5 ບັນຫາສຸຂະພາບຂອງຮຸ່ນຄົນເຮັດວຽກຄວນລະວັງ

241

ຊ່ວງຮຸ່ນຄົນເຮັດວຽກ ໃຊ້ເວລາກັບການເຮັດວຽກແຕ່ລະມື້ປະມານ 8 ຊົ່ວໂມງ ແຕ່ຫຼາຍຄົນເຮັດວຽກໜັກ ບໍ່ວ່າຈະເນື່ອງຈາກພາລະທີ່ຕິດພັນ ຫຼື ດ້ວຍປັດໄຈທາງເສດຖະກິດ ເຮັດໃຫ້ຕ້ອງເຮັດວຽກເກີນເວລາ ສົ່ງຜົນເຮັດໃຫ້ຄົນເຫຼົ່ານີ້ບໍ່ມີເວລາທີ່ຈະເບິ່ງແຍງສຸຂະພາບຂອງຕົນເອງເທົ່າທີ່ຄວນ ພັກຜ່ອນໜ້ອຍ ກິນອາຫານບໍ່ມີປະໂຫຍດ ແລະ ຂາດການອອກກຳລັງກາຍ ກໍ່ໃຫ້ເກີດບັນຫາສຸຂະພາບຕ່າງໆ.

ເພື່ອໃຫ້ຄົນທີ່ເຮັດວຽກຫັນມາໃສ່ໃຈສຸຂະພາບຂອງຕົນເອງຫຼາຍຂຶ້ນ ເຮົາຈຶ່ງໄດ້ຮວບຮ່ວມບັນຫາສຸຂະພາບ 5 ຢ່າງ ທີ່ຄົນໃນຊ່ວງເຮັດວຽກຕ້ອງລະມັດລະວັງ.

1 ໂຣກຫ້ອງການ (ອອຟຟິສຊິນໂດຣມ)

ຄົນເຮັດວຽກຫຼາຍກວ່າ 60 ສ່ວນຮ້ອຍ ໂດຍສະເພາະພະນັກງານຫ້ອງການ ຈະມີພາວະອອຟຟິສຊິນໂດຣມ ເຊິ່ງມີສາເຫດມາຈາກພຶດຕິກຳທີ່ຕ້ອງນັ່ງເຮັດວຽກຢູ່ໜ້າຄອມພິວເຕີເປັນເວລາດົນ ໂດຍທີ່ບໍ່ຄ່ອຍໄດ້ເໜັງຕີງຮ່າງກາຍ ໃນຂະນະທີ່ຊ່ວງເວລາພັກຜ່ອນກໍຍັງນັ່ງກົ້ມໜ້າຢູ່ກັບຈໍໂທລະສັບ ເຮັດໃຫ້ເກີດອາການເຄັ່ງ ແລະ ຕຶງກ້າມເນື້ອບໍລິເວນຕົ້ນຄໍ ຫຼັງ ບ່າໄຫຼ່ ຂໍ້ມື ນິ້ວມື ເຊິ່ງຖ້າຫາກປ່ະໄວ້ດົນກໍຈະເຮັດໃຫ້ກ້າມເນື້ອອັກເສບ ເອັນອັກເສບ ມີອາການປວດຫຼັງ ປວດຕຶງບໍລິເວນຕົ້ນຄໍບໍ່ເຊົາ ເຈັບຫົວຊ້ຳເຮື້ອ ມືຊາ ນິ້ວລ໊ອກ ເປັນຕົ້ນ.

ວິທີ່ແກ້ຄື ຕ້ອງປັບປ່ຽນພຶດຕິກຳ ປັບຄວາມສູງຂອງຕັ່ງທີ່ນັ່ງໃຫ້ຢູ່ໃນທ່າທີ່ນັ່ງສະບາຍ ນັ່ງໃຫ້ເຕັມກົ້ນຫຼັງອີງພະນັກ ຕຳແໜ່ງການວາງຄອມພິວເຕີຕ້ອງເໝາະສົມ ລວມໄປເຖິງການລຸກປ່ຽນທ່າທາງ ທີ່ສຳຄັນຄວນອອກກຳລັງກາຍຢ່າງສະໝ່ຳສະເໝີ ເພື່ອຜ່ອນຄາຍກ້າມເນື້ອທີ່ຕຶງ ເພາະຖ້າຫາກມີອາການຮຸນແຮງເພີ່ມຂຶ້ນເລື່ອຍໆ ອາດເຖິງຂັ້ນໝອນຮອງກະດູກເສື່ອມ ໝອນຮອງກະດູກທັບເສັ້ນປະສາດ ກາຍເປັນອຳມະພຶກ ອຳມະພາດໄດ້.

