ສະພານະຄອນຫຼວງສຳເລັດກອງປະຊຸມເທື່ອທີ 9 ຊຸດທີ I ພ້ອມຮັບຮອງພິຈາລະນາ 8 ບັນຫາສໍາຄັນ

266

ກອງປະຊຸມ ສະໄຫມສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ຫຼັງດໍາເນີນມາເປັນເວລາ 3 ວັນເຕັມ ນັບຕັ້ງແຕ່ວັນທີ 15 ຫາ 17 ກໍລະກົດ 2020, ເຊິ່ງໃນກອງປະຊຸມໄດ້ມີການປະກອບຄໍາເຫັນຂອງບັນດາທ່ານຜູ້ແທນ ພ້ອມຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ 8ບັນຫາສໍາຄັນຂອງນະຄອນຫຼວງວຽງຈັນ.

ກອງປະຊຸມດັ່ງກ່າວ ໄດ້ອັດລົງໃນວັນທີ 17 ກໍລະກົດ 2020 ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ຕະຫຼອດໄລຍະເວລາ 3 ວັນທີ່ຜ່ານມາ, ບັນດາທ່ານຜູ້ແທນໄດ້ສຸມທຸກສະຕິປັນຍາໃນການຄົ້ນຄວ້າ, ປະກອບຄວາມຄິດເຫັນຢ່າງມີເຫດຜົນ, ມີເນື້ອໃນທີ່ເລິກເຊິ່ງ, ມີຄວາມເປັນເອກະພາບສູງໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆ ຂອງນະຄອນຫຼວງ ດັ່ງນີ້:

1 ໄດ້ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2020 ຂອງນະຄອນຫຼວງ ແລະ ການສະເຫນີດັດແກ້ແຜນງົບປະມານ, ຕົວເລກຄາດການເຕີບໂຕທາງດ້ານເສດຖະກິດ ຂອງນະຄອນຫຼວງ

2 ໄດ້ຮັບຮອງເອົາທ່ານນາງ ບົວວອນ ສຸກສາແສງ ວ່າການແທນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ເປັນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ

3 ໄດ້ຮັບຮອງເອົາທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ເປັນຫົວໜ້າພະແນກ ຍຸຕິທຳ ນະຄອນຫຼວງວຽງຈັນ

4 ໄດ້ຮັບຮອງເອົາທ່ານ ພັອ ສຸພະຈັນ ບຸດດາຄຳ ຮັກສາການ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

5 ໄດ້ຮັບຮອງເອົາທ່ານ ສົມພອນ ສອນດາລາ ວ່າການແທນຫົວໜ້າ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ເປັນ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ.

6 ໄດ້ຮັບຮອງເອົາຮ່າງຂໍ້ຕົກລົງຂອງເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍການກໍານົດຂອບເຂດ ແລະ ປະເມີນຫົວຫນ່ວຍລາຄາທົດແທນຄ່າເສຍຫາຍ ຕໍ່ຜູ້ຖືກຜົນກະທົບຈາກໂຄງການກໍ່ສ້າງສາຍສົ່ງໄຟຟ້າ 230 ກິໂລໂວນ ຂອງລັດວິສາຫະກິດໄຟຟ້າລາວ ແຕ່ສະຖານີນາບົງ, ເມືອງປາກງື່ມ ຫາ ສະຖານີດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

7 ໄດ້ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2020 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ

