ຫສນຍ ສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ

104

ໃນຕອນເຊົ້າ ວັນທີ 16 ກໍລະກົດ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີຂຶ້ນ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍມີ ທ່ານ Paul Stephens ອຸປະທູດ ອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າຈາກອົງການສະຫະປະຊາຊາດປະຈຳ ສປປ ລາວ, ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ ພ້ອມດ້ວຍ ພະນັກງານ ພາຍໃນ ຫສນຍ ແລະ ພະນັກງານອາວຸໂສບຳນານເພດຍິງ ຈຳນວນໜຶ່ງ ເຂົ້າຮ່ວມ.


ການຈັດງານໃນມື້ນີ້ ແມ່ນເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ກໍ່ຄືການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນ ໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ລວມທັງ ມູນເຊື້ອອັນດີງາມຂອງແມ່ຍິງລາວ ໂດຍເນື້ອໃນສຳຄັນຂອງງານ ໃນຄັ້ງນີ້ ແມ່ນເນັ້ນກ່ຽວກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບ ຍິງ-ຊາຍ.


ໃນພິທີ ແມ່ນໄດ້ຮັບຟັງບັນຍາຍກ່ຽວກັບບົດຮຽນ ແລະ ປະສົບການຂອງປະເທດອົດສະຕາລີ ໃນການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ການຈັດຕັ້ງປະຕິບັດຍຸດທະສາດການເປັນຜູ້ນຳຂອງແມ່ຍິງ ແລະ ຄວາມສະ ເໝີພາບ ຍິງ-ຊາຍ; ການສະໜັບສະໜູນ ສປປ ລາວ ແລະ ສະຫະພັນແມ່ຍິງລາວ ຂອງອົງການສະຫະປະຊາຊາດ ເພື່ອແມ່ຍິງ (UNWomen); ການສະໜັບສະໜູນຂອງອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ດ້ານສຸຂະພາບໄວຈະເລີນພັນ, ສຸຂະພາບແມ່ຍິງ ແລະ ເດັກນ້ອຍ; ເຜີຍແຜ່ກົດໝາຍ ວ່າດ້ວຍຄວາມສະເໜີພາບ ຍິງ-ຊາຍ.


ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ກໍ່ໄດ້ໂອ້ລົມຕໍ່ຜູ້ເຂົ້າຮ່ວມ, ໃນນັ້ນ ໄດ້ເນັ້ນໜັກໃຫ້ສະມາຊິກສະຫະພັນແມ່ຍິງ ຫສນຍ ທຸກຄົນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນຕ້ອງເອົາໃຈໃສ່ ຈັດຕັ້ງປະຕິບັດຄຳຂວັນ 3 ດີ ຂອງແມ່ຍິງລາວ (ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ) ຕິດພັນກັບການປະຕິບັດຄຳຂວັນ 3 ດີ ຂອງ ຫສນຍ (ເປັນເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ), ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດໜ້າທີ່ ເປັນເສນາທິການ ໃຫ້ແກ່ການນຳແຕ່ລະຂັ້ນ ແລະ ສືບຕໍ່ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຕົນ ໃຫ້ມີຄວາມເຂັ້ມແຂງຮອບດ້ານ.


ພ້ອມກັນນີ້, ໃນສະພາບການທີ່ປະເທດເຮົາ ກໍຄືໃນທົ່ວໂລກ ກຳລັງປະເຊີນກັບສິ່ງທ້າທາຍ ແລະ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ທ່ານ ໄດ້ຮຽກຮ້ອງຄະນະບໍລິຫານງານສະຫະພັນແມ່ຍິງ ຫສນຍ ກໍ່ຄືຄະນະນຳຂອງບັນດາກົມ ພາຍໃນ ຫສນຍ ໃຫ້ເພີ່ມທະວີການນຳພາດ້ານການເມືອງແນວຄິດ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຂັ້ມວຽກ, ເຂັ້ມງານ, ເຮັດວຽກຮ່ວມກັນ ໃຫ້ມີຜົນສຳເລັດ, ສ້າງຄວາມພ້ອມໃຫ້ແມ່ຍິງສາມາດຮັບມືກັບສິ່ງທ້າທາຍ ແລະ ຄວາມສ່ຽງຈາກສະພາບທີ່ຜັນແປ ໃນພາກພື້ນ ແລະ ສາກົນ ເພື່ອພ້ອມກັນຜ່ານຜ່າວິກິດການໃນຄັ້ງນີ້.
ກອງປະຊຸມໃນຄັ້ງນີ້ ແມ່ນ ໄດ້ຮັບການສະໜັບສະໜູນຈາກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ.