ໃຊ້ຊີວິດໃຫ້ປອດໄພຫ່າງໄກຈາກ “ມະເລັງ”

166
Cooking Yakitori on stall in Japan

ແນ່ນອນວ່າ ສານທີ່ກໍ່ໃຫ້ເກີດມະເລັງ ສາມາດເຮັດໃຫ້ເກີດໂຣກມະເລັງຕ່າງໆໄດ້ ໂດຍສານທີ່ກໍ່ມະເລັງມັກຈະພົບເຫັນໄດ້ໃນອາກາດ ຜະລິດຕະພັນທີ່ທ່ານໃຊ້ ຫຼື ໃນສານເຄມີທີ່ມີຢູ່ໃນອາຫານ ແລະ ເຄື່ອງດື່ມ ເຊິ່ງສານທີ່ກໍ່ມະເລັງປະເພດຕ່າງໆ ທີ່ຄວນຮູ້ຈັກມີດັ່ງນີ້.

ຢາສູບ

ບໍ່ວ່າທ່ານຈະສູບຢາ ຫຼື ຫາຍໃຈເອົາຄວັນທີ່ຄົນອື່ນສູບ ກໍ່ສ່ຽງຕໍ່ການໄດ້ຮັບສານກໍ່ໃຫ້ເກີດມະເລັງ ທັງນັ້ນ ສານເຄມີໃນຢາສູບມີຢ່າງໜ້ອຍ 70 ຊະນິດ ສານເຫຼົ່ານີ້ ສາມາດເຮັດໃຫ້ເກີດມະເລັງໄດ້ ໂດຍການທຳລາຍດີເອັນເອ (DNA) ເຖິງແມ່ນວ່າຢາສູບທີ່ບໍ່ມີຄວັນທີ່ເບິ່ງແລ້ວຄິດວ່າປອດໄພ ແຕ່ຄວາມເປັນຈິງແລ້ວມັນກໍສາມາດເຮັດໃຫ້ເກີດໂລກມະເລັງໄດ້.

ຈືນມັນຝຣັ່ງ

ເມື່ອມັນຝຣັ່ງທີ່ຜ່ານການແປຮູບໂດຍໃຊ້ອຸນຫະພູມທີ່ສູງ ມັນກໍ່ຈະເຮັດໃຫ້ເກີດສານທີ່ມີຊື່ວ່າ ອະຄຣີລາໄມ (Acrylamide) ເຊິ່ງຄາດວ່າຈະເປັນສານທີ່ສາມາດກໍ່ໃຫ້ເກີດມະເລັງໄດ້ໃນມະນຸດເຮົາ ໂດຍວິທີຫຼີກລ້ຽງກໍຄືການຫຼຸດປະລິມານທີ່ຈະເຮັດໃຫ້ໄດ້ຮັບສານ ອະຄຣີລາໄມ (Acrylamide) ດ້ວຍວິທີການອົບ, ຂົ້ວ, ຈືນ ແລະ ປິ້ງອາຫານທີ່ສຸກກຳລັງດີ ແລະ ມີສີບໍ່ເຂັ້ມຫຼາຍ ແທນການຜ່ານຄວາມຮ້ອນຈົນເຮັດໃຫ້ອາຫານກາຍເປັນສີນ້ຳຕານເຂັ້ມ.

ຣັງສີອັລຕຣ້າໄວໂອເລດ (ultraviolet)

ຣັງສີອັລຕຣ້າໄວໂອເລດ (Ultraviolet) ຫຼື ຢູວີ (UV) ທີ່ມາຈາກດວງຕາເວັນ ດ້ວຍການອາບແດດ ຫຼື ຖືກແດດໂດຍໃຊ້ໃນຊີວິດປຈຳວັນ ກໍ່ສາມາດທຳລາຍເຊວທີ່ຢູ່ໃຕ້ຜິວ ຈົນເຮັດໃຫ້ເກີດມະເລັງຜິວໜັງໄດ້ ນອກຈາກນັ້ນມົນລະພິດ ແລະ ການປ່ຽນແປງຂອງສະພາບອາກາດ ຍັງສົ່ງຜົນເຮັດໃຫ້ຣັງສີເຫຼົ່ານີ້ມີຄວາມຮຸນແຮງຂຶ້ນ ເພື່ອຄວາມປອດໄພຈາກຣັງສີຢູວີ (UV) ທ່ານຄວນຈະຕ້ອງປ້ອງກັນຜິວດ້ວຍການທາຄຣີມກັນແດດ, ໃສ່ໝວກ ແລະ ແວ່ນຕາກັນແດດ ຈະເປັນການດີທີ່ສຸດ.

ຊີ້ນສັດແປຮູບ

ເບຄອນ ໄສ້ກອກ ແລະ ຊີ້ນສັດທີ່ຜ່ານຂະບວນການ ການຖະໜອມອາຫານ ຫຼື ມີການປຸງແຕ່ງເພີ່ມຕື່ມ ຈະເພີ່ມໂອກາດໃຫ້ຜູ້ບໍລິໂພກສ່ຽງຕໍ່ການເປັນມະເລັງລຳໄສ້ໃຫຍ່ໄດ້ ດັ່ງນັ້ນ ຈຶ່ງຄວນຈຳກັດການກິນຊີ້ນສັດທີ່ແປຮູບ ໃຫ້ຢູ່ໃນປະລິມານທີ່ເໝາະສົມຈະເປັນການດີຕໍ່ສຸຂະພາບຫຼາຍທີ່ສຸດ.