໃນຫຼາຍລັດ

121

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຂໍ້ມູນຈາກກະຊວງສາທາລະນະສຸກອິນເດຍ ໃຫ້ຮູ້ວ່າ: ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ – 19 ໃນປະເທດອິນເດຍ ເພີ່ມສູງຂຶ້ນທະລຸ 1 ລ້ານຄົນ ແລະ ເສຍຊີວິດ 24.915 ຄົນ ໂດຍສະເພາະມີຜູ້ຕິດເຊື້ອເພີ່ມຂຶ້ນໃນລັດທີ່ຢູ່ຫ່າງໄກ ເຮັດໃຫ້ທາງການຕ້ອງສັ່ງປິດເມືອງຮອບໃໝ່ໃນຫຼາຍລັດ.

ອິນເດຍ ເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບ 2 ຂອງໂລກ ຮອງຈາກຈີນ ເຊິ່ງມີປະຊາກອນປະມານ 1.300 ລ້ານຄົນ ມີຜູ້ຕິດເຊື້ອພະຍາດໂຄວິດ – 19 ເປັນອັນດັບ 3 ຂອງໂລກ ຮອງຈາກອາເມຣິກາ ແລະ ບຣາຊິນ ເຊິ່ງອິນເດຍຍັງບໍ່ທັນມີສັນຍານບົ່ງບອກວ່າຕົວເລກຜູ້ຕິດເຊື້ອຈະຫຼຸດລົງແຕ່ຢ່າງໃດ. ຂະນະດຽວກັນ, ການກວດຫາເຊື້ອຂອງປະຊາຊົນໃນອິນເດຍ ຍັງຢູ່ໃນເກນຕ່ຳທີ່ສຸດໃນໂລກ ເມື່ອທຽບໃສ່ກັບຈໍານວນປະຊາກອນ.

ລາຍງານລະບຸວ່າ: ຫຼາຍເມືອງໃຫຍ່ໃນອິນເດຍ ເຊັ່ນ: ເດນລີ ແລະ ມຸມໄບ ເຄີຍເປັນຈຸດກວດພົບຜູ້ຕິດເຊື້ອລາຍໃໝ່ ແຕ່ຂະນະນີ້ການຕິດເຊື້ອລາຍໃໝ່ໄດ້ເກີດຂຶ້ນໃນພື້ນທີ່ຊົນນະບົດຂອງປະເທດ ເຊິ່ງເປັນຈຸດທີ່ລະບົບສາທາລະນະສຸກຍັງບໍ່ເຂັ້ມແຂງພໍ. ດັ່ງນັ້ນ, ທາງການອິນເດຍ ຈຶ່ງຕ້ອງປະກາດປິດເມືອງໃນຫຼາຍລັດ ເພື່ອຄວບຄຸມພະຍາດ. ຫຼ້າສຸດ, ແມ່ນລັດພິຫານ ທາງຕາເວັນອອກຂອງປະເທດ ເພາະແຮງງານຍົກຍ້າຍກັບຖິ່ນຖານຫຼາຍພັນຄົນໄດ້ກັບມາເຖິງບ້ານເກີດ ເພາະມາດຕະການປິດເມືອງຍັງຄົງຈັດຕັ້ງປະຕິບັດອີກຕໍ່ໄປ.