ທ່ານນາຍົກເດີນທາງໄປຫວຽດນາມ ຫາລືການຮ່ວມຟື້ນຟູເສດຖະກິດຫຼັງໂຄວິດ-19

191

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານຫງວຽນ ຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະ ນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມ ຢາມເຮັດວຽກເປັນການພາຍໃນ ທີ່ ນະຄອນດານັງ, ສສ. ຫວຽດນາມ ໃນລະຫວ່າງວັນທີ 05-06 ກໍລະກົດ 2020, ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ແລກປ່ຽນບົດຮຽນໃນການພື້ນຟູເສດຖະກິດຫຼັງການລະບາດຂອງພະຍາດໂຄວິດ-19 ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ລາວ-ຫວຽດນາມ ແນໃສ່ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດ ນາມໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.


ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງເຖິງສາຍພົວພັນມິດຕະພາບອັນດູດດື່ມ, ຄວາມສາມັກຄີພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ອ້າຍນ້ອງ ທີ່ໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ແໜ້ນເເຟ້ນໃນໄລຍະຜ່ານ.ສອງຝ່າຍ ຍັງໄດ້ຕີລາຄາສູງການພົວພັນຮ່ວມມືທີ່ມີໝາກມີຜົນໃນໄລຍະຜ່ານມາ ໂດຍສະເພາະຜົນສໍາເລັດໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທັງຢູ່ ສສ.ຫວຽດນາມ ແລະ ສປປລາວ ກໍຄືການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະການເເຜ່ລະບາດຂອງພະຍາດດັ່ງກ່າວ.


ນອກຈາກນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງ ແລະ ສະແດງຄວາມເຊີຍເຊິ່ງກັນ ແລະ ກັນ ຕໍ່ຜົນສຳເລັດໃນການສ້າງສາ ແລະ ພັດ ທະນາປະເທດຊາດ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດສືບຕໍ່ຂະຫຍາຍໃນຕົວ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະ ຊາຊົນສອງຊາດໄດ້ຮັບການພັດທະນາໃຫ້ດີ ຂື້ນເທື່ອລະກ້າວ.

ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຊົມ ເຊີຍຝ່າຍຫວຽດນາມ ທີ່ໄດ້ປະສົບຜົນສຳເລັດໃນການເປັນປະ ທານກອງປະຊຸມສຸດຍອດອາຊຽນຄັ້ງທີ 36, ກອງປະຊຸມໄອປາ ແລະ ທັງເປັນປະທານກອງປະຊຸມສະມາຊິກບໍ່ຖາ ວອນ ຂອງ ສະພາຄວາມໝັ້ນຄົງ ສປຊ ໃນປີ 2020 ນີ້.
ໃນໄລຍະການຢ້ຽມຢາມເຮັດວຽກໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະຍັງໄດ້ເດີນທາງໄປຢ້ຽມຢາມເຂດອຸດສະຫະກຳ ດ້ຽນນາມ-ດ້ຽນ ຫງ໋ອກ, ແຂວງກວາງນາມ ອີກດ້ວຍ ເພື່ອຖອດຖອນບົດ ຮຽນໃນການພັດທະນາເສດຖະກິດ-ສັງຄົມໃນເຂດດັ່ງກ່າວ.

ພາບ-ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