ໄຂຂໍ້ສົງໄສ ເປັນຫຍັງ ການຫາວ ຈຶ່ງເປັນພະຍາດຕິດຕໍ່?

288

ທ່ານຮູ້ ຫຼື ບໍ່ ວ່າການຫາວຕິດຕໍ່ກັນໄດ້ ໂດຍການຫາວນຳຄົນອື່ນທັງທີ່ເຮົາບໍ່ໄດ້ຢາກນອນນັ້ນ ເປັນປາກົດການຢ່າງໜຶ່ງທີ່ອະທິບາຍໄດ້ດ້ວຍຫຼັກການວິທະຍາສາດທີ່ເອີ້ນວ່າ contagious yawning.

ປົກກະຕິການຫາວທີ່ເກີດຂຶ້ນຕາມທຳມະຊາດມັກເກີດຂຶ້ນໃນຂະນະທີ່ເຮົາກຳລັງຮູ້ສຶກເມື່ອຍ ຫຼື ເບື່ອ, ໂດຍໃນຊ່ວງນີ້ລະດັບອົກຊີເຈນໃນເລືອດຕ່ຳ ສ່ວນກາສກາກໂບນິກໃນເລືອດນັ້ນເຂັ້ມຂຸ້ນຂຶ້ນ ເຊິ່ງຮ່າງກາຍໄດ້ຮັບອົກຊີເຈນບໍ່ພຽງພໍ ຫຼື ມີກາສກາກໂບນິກຫຼາຍເກີນໄປ ຈະເຮັດໃຫ້ຮ່າງກາຍອ່ອນເພຍ, ການຫາວຈະຊ່ວຍໃຫ້ເຮົາສາມາດຫາຍໃຈເຂົ້າເລິກໆເພື່ອນຳອົກຊີເຈນເຂົ້າໄປໃຫ້ໄດ້ຫຼາຍຂຶ້ນ ແລະ ໃນຂະນະຫາຍໃຈອອກຍັງນຳກາສກາກໂບນິກອອກມາໄດ້ຫຼາຍຂຶ້ນເຊັ່ນກັນ.

ຫາວນຳກັນເພາະຮຽນແບບກັນ?

ການຫາວນຳຄົນອື່ນເປັນພຶດຕິກຳຮຽນແບບໄດ້ໂດຍບໍ່ຮູ້ໂຕ ຫຼື ທີ່ເອີ້ນວ່າ Chameleon Effect ໂດຍເກີດຂຶ້ນຈາກເຊວສະໝອງແວ່ນເງົາ (mirror neurons) ເຊວສະໝອງສ່ວນນີ້ຈະລອກຮຽນແບບພຶດຕິກຳຂອງບຸກຄົນອື່ນ ຢ່າງໃດກໍຕາມບໍ່ໄດ້ມີພຽງມະນຸດເທົ່ານັ້ນທີ່ຫາວຕິດຕໍ່ກັນໄດ້ ແຕ່ຍັງພົບວ່າໝາ ແລະ ຊິມແປນຊີກໍມີພຶດຕິກຳການຫາວນຳກັນໄດ້ເຊັ່ນດຽວກັນ.

ປາກົດການນີ້ຈະເກີດຂຶ້ນເມື່ອເວລາເຮົາເຫັນໃຜຄົນໃດຄົນໜຶ່ງກຳລັງເຮັດບາງຢ່າງ ເຊວສະໝອງແວ່ນເງົາຈະສັ່ງໃຫ້ສະໝອງເຮັດວຽກຄືກັບວ່າ ເຮົາກຳລັງເຮັດສິ່ງດຽວກັນນັ້ນຢູ່ນຳກັນ ການກະທຳທີ່ມີລັກສະນະໃກ້ຄຽງກັບການຫາວ ກໍອາດຈະເປັນການນັ່ງຂາໄຂວ່ຫ້າງ, ການກົ້ມເບິ່ງໂມງ, ການທີ່ມີຄົນຍືນເຄື່ອງໃຫ້ເຮົາແລ້ວເຮົາກໍຍືນມືອອກໄປຮັບອັດຕະໂນມັດໂດຍບໍ່ໄດ້ທັນເບິ່ງວ່າມັນຄືຫຍັງ ເຊິ່ງນັ້ນກໍລວມເຖິງການຫາວ ເຊິ່ງເມື່ອເຮົາເຫັນພາບກົນໄກການຫາວເຮົາຈຶ່ງຫາວນຳ.

ການຫາວນຳກັນເປັນພຶດຕິກຳ?

ເປັນຂໍ້ສັນນິຖານຂອງນັກພຶດຕິກຳສາດທີ່ລະບຸວ່າ ການຫາວນຳກັນເປັນຮູບແບບຂອງພຶດຕິກຳທີ່ຖືກກຳນົດໄວ້ ຫຼື fixed action pattern ໂດຍການຫາວນັ້ນເປັນປະຕິກິລິຍາຂອງສິ່ງທີ່ມີຊີວິດທີ່ຈະຕອບສະໜອງຕໍ່ສິ່ງທີ່ກະຕຸ້ນໂດຍ fixed action pattern ທີ່ວ່ານີ້ເປັນຮູບແບບພຶດຕິກໍາທີ່ງ່າຍທີ່ສຸດ ເພາະເປັນການຕອບສະໜອງແບບກົງໄປກົງມາ ໃນລັກສະນະຄ້າຍກັບໂດມີໂນທີ່ໂຕໜຶ່ງລົ້ມອີກໂຕໜຶ່ງກໍຕ້ອງລົ້ມຕາມກັນໄປ. ດັ່ງນັ້ນ, ເມື່ອມີຄົນໃດຄົນໜຶ່ງຫາວນອນຂຶ້ນມາ ກໍຈະເຮັດໃຫ້ຄົນອ້ອມຂ້າງຫາວຕາມນັ້ນເອງ.

ເຖິງຢ່າງໃດ ປາກົດການຫາວນຳກັນ ກໍຍັງເປັນປິດສະໜາທີ່ຍັງຫາສາເຫດທີ່ແນ່ນອນບໍ່ໄດ້ ແຕ່ທີ່ແນ່ໆຖ້າທ່ານຫາວເພາະຢາກນອນຄວນໄປນອນຈະດີກວ່າ.