ພຽງ 2ເດືອນເທົ່ານັ້ນ ສະຫວັນນະເຂດສົ່ງອອກເຂົ້າສານໄດ້ເກືອບ 7 ພັນໂຕນ

105

ສະຫວັນນະເຂດເປັນໜຶ່ງໃນ 10 ແຂວງທີ່ລັດຖະບານກຳນົດໃຫ້ເປັນແຂວງຜະລິດເຂົ້າຄ້ຳປະກັນອາຫານແຫ່ງຊາດ ເນື່ອງຈາກມີພື້ນທີ່ນາກວ້າງຂວາງ ທີ່ດິນອຸດົມສົມບູນ ປະຊາຊົນກໍ່ມີມູນເຊື້ອໃນການເຮັດກະສິກຳ ເຊິ່ງແຂວງດັ່ງກ່າວບໍ່ພຽງຜະລິດໄດ້ກຸ້ມກິນເທົ່ານັ້ນແຕ່ຍັງມີສ່ວນຂາຍອອກເປັນສິນຄ້າອີກຈຳນວນໜຶ່ງ ສະເພາະສອງເດືອນຕົ້ນປີ 2020 ນີ້ມີຍອດລວມເກືອບ 7.000 ໂຕ່ນ ທີ່ໜ້າພາກພູມໃຈກວ່ານັ້ນຄືໄດ້່ສົ່ງໄປຕ່າງປະເທດຫຼາຍກວ່າເຄິ່ງໜຶ່ງ ນີ້ຖືເປັນບາດກ້າວໃໝ່ຂອງຊາວນາແຂວງສະຫວັນນະເຂດ.

ພາບປະກອບຂ່າວເທົ່ານັ້ນ

ແຫຼ່ງຂ່າວຈາກໜັງສືພີມສະຫວັນພັດທະນາລາຍງານໃຫ້ຮູ້ວ່າ ໃນໄລຍະທ້າຍ ປີ 2019 ທີ່ຜ່ານມາ ເກີດວິກິດການນໍ້າຖ້ວມຢ່າງໜັກພາຍໃນແຂວງສະຫວັນນະເຂດ ສົ່ງຜົນກະທົບໃຫ້ປະຊາຊົນກໍ່ຄືຊັບສິນຕ່າງໆເປັນຕົ້ນແມ່ນເຮືອນຊານບ້ານຊ່ອງ, ໄຮ່ນາຕາກ້າ, ສັດລ້ຽງ ແລະ ອື່ນໆ ຖືກເສຍຫາຍຢ່າງໜັກໜ່ວງ ແລະຕໍ່ມາ ໃນຕົ້ນປີ 2020 ນີ້ກໍ່ເກີດມີວິກິດການແຜ່ລະບາດຂອງເຊື້ອພະຍາດໄວຣັດໂຄວິດ-19 ເຊິ່ງເຮັດໃຫ້ ສປປ ລາວ ກໍ່ຄືແຂວງສະຫວັນນະເຂດ ຕ້ອງໃຊ້ມາດຕະການຄວບຄຸມ ແລະເຝົ້າລະວັງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ຢ່າງເຂັ້ມງວດ.

ພາບປະກອບຂ່າວເທົ່ານັ້ນ

ແຕ່ດ້ວຍພະຍາດດັ່ງກ່າວສົ່ງຜົນໃຫ້ປະເທດໃກ້ຄຽງກໍ່ຄືບັນດາປະເທດທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂາດແຄນອາຫານໂດຍສະເພາະແມ່ນເຂົ້າ ຕໍ່ກັບບັນຫາດັ່ງກ່າວ, ທ່ານ ລັດຕະນະ ໄຊສົມບັດ ຫົວໜ້າຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ການສົ່ງອອກເຂົ້າສານຂອງແຂວງສະຫວັນນະເຂດໃນປີ 2020 ນີ້, ພຽງໄລຍະ 2 ເດືອນກໍ່ສາມາດ ສົ່ງອອກເຂົ້າສານໄດ້ 6.865,85 ໂຕນ, ລວມເປັນເງິນ 4.133.947,42 ໂດລາ, ພົ້ນເດັ່ນແມ່ນການສົ່ງອອກເຂົ້າສານໄປປະເທດ ເບວຢຽມ 2.000 ໂຕນ ແລະ ປະເທດຈີນ 1.520 ໂຕນ.

ທາງພາກສ່ວນກ່ຽວຂ້ອງຍອມຮັບວ່າ ຈະເວົ້າໄປແລ້ວປີນີ້ແຂວງສະຫວັນນະເຂດສົ່ງອອກເຂົ້າສານ ໄດ້ພຽງໄລຍະ 2 ເດືອນ ( ເດືອນ 1-2 ) ນັບແຕ່ຕົ້ນປີ 2020 ເທົ່ານັ້ນ ເນື່ອງຈາກວ່າ ໄລຍະເດືອນ 3-4-5 ເກີດການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນຫຼາຍປະເທດ ແຕ່ຖ້າທຽບໃສ່ປີ 2019 ທີ່ຜ່ານມາການສົ່ງອອກເຂົ້າສານໄລຍະ 2 ເດືອນຂອງປີ 2020 ນີ້ແມ່ນ ໄດ້ລື່ນເຄິ່ງໜຶ່ງຂອງປີ 2019 ແລ້ວ ທີ່ສົ່ງອອກໄດ້ພຽງ 7.150,89 ໂຕນ ເນື່ອງຈາກວ່າ ປີຜ່ານມາເກີດໄພນໍ້າຖ້ວມ ໂຊກດີທີ່ປີ 2020 ນີ້ ຊາວກະສິກອນສາມາດຜະລິດເຂົ້ານາແຊງໄດ້ລື່ນຄາດໝາຍຂອງແຜນການ ແລະ ເຂົ້າກໍ່ມີລາຄາສູງ.

ເຊິ່ງເມືອງທີ່ຜະລິດເຂົ້າໄດ້ຫຼາຍທີ່ສຸດແມ່ນເມືອງຈໍາພອນ, ໄຊບູລີ ແລະ ເມືອງສອງຄອນ, ພ້ອມນີ້ ຄາດວ່າປີ 2020 ຈະສາມາດ ສົ່ງອອກເຂົ້າໄດ້ອີກຫຼາຍພັນໂຕນແນ່ນອນ ຫາກທຸກຢ່າງກັບສູ່ສະພາບການປົກກະຕິ.