ນະຄອນຫຼວງວຽງຈັນບ່ອນດຽວມີ 400 ກວ່າກໍລະນີແລ້ວ ໄຂ້ເລືອດອອກ

192

ປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອທັງໝົດແລ້ວເກືອບ 2 ພັນຄົນ, ພ້ອມມີຜູ້ເສຍຊີວິດແລ້ວ 5 ຄົນ. ໃນນັ້ນ, ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອເຖິງ 421 ຄົນ .

ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກຖະແຫຼງຂ່າວ ເມື່ອວັນທີ 17 ມິຖຸນາ 2020 ວ່າ: ປັດຈຸບັນນີ້ພວກເຮົາກຳລັງເຂົ້າສູ່ລະດູຝົນ ອີກພະຍາດໜຶ່ງທີ່ຄວນເອົາໃຈໃສ່ເຝົ້າລະວັງຢ່າງເຂັ້ມງວດ ແມ່ນພະຍາດໄຂ້ຍຸງລາຍ ເຊິ່ງປັດຈຸບັນໃນ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 1.843 ຄົນ ( ມີລາຍງານກໍ ລະນີໃນ 17 ແຂວງ ຍົກເວັ້ນ ແຂວງຊຽງຂວາງ. ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 421 ຄົນ ). ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີທັງໝົດ 5 ຄົນ ( ນະ ຄອນຫຼວງ 2 ຄົນ, ບໍລິຄຳໄຊ 1 ຄົນ, ຄຳມ່ວນ 1 ຄົນ ແລະ ໄຊຍະບູລີ 1 ຄົນ ).

ທ່ານກ່າວຕື່ມວ່າ: ການປະຕິບັດ 5 ປ ຢ່າງເຄັ່ງຄັດເປັນປະຈຳແມ່ນສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ ຄື:

1 ປິດ: ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່.

2 ປ່ຽນ: ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ.

3 ປ່ອຍ: ປາຫາງນົກຍຸງເພື່ອກິນໜອນນ້ຳ.

4 ປັບປຸງ: ການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ.

5 ປະຕິບັດ: ໃຫ້ເປັນນິດໄສປະຈຳທຸກໆອາທິດ.