ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ໄດ້ຮັບການຍ້ອງຍໍຜົນງານ 5 ປີ

117

ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ( ລລບສ ) ໄດ້ຈັດພິທີມອບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານໃຫ້ແກ່ພະນັກງານພາຍໃນລັດວິສາຫະກິດ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ສຸລິຍາ ມະນີວົງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ, ມີຄະນະອຳນວຍການ, ຄະນະກົມ ຄລປ, ຄະນະພະແນກ, ພະນັກງານຫຼັກແຫຼ່ງຂອງ ລລບສ ເຂົ້າຮ່ວມ.

ໃນພິທີ, ມີຜູ້ໄດ້ຮັບຫຼຽນໄຊແຮງງານຊັ້ນ II ມີຈໍານວນ 2 ທ່ານ ຄື: ທ່ານ ສຸລິຍາ ມະນີວົງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ແລະ ທ່ານ ຂັນທອງ ແກ້ວໄພທູນ ອະດີດຄະນະອຳນວຍການ ລລບສ. ສ່ວນພະນັກງານທີ່ໄດ້ຮັບຫຼຽນໄຊແຮງງານຊັ້ນ III ມີຈໍານວນ2 ທ່ານ, ໄດ້ຮັບຫຼຽນກາແຮງງານ ຈໍານວນ 1 ທ່ານ ແລະ ໄດ້ຮັບໃບຍ້ອງຍໍລັດຖະບານ ຈໍານວນ 35 ທ່ານ ຍິງ 5 ທ່ານ.

ໂອກາດນີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ມີຄຳເຫັນວ່າ: ການຍ້ອງຍໍໃນຄັ້ງນີ້ເປັນການຍ້ອງຍໍບັນດາກົມກອງກໍຄືບຸກຄົນຜູ້ທີ່ມີຜົນງານຄຸນງາມ ຄວາມດີ ທີ່ໄດ້ປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຕະຫຼອດໄລຍະ 5 ປີ ( 2013 – 2018 ) ຜ່ານມາ ເຊິ່ງຜົນງານດັ່ງກ່າວເປັນການປະກອບສ່ວນອັນສໍາຄັນໃນການພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງເປັນກ້າວໆ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 9 ກໍລະກົດ 2020 ຜ່ານມານີ້, ທີ່ຫ້ອງປະຊຸມລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ນະຄອນຫຼວງວຽງຈັນ.