ລົງມືກໍ່ສ້າງວັດຢູ່ເຂດວັງຕັດ ເມືອງຊານໄຊ ເພື່ອພັດທະນາຄົນ ແລະຫັນສູ່ການນັບຖືພຸດທະສາສະໜາ

285

ເພື່ອ​ແກ້ໄຂບັນຫາທີ່ ພໍ່ປະຊາຊົນ ໃນເຂດຊຸມຊົນຫ່າງໄກ ຢູ່ເມືອງຊານໄຊ ແຂວງ ອັດຕະປື  ທີ່ເມື່ອກ່ອນກໍຄືປັດຈຸບັນ ປະຊາຊົນພາຍໃນບ້ານຊຸມຊົນເຫລົ່ານີ້ ຍັງເຊື່ອຖືບັນພະບຸລຸດ (ເຊື່ອຖືຜີ). ອຳນາດການປົກຄອງແຂວງ ອັດຕະປື ກໍໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ຊາຕາກຳຂອງປະຊາຊົນ, ຈິ່ງໄດ້ ໄດ້ນຳແນວທາງ, ມະຕິຄຳສັ່ງຂອງຂັ້ນເທິງ ລົງສຶກສາອົບຮົມແນວຄິດການເມືອງ, ປຸກລະດົມຊຸກຍູ້ຄວາມສາມັກຄີ, ຊີ້ນໍາ-ນໍາພາ ພໍ່ແມ່ປະຊາຊົນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ໃຫ້ເຂົ້າໃຈໃນຫລັກທຳຄຳສອນຂອງພຸດທະສາສະໜາ ແລະ ບັນຫາອື່ນໆ .

ຕໍ່ບັນຫາດັ່ງກ່າວປະຊາຊົນພາຍໃນບ້ານກໍມີຄວາມເຫັນດີເຫັນພ້ອມ ແລະ ເອກະພາບກັນຢ່າງສູງ ທີ່ຈະຫັນມາເຊື່ອຖື ແລະ ເຫລື້ອມໃສສັດທາທາງພຸດທະສາສະໜາໃຫ້ຫລາຍຂຶ້ນ ຈິ່ງໄດ້ສະເຫນີມາຍັງອຳນາດການປົກຄອງຂັ້ນເມືອງ ແຂວງ ແລະ ກະຊວງຢ່າງຖືກຕ້ອງ ສອດຄ່ອງຕາມນະໂຍບາຍຂອງພັກ ແລະ ຖືກຕ້ອງຕາມກົດໝາຍຂອງລັດ .ຈິ່ງຕົກລົງເຫັນດີຈະກໍ່ສ້າງວັດ ສຸດຕະທໍາມະຣາມ ເພື່ອເປັນບ່ອນສັກກະລະບູຊາ ເປັນບ່ອນເຫລື້ອມໃສສັດທາ, ບ່ອນທຳບຸນກຸສົນ ແລະ ເປັນບ່ອນຊຸມນຸມໃນການເຮັດວຽກ ແລະ ກິດຈະກຳຕ່າງໆ ທີ່ສຳຄັນຂອງຊາວພຸດທັງຫລາຍ ກໍ່ຄື ຂອງຄົນທົ່ວໄປໃນເຂດ ວັງຕັດນ້ອຍ.

ພິທີວາງສີລາລືກໂຄງການກໍ່ສ້າງວັດສຸດຕະທໍາມະຣາມ ທີ່ບ້ານ ວັງຕັດ ເມືອງຊານໄຊ  ແຂວງອັດຕະປື ມີຂຶ້ນໃນວັນທີ 3 ມິຖຸນາ 2020 ຜ່ານມາ ໄດ້ໃສ່ຊື່ເດີມວ່າ: ວັດສາມັກຄີສຸດຕະທໍາມະຣາມ ຕັ້ງຢູ່ບ້ານວັງຕັດນ້ອຍ ຫ່າງຈາກເທດສະບານ ເມືອງຊານໄຊ ປະມານ 150 ກິໂລແມັດ ມີເນື້ອທີ່ກໍ່ສ້າງທັງໝົດ ປະມານ 3 ເຮັກຕາ ໂດຍພະແນກໂຍທາທິການ ແລະ ຂົນສົ່ງແຂວງອັດຕະປື ໄດ້ສຳຫລວດອອກແບບ ແລະ ຄິດໄລ່ປະເມີນລາຄາ ໃນມູນຄ່າ 5 ຕື້ 580 ລ້ານກວ່າກີບ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດປະມານ 5 ປີ ນັບແຕ່ມື້ວາງສີລາລຶກເປັນຕົ້ນໄປ. ເມື່ອການກໍ່ສ້າງສໍາເລັດແລ້ວ ວັດດັ່ງກ່າວຈະເປັນແຫ່ງທີ 2 ຂອງ ເມືອງ ຊານໄຊ ເຊິ່ງປະກອບມີ ປະຕູຂົງ ແລະ ກຳແພງລ້ອມ, ມີຫໍແຈກ, ຫໍກອງ, ຫ້ອງນໍ້າ, ກຸດຕິ ແລະ ພັດທະສິມມາ.

ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າ ແຂວງ ອັດຕະປື ໄດ້ໃຫ້ຮູ້ວ່າ: ຄວາມ​ໄຝ່ຝັນ​ໃນ​ການ​ຢາກ​ມີ​ວັດ​ຢູ່​ໃນ​ດິນ​ແດນ​ເຂດ ບ້ານວັງຕັດນີ້ ​ແມ່ນມີມາ​ເປັນ​ເວລາ​ດົນ​ນານ​ສົມ​ຄວນ ແລະ ເກີດ​ເປັນຄວາມ​ຈິງ​ຂຶ້ນມາ​ໄດ້ແລ້ວ ເມື່ອສ້າງສຳເລັດ ວັດດັ່ງກ່າວກໍຈະກາຍເປັນວັດສຸດຕະທໍາມະຣາມແຫ່ງທຳອິດຢູ່​ໃນ​ດິນແດນ​ແຫ່ງນີ້ ແລະ ເປັນບ່ອນສັງ​ເວ​ສະ​ນີຍະສະ​ຖານອັນ​ສັກສິດ​.

ດັ່ງນັ້ນ ຮຽກຮ້ອງມາຍັງຜູ້ທີ່ມີຈິດໃຈ ເຫລື້ອມໃສສັດທາ ພຸດທະສາດສະໜາ ຢູ່ພາຍໃນແຂວງ ຕ່າງແຂວງ ແລະ ຕ່າງປະເທດ ເພື່ອສົມທົບທຶນການກໍ່ສ້າງ ວັດດັ່ງກ່າວໃຫ້ສຳເລັດຕາມກຳນົດເວລາ ເຊິ່ງບ້ານວັງຕັດນ້ອຍ ເປັນບ້ານຫນຶ່ງ ທີ່ຕັ່ງຢູ່ເຂດເນີນສູງ ລຽບຕາມຕີນພູ ທີ່ຂຶ້ນກັບ ເມືອງ ຊານໄຊ ແຂວງອັດຕະປື ມີຄອບຄົວທັງໝົດ 122 ຄອບຄົວ, ພົນລະເມືອງ 612 ຄົນ, ຍິງ 311 ຄົນ, ມີຊົນເຜົ່າດຽວຄືເຜົ່າແຢະ ການດຳລົງຊິວິດ ແມ່ນຢຶດຖືການເຮັດໄຮ່ ເຮັດສວນ ປູກຝັງລ້ຽງສັດ ພ້ອມນີ່ຍັງມີສະຖານທີ່ທ່ອງທ່ຽວໃນຫລາຍແງ່ມູມ ແລະ ອາດຈະສ້າງຄວາມສົນໃຈແກ່ນັກທ່ອງທ່ຽວໃນອະນາຄົດ.

ໃນພິທີອັນມີຄວາມໝາຍນັ້ນ ຍັງໄດ້ພ້ອມກັນຈັດພິທີກຳທາງສາສະຫນາເພື່ອໃຫ້ເປັນສິລິມຸງຄຸນໃຫ້ແກ່ບ້ານ ຈາກນັ້ນ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ແລະ ໄດ້ຮ່ວມກັນກັບພາກສ່ວນກ່ຽວຂ້ອງຕັດແຖບຜ້າ ເລີ່ມການກໍ່ສ້າງ ວັດສາມັກຄີ ສຸດຕະທໍາມະຣາມ ບ້ານວັງຕັດນ້ອຍຢ່າງເປັນທາງການ ເຊິ່ງມີອົງການພຸດທະສາສະຫນາ, ມີບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ, ອຳນາດການປົກຄອງເມືອງ, ປະຊາຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍ: ສາຍນ້ຳ