ເຊີນຊວນ ນັກທຸລະກິດເຂົ້າຮ່ວມຊິງລາງວັນທຸລະກິດອາຊຽນດີເດັ່ນປີ 2020

184

ສະພາອຸດຫາກຳ ແລະການການຄ້າແຫ່ງຊາດ ຮ່ວມໂຄງການ RELATED ຂອງ GIZ ປະຈຳລາວ ກຽມຈະຈັດງານຊິງລາງທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 ຂຶ້ນໃນເດືອນກັນຍານີ້, ຂໍເຊີນບັນດາຫົວໜ່ວຍທຸລະກິດໃນທົ່ວປະເທດເຂົ້າຮ່ວມແຂ່ງຊິງລາງວັນດັ່ງກ່າວ.


ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໃນນາມສະພາທີ່ປຶກສາທຸລະກິດອາຊຽນລາວ (ASEAN Business Advisory Council) ໄດ້ຮ່ວມກັບໂຄງການ RELATED ຂອງ GIZ ປະຈຳ ລາວ ຮ່ວມກັນຖະແຫຼງຂ່າວກຽມຈັດງານຊິງລາງທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 (ASEAN Business Award Laos 2020) ຂຶ້ນໃນວັນທີ 16 ມິຖຸນາ 2020 ທີ່ ສຄອຊ ໂດຍການເຂົ້າຮ່ວມຂອງ ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສຄອຊ, ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ຕາງໜ້າ GIZ ປະຈຳລາວ ແລະ ສື່ມ່ວນຊົນເຂົ້າຮ່ວມ.


ທ່ານ ທະນົງສິນ ກັນລະຍາ ກ່າວວ່າ: ງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 ແມ່ນເປັນງານມອບລາງວັນທີ່ເປີດກວ້າງຕໍ່ສະມາຊິກ ສຄອຊ ແລະ ທຸກໆຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ ທີ່ດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍ, ບໍ່ວ່ານ້ອຍ ຫຼື ໃຫຍ່ ກໍ່ສາມາດສົ່ງເຂົ້າສະໝັກແຂ່ງຂັນເອົາລາງວັນໄດ້ ເຊິ່ງທຸລະກິດທີ່ຊະນະເລີດໄດ້ຮັບລາງວັນ ຈາກ ABA Lao 2020 ຈະຖືກສົ່ງສະໝັກເຂົ້າແຂ່ງຂັນຕໍ່ໃນລະດັບອາຊຽນ ເຊິ່ງຈະໄດ້ພົບກັບບັນດາຫົວໜ່ວຍທຸລະກິດທີ່ມີຊື່ສຽງໃນລະດັບພາກພື້ນ ແລະ ການປະກາດຜົນຜູ້ທີ່ໄດ້ຮັບລາງວັນລະດັບພາກພື້ນແມ່ນຈະໄດ້ຈັດຂຶ້ນໃນໄລຍະການຈັດກອງກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ (ASEAN Business & Investment) ແລະ ກອງປະຊຸມສຸດຍອດອາຊຽນ (ASEAN Summit) ຄັ້ງທີ 36 ປີ 2020 ນີ້ ທີ່ປະເທດຫວຽດນາມ.

ປະເພດລາງວັນສຳລັບປີ 2020 ປະກອບມີ 3 ປະເພດເຊັ່ນ: ຂະແໜງບູລິມະສິດດີເດັ່ນ ປະກອບມີ 12 ຂະແໜງການເຊັ່ນ: ຂະແໜງກະສິກໍາ, ພະລັງງານ, ປະມົງ, ປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ຫັດຖະກຳ, ຂະແໜງ ICT, ພື້ນຖານໂຄງລ່າງ, ຕັດຫຍິບ, ທ່ອງທ່ຽວ, ຂົນສົ່ງ ແລະ ໂລຈີສຕິກ, ຂາຍຍົກ/ຂາຍຍ່ອຍ ແລະ ຂະແໜງຜະລິດຕະພັນໄມ້.


ພ້ອມນັ້ນ, ຍັງມີລາງວັນສຳລັບຂະແໜງທຸລະກິດ SME ດີເດັ່ນ (SME Excellence Award) ປະກອບມີ 4 ຂະແໜງການເຊັ່ນ: ລາງວັນການຂະຫຍາຍໂຕທຸລະກິດດີເດັ່ນ, ການຈ້າງງານດີເດັ່ນ, ນະວັດຕະກຳດີເດັ່ນ ແລະ ການປະກອບສ່ວນຕໍ່ສັງຄົມ ແລະ ສຸດທ້າຍແມ່ນລາງວັນພິເສດ ປະກອບມີ 7 ລາງວັນເຊັ່ນ: ລາງວັນເພື່ອນມິດ ສປປ ລາວ ດີເດ່ັນ, ລາງວັນທຸລະກິດຄອບຄົວດີເດັ່ນ, ລາງວັນທຸລະກິດເພື່ອສັງຄົມແບບຍືນຍົງ, ລາງວັນທຸລະກິດສີຂຽວ, ລາງວັນທຸລະກິດລິເລີ່ມ, ລາງວັນນັກທຸລະກິດໜຸ່ມດີເດັ່ນ ແລະ ລາງວັນຜູ້ປະກອບການແມ່ຍິງດີເດັ່ນ.