ປະມວນພາບ ນ້ອງໃໝ່ ວຽງຈັນ ເອັຟທີ ເປີດຕົວທີມລຸຍ ລາວລີກ 1, ອາທິດນີ້ລົງສະໜາມນັດທໍາອິດ

121

ເມື່ອວັນທີ 16 ກໍລະກົດ 2020 ທີ່ສະໜາມກີລາແຫ່ງຫຍ້າທຽມ ສັບພະວິຊາ ໄດ້ມີພິທີເປີດຕົວສະໂມສອນ ວຽງຈັນ ເອັຟທີ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາສວນ ທອງມະນີວົງ ປະທານສະໂມສອນວຽງຈັນ ເອັຟທີ, ທ່ານ ເພັດສະລັດ ສະຫວັນ ຮອງປະທານສະໂມສອນ ພ້ອມດ້ວຍຄະນະຄູຝຶກ, ນັກກີລາ ແລະ ຕ່າງໜ້າຜູ້ສະໜັບສະໜູນ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ຄໍາສວນ ທອງມະນີວົງ ປະທານສະໂມສອນວຽງຈັນ ເອັຟທີ ກ່າວວ່າ: ວຽງຈັນ ເອັຟຊີ ສ້າງຕັ້ງຂຶ້ນໃນວັນທີ 12 ພຶດສະພາ 2013 ພ້ອມກັບການເປີດນໍາໃຊ້ສະໜາມຫຍ້າທຽມ ສັບພະວິຊາ ໂດຍຄອບຄົວຂອງ ເຄນກິຕິສັກ ທີ່ໄດ້ເລີ່ມຈາກການສ້າງທີມອະນຸຊົນ ແລະ ເຍົາວະຊົນ ນັບຕັ້ງແຕ່ປີ 1990 ຈົນມາເຖິງປີ 1998 ໄດ້ມາໃສ່ສະໂມສອນເຍົາວະຊົນຂອງ ຍທຂ ( ໂຍທາທິການ ແລະ ຂົ່ນສົ່ງ ) ໃນປີ 2004 ກ່ອນຈະປ່ຽນມາເປັນວຽງຈັນ ເອັຟຊີ ໃນປີ 2013.

ຜູ້ສະໜັບສະໜູນຂອງ ວຽງຈັນ ເອັຟທີ ລະດູການນີ້ປະກອບມີ: ບໍລິສັດ ກາເພັດ ມະຫາຊົນ, ພອນທິບ ໂຮມເຊັນເຕີ ຈໍາກັດ, P&P ຂາເຂົ້າ-ຂາອອກ, ກາແຂ້ ຈໍາກັດ, ຄອນວູດ ຈໍາກັດ, TOA ປະເທດລາວຈໍາກັດ, SCG ມະຫາຊົນ, SEAL TEX ຈໍາກັດ, Schneider electric ຈໍາກັດ, ODIEN Mall ຈໍາກັດ, JONGLUAY ຈໍາກັດ, ໂຮງງານນໍ້າດື່ມ ອິນອອນ, KDD ແກ້ວດວງເດືອນ ຈໍາກັດ, ບໍລິສັດ MINING ຈໍາກັດ, ເດີນກີລາ ດອນນົກຂຸ້ມ TENNIS COURTS & ACADEMY, ຄອບຄົວແກ້ວດວງເດດ, ສະໜາມກີິລາຫຍ້າທຽມ ສັບພະວິຊາ, ຮ້ານຂາຍເຄື່ອງກີລາ ບີແກນ ສະປອດ ແລະ ເຄື່ອງກີລາ ເອັກ ແບຣນສະປອດ.

ສໍາລັບ ນັດທໍາອິດຂອງ ວຽງຈັນ ເອັຟຊີ ຈະຫຼິ້ນໃນຖານະທີມນອກບ້ານພົບກັບ ວຽງຈັນ ເອັຟຊີ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໃນວັນທີ 18 ກໍລະກົດ 2020 ເວລາ 16:00 ໂມງ