ໜັກຫຼາຍ ຜົນກະທົບຈາກໂຄວິດຕໍ່ຂະແໜງທ່ອງທ່ຽວ ບໍລິສັດ-ແຮງງານລ້ວນຢູ່ຍາກ

220

ຂະແໜງການທ່ອງທ່ຽວຂອງ ສປປ ລາວ ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລະບາດຂອງພະຍາດໂຄວິດ – 19, ຜູ້ປະກອບການທຸລະກິດການທ່ອງທ່ຽວ ແລະ ເຄືອຄ່າຍສະໜອງການທ່ອງທ່ຽວ ປະມານ 90% ໄດ້ຮັບຜົນກະທົບທາງດ້ານການເງິນ. ຂະນະທີ່ຮອງລັດຖະມົນຕີກະຊວງ ຖວທ ໄດ້ເນັ້ນເຖິງທິດທາງການຟື້ນຟູການທ່ອງທ່ຽວ ຄວນຈະມຸ່ງໄປທີ່ການຫັນວິກິດໃຫ້ເປັນໂອກາດໃນການປັບປຸງຄຸນນະພາບການທ່ອງທ່ຽວໃຫ້ດີຂຶ້ນ.


ອີງຕາມການເປີດເຜີຍຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ໃຫ້ສຳພາດຕໍ່ສື່ມວນຊົນເມືອບໍ່ດົນນີ້ວ່າ: ອົງການທ່ອງທ່ຽວໂລກໄດ້ຄາດຄະເນວ່າ ໃນປີ 2020 ຈໍານວນນັກທ່ອງທ່ຽວສາກົນ ຈະຫຼຸດລົງປະມານ 20% – 30% ແລະ ລາຍຮັບຈາກການທ່ອງທ່ຽວອາດຈະຫຼຸດລົງເຖິງ 300 – 450 ຕື້ໂດລາສະຫະລັດ ເທົ່າກັບ 1/3 ຂອງ1.500 ຕື້ໂດລາສາຫະລັດ ຂອງການສົ່ງອອກການທ່ອງທ່ຽວ. ມາເຖິງວັນທີ 20 ເມສາ 2020, ປະເທດຕ່າງໆໃນທົ່ວໂລກ ໄດ້ອອກມາດຕະການຈໍາກັດການເດີນທາງ 100%. ສະເພາະ 3 ເດືອນຕົ້ນປີ 2020 ສາຍການບິນຕ່າງໆຈາກທົ່ວໂລກ ໄດ້ຍົກເລີກ ຫຼື ຫຼຸດຖ້ຽວບິນລົງ -55,3%; ຍົກເລີກການຈອງໂຮງແຮມ -75%; ຈໍານວນນັກທ່ອງທ່ຽວສາກົນຫຼຸດລົງ 67 ລ້ານຄົນ ທຽບໃສ່ໄລຍະດຽວກັນຂອງປີ 2019 ຫຼຸດລົງ 22%; ສູນເສຍລາຍຮັບຈາກການທ່ອງທ່ຽວ ຈໍານວນ 80 ຕື້ໂດລາສະຫະລັດ.

ການລະງັບການເດີນທາງເຂົ້າ – ອອກຂອງນັກທ່ອງທ່ຽວ ເລີ່ມແຕ່ເດືອນກຸມພາ ປີ 2020 ເປັນຕົ້ນມາ, ມາດຕະການປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ການປິດບໍລິການສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ ແລະ ອື່ນໆ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ເຄືອຄ່າຍບໍລິການການທ່ອງທ່ຽວທັງໝົດ, ຫົວໜ່ວຍທຸລະກິດການທ່ອງທ່ຽວເກືອບທັງໝົດໄດ້ຢຸດຕິການບໍລິການ, ໃນນີ້ມີໂຮງແຮມ ຈໍານວນ 637 ແຫ່ງ; ຣີສອດ ແລະ ເຮືອນພັກ ຈໍານວນ 2.283 ແຫ່ງ, ບໍລິສັດທ່ອງທ່ຽວ ຈໍານວນ 539, ຕົວແທນບໍລິສັດທ່ອງທ່ຽວ ຈໍານວນ 36 ແຫ່ງ, ສະຖານທີ່ທ່ອງທ່ຽວທີ່ເປີດບໍລິການ ຈໍານວນ 809 ແຫ່ງ, ພະນັກງານນໍາທ່ຽວ ຈໍານວນ 2.000 ກວ່າຄົນ ແລະ ເຄືອຄ່າຍສະໜອງການທ່ອງທ່ຽວອື່ນໆ.

