ດີໃຈນໍາ! ປະຊາຊົນເມືອງຫຼາໄດ້ຊົມໃຊ້ໄຟຟ້າກວມ 100%

180

ຕອນເຊົ້າວັນທີ 10 ກໍລະກົດ 2020 ທີ່ສະໂມສອນບ້ານໂພນສະຫວັດ ເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດພິທີເປີດໃຫ້ປະຊາ ຊົນ ບ້ານໂພນສະຫວັດ ນຳໃຊ້ໄຟຟ້າ ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງໆຫຼາ; ມີຕາງໜ້າການນຳແຂວງ, ການນໍາເມືອງຫຼາ, ອົງການປົກຄອງບ້ານ, ວິຊາການໄຟຟ້າ ແລະ ປະຊາຊົນ ພາຍໃນບ້ານດັ່ງກ່າວ.

ທ່ານ ຄໍາພຸດ ຈະເລີນສຸກ ຮັກສາການຫົວໜ້າ ລັດວິສາຫະກິດ ໄຟຟ້າລາວ ສາຂາອຸດົມໄຊ ກ່າວວ່າ: ບ້ານໂພສະຫວັດ ແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານພູແທນ ເມືອງຫຼາ ແຂວງອຸດົມໄຊ, ຕັ້ງຢູ່ຫ່າງຈາກເທສະບານແຂວງ 47 ກິໂລແມັດ, ເປັນບ້ານນ້ອຍ ເຊິ່ງມີພົນລະເມືອງທັງໝົດ ພຽງແຕ່118 ຄົນ ຍິງ 59 ຄົນ, ມີ 21 ຄອບຄົວ ແລະ ມີ 26 ຄົວເຮືອນ. ເປັນບ້ານດຽວທີ່ຍັງບໍ່ທັນມີໄຟຟ້າຊົມໃຊ້ເທື່ອ ຖ້າຫາກບ້ານດັ່ງກ່າວມີໄຟຟ້າຊົມໃຊ້ແລ້ວຈະເຮັດໃຫ້ທົ່ວເມືອງຫຼາ ມີອັດຕາສ່ວນການຊົມໃຊ້ໄຟຟ້າກວມ 100%.

ດັ່ງນັ້ນ, ການນຳຂັ້ນເມືອງຈຶ່ງສະເໜີຫາຂະແໜງການກ່ຽວຂ້ອງໃນຂັ້ນແຂວງ ເພື່ອຄົ້ນຄວ້າ,ພິຈາລະນາແກ້ໄຂ. ມາຮອດວັນທີ 12 ເດືອນມິຖຸນາ 2020 ທາງລັດວິສາຫະກິດ ໄຟຟ້າລາວ ສາຂາອຸດົມໄຊ ເລີ່ມຕົ້ນສຳຫຼວດ ແລະ ລົງມືກໍ່ສ້າງ. ໃນນັ້ນ, ປະ ກອບມີ: ກໍ່ສ້າງຕາຂ່າຍ 12,7 ກິໂລໂວນ ຍາວ 3,7 ກິໂລແມັດ,ຕາຂ່າຍແຮງຕໍ່າ 0,23 ກິໂລໂວນ ຍາວ 250 ແມັດ, ຕິດຕັ້ງໝໍ້ແປງ 25 KVA ຈຳນວນ 1 ໜ່ວຍ. ສ້າງສຳເລັດໃນວັນທີ 27 ເດືອນມິຖຸນາ 2020 ລວມມູນຄ່າທັງໝົດ 190 ກວ່າລ້ານກີບ ເຊິ່ງງົບປະມານດັ່ງກ່າວແມ່ນມາຈາກ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອຸດົມໄຊ ແລະ ທຶນສົມທົບຈາກພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ.

[ ຂ່າວ: ຄານມະນີ ຮຽນດໍຈັນ ]