ຄາຍຄຽດຫຼຸດຄວາມວິຕົກກັງວົນດ້ວຍ “ ສະໝຸນໄພ ”

175

ຄວາມຄຽດ ແລະ ຄວາມວິຕົກກັງວົນເປັນສະພາວະຂອງອາລົມ ເວລາຕ້ອງຜະເຊີນກັບບັນຫາຕ່າງໆ ຈົນເກີດຄວາມສະບາຍໃຈ, ກັງວົນໃຈ ເຊິ່ງສາເຫດຂອງການເກີດຄວາມຄຽດນັ້ນກໍຈະແຕກຕ່າງກັນອອກໄປ ເມື່ອເກີດຄວາມຄຽດຄົນເຮົາກໍຕ້ອງຈັດການກັບຄວາມຄຽດ ແລະ ແນ່ນອນວ່າວິທີການຈັດການກັບຄວາມຄຽດກໍຈະຕ່າງກັນອອກໄປໃນແຕ່ລະຄົນ ບາງຄົນອອກກຳລັງກາຍເພື່ອຫຼຸດຄວາມຄຽດ, ບາງຄົນກໍເບິ່ງໜັງ, ຟັງເພງ ແລະ ອື່ນໆ ມື້ນີ້ເຮົາມີສະໝຸນໄພຄາຍຄຽດມາຝາກໄປເບິ່ງກັນເລີຍວ່າມີສະໝຸນໄພຫຍັງແນ່.

ດອກໝາກນອດ (Passionflower)

ໝາກນອດເປັນໝາກໄມ້ລົດຊາດສົ້ມທີ່ຫຼາຍຄົນຮູ້ຈັກກັນເປັນຢ່າງດີ ດອກໝາກນອດເປັນສະໝຸນໄພທີ່ນິຍົມນຳມາຮັກສາອາການນອນບໍ່ຫຼັບ, ໂລກສະມາທິສັ້ນ ນອກຈາກນີ້ຍັງມີການໃຊ້ດອກໝາກນອດຄູ່ກັບສະໝຸນໄພຊະນິດອື່ນເພື່ອເຮັດໃຫ້ຮູ້ສຶກຜ່ອນຄາຍຫຼາຍຂຶ້ນ ສ່ວນໃຫຍ່ແລ້ວເຮົາມັກຈະໃຊ້ດອກໝາກນອດໃນການປະກອບອາຫານ ຫາກຕ້ອງການໃຊ້ດອກໝາກນອດໃນທາງຢາຄວນປຶກສາຜູ້ຊ່ຽວຊານກ່ອນໃຊ້.

ໃບກະເພົາ

ໃບກະເພົາເປັນສະໝຸນໄພທີ່ມີສານຕ້ານອະນຸມູນອິດສະຫຼະທີ່ມີປະສິດທິພາບ ນອກຈາກການໃຊ້ປະກອບອາຫານແລ້ວ ໃບກະເພົາຍັງໃຊ້ເພື່ອບັນເທົາຄວາມຄຽດ ແລະ ຊ່ວຍຜ່ອນຄາຍໄດ້ດີ ນອກຈາກນີ້ໃບກະເພົາຍັງເປັນພືດທີ່ມີສ່ວນຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດ ແລະ ຊ່ວຍຫົວໃຈໃຫ້ມີສຸຂະພາບດີຂຶ້ນ.

ຫອມເສີມ

ຫອມເສີມເປັນພືດຕະກູນມິ້ນທີ່ໄດ້ຮັບການສຶກສາແລ້ວວ່າມີສ່ວນຊ່ວຍຫຼຸດຄວາມວິຕົກກັງວົນ ບາງຄັ້ງອາດຈະໃຊ້ຮ່ວມກັບສະໝຸນໄພທີ່ຊ່ວຍຫຼຸດຄວາມວິຕົກກັງວົນອື່ນໆຢ່າງເຊັ່ນ ດອກຄາໂມມາຍ, ລາເວນເດີ ເປັນຕົ້ນ.

ໃຊ້ສະໝຸນໄພຄາຍຄຽດແນວໃດໃຫ້ປອດໄພ?

ການໃຊ້ສະໝຸນໄພເພື່ອບັນເທົາຄວາມຄຽດ ຫຼື ຫຼຸດອາການເກີດຄວາມວິຕົກກັງວົນນັ້ນຕ້ອງມີການປຶກສາແພດໝໍກ່ອນການໃຊ້ ເພາະສະໝຸນໄພບາງຢ່າງອາດສົ່ງຜົນກະທົບຕໍ່ຢາບາງຊະນິດທີ່ໃຊ້ຢູ່ ຈົນອາດເຮັດໃຫ້ເກີດຜົນຂ້າງຄຽງທີ່ສົ່ງຜົນເສຍຕໍ່ສຸຂະພາບຢ່າງຮຸນແຮງ ດັ່ງນັ້ນ ກ່ອນຈະໃຊ້ສະໝຸນໄພຄວນປຶກສາແພດໝໍກ່ອນ.