ຜູ້ປະກອບການທຸລະກິດການທ່ອງທ່ຽວ ແລະ ເຄືອຄ່າຍສະໜອງການທ່ອງທ່ຽວ ປະມານ 90% ໄດ້ຮັບຜົນກະທົບທາງດ້ານການເງິນ ເຊັ່ນ: ໂຮງແຮມ, ຣີສອດ, ເຮືອນພັກ, ບໍລິສັດທ່ອງທ່ຽວ/ຕົວແທນ ບໍລິສັດທ່ອງທ່ຽວ, ບໍລິສັດລົດຂົນສົ່ງ, ຮ້ານອາຫານ – ຮ້ານກິນດື່ມ, ຮ້ານນວດແຜນບູຮານ, ສະໜາມກ໊ອຟ ແລະ ອື່ນໆ. ເນື່ອງຈາກວ່າໄດ້ກູ້ເງິນທະນາຄານມາລົງທຶນກ່ອນ ເມື່ອທຸລະກິດບໍ່ມີການເຄື່ອນໄຫວກໍບໍ່ມີລາຍຮັບໄປໃນຕົວ, ຜູ້ປະກອບການທຸລະກິດການທ່ອງທ່ຽວຫຼາຍພາກສ່ວນມີຄວາມຈໍາເປັນຕ້ອງໄດ້ຄັດຈ້ອນພະນັກງານລົງຊົ່ວຄາວ ເພື່ອຫຼຸດຜ່ອນການຈ່າຍເງິນເດືອນພະນັກງານ ແລະ ເພື່ອກອບກູ້ບໍລິສັດໃນຍາມວິກິດ.

ນອກຈາກນີ້, ບາງຫົວໜ່ວຍທຸລະກິດການທ່ອງທ່ຽວຍັງມີຄວາມຈໍາເປັນຕ້ອງໄດ້ຮັກສາພະນັກງານຈໍານວນໜຶ່ງໄວ້ເພື່ອຄໍ້າຈູນບໍລິສັດ ໂດຍການຈ່າຍເງິນເດືອນໃຫ້ປົກກະຕິໃນຂະນະທີ່ທຸລະກິດບໍ່ມີລາຍຮັບເລີຍ.
ສະເພາະເດືອນມັງກອນ – ມີນາ ປີ 2020 ມີນັກທ່ອງທ່ຽວສາກົນມາທ່ຽວ ສປປ ລາວ ຫຼຸດລົງ -17% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2019, ໃນນີ້: ນັກທ່ອງທ່ຽວ ຈາກບັນດາປະເທດອາຊຽນຫຼຸດລົງ -15%, ນັກທ່ອງທ່ຽວຈີນຫຼຸດລົງ -47% ແລະ ນັກທ່ອງທ່ຽວເກົາຫຼີ -13%. ນອກຈາກນີ້, ນັກທ່ອງທ່ຽວຈາກເອີຣົບ ແລະ ອາເມຣິກາ ກໍຫຼຸດລົງຫຼາຍ, ສ່ວນນັກທ່ອງທ່ຽວຈາກອາຟຣິກກາ ແລະ ຕາເວັນອອກກາງກໍຫຼຸດລົງເຊັ່ນກັນ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກປະເທດສະຫະລັດອາຣັບ ເອເມເຣັດ ຫຼຸດລົງ -73%.

ໄລຍະ 3 ເດືອນຕົ້ນປີ 2020 ສ້າງລາຍຮັບໄດ້ 142,5 ລ້ານໂດລາສະຫະລັດ ຫຼຸດລົງຈາກໄລຍະດຽວກັນຂອງປີ 2019 ປະມານ -41%. ນັກທ່ອງທ່ຽວພາຍໃນ ທີ່ມາໃຊ້ບໍລິການສະຖານທີ່ພັກແຮມ ( ໂຮງແຮມ, ເຮືອນພັກ ແລະ ຣີສອດ ) ຫຼຸດລົງ -33% ແລະ ນັກທ່ອງທ່ຽວສາກົນຫຼຸດລົງ -82%, ຈໍານວນລາຍຮັບຈາກສະຖານທີ່ພັກແຮມກໍຫຼຸດລົງເຖິງ -79% ຖ້າທຽບໃສ່ 3 ເດືອນຕົ້ນປີ 2019 ແລະ ຈໍານວນຍົກເລີກການຈອງຫ້ອງພັກ ສະເລ່ຍເດືອນມັງກອນຍົກເລີກ 26%, ເດືອນກຸມພາ ຍົກເລີກ 40% ແລະ ເດືອນມີນາ ຍົກເລີກ 86% ແລະ ເດືອນເມສາ ຍົກເລີກ 100%.