8 ໄດ້ຮັບຟັງການຊີ້ແຈ້ງບາງບັນຫາທີ່ພົ້ນເດັ່ນໃນໄລຍະຜ່ານມາຄື: ຜົນກະທົບຕໍ່ເສດຖະກິດ-ສັງຄົມ ແລະ ງົບປະມານ ຈາກການລະບາດຂອງພະຍາດໂຄວິດ-19; ບັນຫາການຄຸ້ມຄອງ ແລະ ກວດກາການຂຸດຄົ້ນແຮ່ທາດ, ດູດຫີນຊາຍ ໃນນະຄອນຫຼວງ; ບັນຫາການຄຸ້ມຄອງຮ້ານອິນເຕີເນັດຄາເຟ; ບັນຫາການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງ; ບັນຫາຈັນຍາບັນຂອງຜູ້ພິພາກສາ ແລະ ພະນັກງານວິຊາການ ຂອງສານປະຊາຊົນ ນະຄອນຫຼວງ; ບັນຫາການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຕໍ່ກັບບັນຫາການຮິບຊັບ, ຮິບວັດຖຸສິ່ງຂອງທີ່ໄດ້ມາຈາກການກະທໍາຜິດຕາມຄໍາຕັດສິນຂອງສານ ໄລຍະ 06 ເດືອນຕົ້ນປີ 2020 ຂອງພະແນກຍຸຕິທໍາ ນະຄອນຫຼວງ.

ທ່ານ ອານຸພາບ ຕຸນາລົມ ກ່າວຕື່ມວ່າ: ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ໃນຄັ້ງນີ້ ເຫັນວ່າໃນຫຼາຍດ້ານສືບຕໍ່ໄດ້ຮັບການປັບປຸງ ແລະ ຍົກລະດັບຄຸນນະພາບ ເປັນຕົ້ນ: ການປະກອບຄໍາເຫັນ ແລະ ການຕັ້ງຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ມີຄວາມຊັດເຈນ, ມີຈຸດສຸມ ແລະ ຮັກສາເວລາໄດ້ດີ; ເຖິງວ່າກອງປະຊຸມຄັ້ງນີ້ ດໍາເນີນໃນໄລຍະເວລາອັນສັ້ນກໍຕາມ ແຕ່ຍັງໄດ້ຈັດສັນເວລາ ເພື່ອຮັບຟັງການຕອບຄໍາຊັກຖາມ, ການຊີ້ແຈງຈາກທ່ານເຈົ້າຄອງ, ທ່ານຮອງເຈົ້າຄອງ, ບັນດາຫົວຫນ້າພະແນກການຕ່າງໆ ຕໍ່ກັບບັນຫາທີ່ພົ້ນເດັ່ນໃນ ໄລຍະຜ່ານມາ ເຊິ່ງເຫັນວ່າອົງການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງມີຄວາມເອົາໃຈໃສ່ໃນການອະທິບາຍ ຊີ້ແຈ້ງຕໍ່ຄໍາຊັກຖາມມີຄວາມລະອຽດ, ຊັດເຈນດີສົມຄວນ, ມີຄວາມຈິງໃຈ ແລະ ຮັບເອົາຄວາມຄິດເຫັນຂອງຜູ້ແທນກອງປະຊຸມໄປພິຈາລະນາ ເພື່ອປັບປຸງເນື້ອໃນ ແລະ ການປະຕິບັດວຽກງານຕົວຈິງຂອງຕົນໃຫ້ດີຂຶ້ນ.

ທ່ານ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ຍັງໄດ້ກ່າວຕື່ມວ່າ: ເພື່ອສືບຕໍ່ຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດ-ສັງຄົມ ໃນໄລຍະ 06 ເດືອນທ້າຍປີ 2020 ນັ້ນ, ພວກເຮົາຍັງຕ້ອງປະເຊີນຫນ້າກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫຼາຍປະການ ໃນເງື່ອນໄຂການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (COVID-19) ແລະ ສະພາບເສດຖະກິດທີ່ຝືດເຄືອງ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງ. ສະນັ້ນ, ກອງປະຊຸມຮຽກຮ້ອງມາຍັງບັນດາ ທ່ານຄະນະປະຈໍາສະພາປະຊາຊົນ, ອົງການປົກຄອງ, ອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການໄອຍະການ, ສານປະຊາຊົນ ນະຄອນຫຼວງ ສືບຕໍ່ຊີ້ນໍາບັນດາຄະນະກໍາມະການ, ພະແນກການ, ຂະແຫນງການ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຈັດຕັ້ງຜັນຂະຫຍາຍມະຕິ ຂອງກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຄາດຫມາຍທີ່ວາງໄວ້.