2 ອາການຊຶມເສົ້າ

ເປັນພະຍາດທາງຈິດທີ່ກຳລັງເປັນໄພຂົ່ມຂູ່ຕໍ່ຊີວິດຂອງຄົນທີ່ເຮັດວຽກຈຳນວນຫຼາຍ ໂດຍແນວຄິດກ່ຽວກັບສາເຫດຂອງໂຣກຊຶມເສົ້າແມ່ນມາຈາກຫຼາຍປັດໃຈ ທັງເກີດຈາກກຳມະພັນ ສານເຄມີໃນສະໝອງ ແລະ ລັກສະນະນິໄສສ່ວນໂຕ ເຖິງຢ່າງໃດກໍ່ຕາມ ຄວາມຄວາມຄຽດກໍແມ່ນອີກປັດໃຈທີ່ກະຕຸ້ນໃຫ້ເກີດອາການຊຶມເສົ້າໄດ້ເຊັ່ນກັນ ເມື່ອມີຄວາມກົດດັນທາງດ້ານຈິດໃຈ ຫຼື ການປ່ຽນແປງທີ່ສົ່ງຜົນກະທົບຕໍ່ຈິດໃຈຢ່າງຮ້າຍແຮງ ກໍຈະເຮັດໃຫ້ມີແນວໂນ້ມທີ່ຈະເກີດອາການຊຶມເສົ້າໄດ້ງ່າຍ.

ດັ່ງນັ້ນ ສະນັ້ນ, ມັນຈຳເປັນທີ່ຈະຕ້ອງສັງເກດເບິ່ງອາການຂອງຕົນເອງ ຖ້າທ່ານມີອາການຄຶດຫຼາຍ ຈິດຕົກໝົດກຳລັງໃຈ ຊຶມເສົ້າ ແລະ ຮ້ອງໄຫ້ເລື້ອຍໆ ໃນບາງກໍລະນີກໍ່ອາການໜັກ ຈົນຈົມປັກຢູ່ກັບຄວາມທຸກ ບໍ່ສາມາດດຳເນີນຊີວິດໃຫ້ເປັນປົກກະຕິໄດ້ ແລະ ພະຍາຍາມຂ້າຕົວຕາຍ ຕ້ອງໄດ້ຮີບໄປພົບໝໍທັນທີ ແລະ ການທີ່ໄປພົບຈິດຕະແພດມັນບໍ່ແມ່ນເປັນເລື່ອງທີ່ຜິດປົກກະຕິ ເພາະແພດຈະບົ່ງມະຕິອາການທີ່ເປັນຢູ່ນັ້ນ ເປັນພຽງຄວາມຄຽດສະສົມ ຫຼື ເປັນອາການຊຶມເສົ້າທີ່ຕ້ອງໄດ້ຮັບການຮັກສາ.

3 ຄວາມດັນເລືອດສູງ

ຄົນທີ່ເຮັດວຽກສ່ວນໃຫຍ່ແມ່ນຈະເຮັດວຽກພາຍໃຕ້ແຮງກົດດັນ ສົ່ງຜົນເຮັດໃຫ້ເກີດອາການຄຽດ ຈົນມີອາການຄວາມດັນໃນເລືອດສູງ ແຕ່ຄົນເຈັບບາງກໍລະນີກໍບໍ່ສາມາດຫາສາເຫດທີ່ຊັດເຈນໄດ້ ຈຶ່ງຈະລະບຸສາເຫດວ່າອາດເກີດຈາກ 2 ປັດໄຈຄື ກຳມະພັນ ແລະ ພຶດຕິກຳ ຄວາມດັນເລືອດສູງແມ່ນເປັນປັດໄຈທີ່ເຮັດໃຫ້ເກີດໂຣກອັນຕະລາຍອື່ນໆ ໄດ້ ເຊັ່ນ: ໂຣກຫົວໃຈ, ໂຣກຫຼອດເລືອດສະໝອງ, ໄຕວາຍ, ອຳມະພຶກ, ອຳມະພາດ ເປັນຕົ້ນ.