ນັກທ່ອງທ່ຽວສາກົນທີ່ໄດ້ຊື້ລາຍການທ່ອງທ່ຽວກັບບໍລິສັດທ່ອງທ່ຽວ ກໍໄດ້ຖືກຍົກເລີກລາຍການທ່ອງທ່ຽວເຊັ່ນດຽວກັນ, ໃນເດືອນມັງກອນ ໄດ້ຍົກເລີກ 22%, ເດືອນກຸມພາ 36%, ເດືອນມີນາ 79%, ເດືອນເມສາ 100%.

ນອກຈາກນັ້ນ, ຮ້ານອາຫານ ແລະ ສະຖານທີ່ບັນເທີງ ກໍເຮັດໃຫ້ມີນັກທ່ອງທ່ຽວພາຍໃນຫຼຸດລົງ 22%, ນັກທ່ອງທ່ຽວສາກົນ ຫຼຸດລົງ 84% ແລະ ຈໍານວນລາຍຮັບຫຼຸດລົງເຖິງ 72%, ແຮງງານໃນຂະແໜງການທ່ອງທ່ຽວທັງທາງກົງ ແລະ ທາງອ້ອມໃນຂອບເຂດທົ່ວປະເທດ ກໍໄດ້ຮັບຜົນກະທົບເກືອບທັງໝົດຍ້ອນຢຸດການບໍລິການ.

ທ່ານ ອຸ່ນທວງ ຂາວພັນ ກ່າວຕື່ມວ່າ: ທິດທາງການຟື້ນຟູການທ່ອງທ່ຽວຢູ່ ສປປ ລາວ ຄວນຈະມຸ່ງໄປທີ່ການຫັນວິກິດໃນຄັ້ງນີ້ໃຫ້ເປັນໂອກາດໃນການປັບປຸງຄຸນນະພາບການທ່ອງທ່ຽວໃຫ້ດີຂຶ້ນ. ດັ່ງນັ້ນ, ຈຶ່ງຄວນສຸມໃສ່ 4 ເປົ້າໝາຍ ຄື:

ຟື້ນຟູເສດຖະກິດ: ກະຕຸ້ນໃຫ້ມີການສ້າງວຽກເຮັດງານທໍາຫຼາຍຂຶ້ນ, ໃຫ້ມີການຈ້າງງານຫຼາຍຂຶ້ນ, ປັບປຸງລະບົບການຊໍາລະເງິນໂດຍຜ່ານໂທລະສັບມືຖື ເນື່ອງຈາກວ່າໃນຕໍ່ໜ້ານັກທ່ອງທ່ຽວພາຍໃນ ແລະ ສາກົນ ສ່ວນຫຼາຍຕ້ອງການຫຼີກລຽງການສໍາຜັດເງິນໂດຍກົງ.

ຟື້ນຟູຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ: ອອກຂໍ້ແນະນໍາກ່ຽວກັບການຮັກຄວາມປອດໄພ, ວິທີການຮັກສາສຸຂະນາໄມ, ການກະກຽມການປ້ອງກັນຕົນເອງກ່ອນການເດີນທາງ, ກ່ຽວກັບບັນຫາດ້ານສຸຂະນາໄມ ແລະ ຄວາມປອດໄພຂອງນັກທ່ອງທ່ຽວ, ຜູ້ໃຫ້ບໍລິການຂອງພາກລັດ, ພາກທຸລະກິດໃນຂະແໜງການທ່ອງທ່ຽວ ແລະ ນັກທ່ອງທ່ຽວ.

ຟື້ນຟູຈຸດໝາຍປາຍທາງການທ່ອງທ່ຽວ/ສະຖານທີ່ທ່ອງທ່ຽວ: ເນັ້ນໃສ່ວິທີການຟື້ນຟູຜົນກະທົບ ເຊັ່ນ: ປັບປຸງຄວາມສະອາດ, ຄວາມປອດໄພ, ຄຸນນະພາບການບໍລິການ ແລະ ສິ່ງອໍານວຍຄວາມສະດວກຢູ່ສະຖານທີ່ທ່ອງທ່ຽວ, ສົ່ງເສີມການປູກພືດ ແລະ ການບໍລິໂພກອາຫານປອດສານພິດເພື່ອການທ່ອງທ່ຽວ ແລະ ອື່ນໆ.