ຄົນເຈັບທີ່ເປັນໂຣກຄວາມດັນເລືອດສູງ ຈຳເປັນຕ້ອງປັບປ່ຽນພຶດຕິກຳສຸຂະພາບຂອງຕົນເອງ ຕັ້ງແຕ່ການກິນອາຫານ ຫຼີກລ້ຽງຊີ້ນສັດຕິດມັນ ຫຼີກລ້ຽງອາຫານລົດຊາດຫວານເກີນໄປ ເຄັມເກີນໄປ ບໍລິໂພກຜັກ ແລະ ໝາກໄມ້ໃຫ້ໄດ້ຕາມປະລິມານທີ່ຮ່າງກາຍຕ້ອງການ ອອກກຳລັງກາຍ ງົດສູບຢາ ງົດເຄື່ອງດື່ມມຶນເມົາ ແລະ ຄວບຄຸມນ້ຳໜັກໃຫ້ຢູ່ໃນເກນທີ່ເໝາະສົມ.

4 ໂລກກ່ຽວກັບລະບົບທາງເດີນອາຫານ

ສາເຫດສ່ວນໃຫຍ່ມາຈາກຄວາມຄຽດ ການກິນອາຫານບໍ່ຕົງເວລາ ແລະ ກິນແຕ່ອາຫານທີ່ບໍ່ມີປະໂຫຍດ ຈົນເຮັດໃຫ້ລະບົບທາງເດີນອາຫານເຮັດວຽກຜິດປົກກະຕິ ເຊັ່ນ: ຄວາມຄຽດລົງກະເພາະ ສາເຫດທີ່ມາຈາກລະບົບປະສາດອັດຕາໂນມັດຈະກະຕຸ້ນໃຫ້ກະເພາະອາຫານຫຼັ່ງນ້ຳຍ່ອຍອອກມາຫຼາຍກວ່າປົກກະຕິ ຈົນເຮັດໃຫ້ລະຄາຍເຄືອງ ເປັນບາດໃນກະເພາະອາຫານ ທີ່ເຮັດໃຫ້ເກີດອາການເຈັບ ຫຼື ຈຸກແໜ້ນທ້ອງບໍລິເວນຊີກໂຄງ ເຊິ່ງມີອາການແຊກຊ້ອນເຮັດໃຫ້ເລືອດອອກ ກະເພາະອາຫານລຸ ຫຼື ກະເພາະອາຫານຕັນ.

5 ໂຣກກ່ຽວກັບລະບົບປະສາດ ແລະ ສະໝອງ

ເປັນໂຣກໃກ້ໂຕສຳລັບຄົນທີ່ເຮັດວຽກ ເພາະມີຄວາມຄຽດເປັນສາເຫດຫຼັກ ເນື່ອງຈາກສະໝອງເປັນສູນກາງທີ່ຄວບຄຸມການເຮັດວຽກຂອງຮ່າງກາຍທຸກສ່ວນ ເມື່ອລະບົບປະສາດ ແລະ ສະໝອງມີບັນຫາ ກໍຈະສົ່ງຜົນຕໍ່ລະບົບອື່ນໆ ໃນຮ່າງກາຍ ທຳອິດຈະເລີ່ມມີອາການຕາມົວ ກ້າມເນື້ອອ່ອນແຮງ ຄວາມຄິດ ການກະທຳ ການເວົ້າ ປວດຫົວໄມເກນ ສະໝອງເສື່ອມ ຫາກບໍ່ໄດ້ຮັບການຮັກສາທັນທີ ກໍຈະເຮັດໃຫ້ພິການ ເສັ້ນເລືອດໃນສະໝອງແຕກ ສະໝອງຂາດເລືອດເປັນອຳມະພາດ ດັ່ງນັ້ນ ຈຶ່ງຈຳເປັນຫຼາຍທີ່ຈະຕ້ອງເບິ່ງແຍງສະໝອງຂອງເຮົາໃຫ້ດີ ເພື່ອທີ່ຈະເຮັດໃຫ້ທຸກລະບົບໃນຮ່າງກາຍເຮັດວຽກໄດ້ຢ່າງເປັນປົກກະຕິ.