3 ພາກສ່ວນ ຮ່ວມຈັດກິດຈະກຳປູກຕົ້ນໄມ້ 3000 ຕົ້ນ ຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ (1ມິຖຸນາ)

146

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ທະນາຄານ ໄຊງ່ອນ ເທືອງຕິ່ນ ລາວຈຳກັດ (ຊາຄອມແບັງ ລາວ sacombank )ແລະ ສະມາຄົມນັກຂ່າວ ຈັດກິດຈະກຳປູກຕົ້ນໄມ້ ເພື່ອຕ້ອນຮັບ ວັນປູກຕົ້ນໄມ້ແຫ່ງຊາດ (ວັນທີ1ມິຖຸນາ) ໃນວັນທີ 30 ພຶດສະພາ 2020 ທີ່ບ້ານໂຄກແຫ່ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ),ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ; ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ທ່ານ ດາວອນ ພະຈັນທະວົງ ຮອງປະສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ຟາມກວາງຟູ່ ອຳນວຍການ ທະນາຄານ ໄຊງ່ອນ ເທືອງຕິ່ນ (ຊາຄອມແບັງ ລາວ); ທ່ານ ບົວຄຳ ສີສົງຄາມ ຮອງເຈົ້າເມືອງໆສັງທອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ກ່າວວ່າ: ໂຄງການປູກຕົ້ນໄມ້ໃນຄັ້ງນີ້ແມ່ນເພື່ອສະໜັບສະໜູນນະໂຍບາຍຂອງລັດຖະບານລາວໃນການເພີ່ມເນື້ອທີ່ສີຂຽວໃຫ້ ສປປ ລາວ, ເປັນການປູກຈິດສຳນຶກໃຫ້ພະນັກງານພວກເຮົາໃນການປູກຕົ້ນໄມ້ ເຊິ່ງ 2 ປີຜ່ານມາພວກເຮົາກໍ່ໄດ້ຈັດກິດຈະກຳນີ້ຂຶ້ນ ແລະ ພິເສດປີນີ້ ພວກເຮົາໄດ້ຮ່ວມມືກັບ ທະນາຄານຊາຄອມແບັງ ແລະ ສະມາຄົມນັກຂ່າວ ມາປູກຢູ່ສວນຂ້າພະເຈົ້າໃນເນື້ອທີ່ 20 ເຮັກຕາ ສະເພາະປູກໄມ້ຕີ້ວ ແມ່ນ 7 ເຮັກຕາເສີມດ້ວຍຕົ້ນໄມ້ຍາງ ທີ່ພວກເຮົາມີແນວທາງພັດທະນາເປັນທຸລະກິດກະສິກຳ ເຊັ່ນ: ໂຊນຢາງພາລາ, ລ້ຽງເຕົ່າ, ປູກໄມ້ຕີ້ວ ແລະ ລ້ຽງປາ ເປັນຕົ້ນ.ສະເພາະກິດຈະກຳຄັ້ງນີ້ແມ່ນມີເບ້ຍໄມ້ທັງໝົດ 3000 ຕົ້ນ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງ ຖວທ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ກ່າວບາງຕອນວ່າ: ການປູກໃນມື້ນີ້ແມ່ນມີຄວາມສຳຄັນຫຼາຍເພາະເປັນການປະກອບສ່ວນເຂົ້າໃນການບັນລຸຄາດໝາຍໝາຍປະເທດພວກເຮົາ ໂດຍສະເພາະແມ່ນເຮັດແນວໃດໃຫ້ປ່າຈະເພີ່ມເນື້ອທີ່ປົກຫຸ້ມສີຂຽວເພີ່ມຂຶ້ນ ຫຼື ບັນລຸຄາດໝາຍ ທີ່ພັກ-ລັດຖະບານ.

ຈ້າພະເຈົ້າຄິດວ່າປີນີ້ແມ່ນເປັນປີທີ່ຟົດຟື້ນທີ່ສຸດເພາະເປັນປີທີ່ກວດກາຄືນການປະຕິບັດບັນດາຄາດດ້ານສິ່ງແວດລ້ອມ ເພື່ອເຮັດແນວໃດໃຫ້ການພັດທະນາປົກປັດປັກຮັກສາສິ່ງແວດລ້ອມຍືນຍົງຕາມທິດສີຂຽວ, ເສດຖະກິດມີການຂະຫຍາຍຕົວປະຊາຊົນມີຂີວິດການເປັນຢູ່ນັບມື້ດີຂຶ້ນບັນລຸຈຸດໝາຍການພັດທະນາປະເທດລາວເຮົາໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃຫ້ກາຍເປັນປະເທດກຳລັວພັດທະນາ ໃຫ້ປະຊາຊົນມີລາຍຮັບນັບມື້ຫຼາຍຂຶ້ນ ແລະ ກິດຈະກຳນີ້ກໍ່ບໍ່ແມ່ນຄັ້ງທຳອິດທິ່ສະມາຄົມນັກຂ່າວໄດ້ຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພິເສດໃນປີນີ້ແມ່ນຄົບຮອບ 70 ປີຂອງວັນສ້າງຕັ້ງວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຫຼື ຈະເວົ້າອີກຢ່າໜຶ່ງການຈັດກິດຈະກຳປູກຕົ້ນໄມ້ໃນມື້ນີ້ກໍ່ແມ່ນການຮ່ວມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ວັນພິມຈຳໜ່າຍລາວ ແລະ ທັງເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ຫວັງວ່າທາງທະນາຄານຊາຄອມແບັງ ແລະ ສະພາການຄ້າ ແລະ ອຸດສ່ຫະກຳແຫ່ງຊາດລາວຈະສືບຕໍ່ໃນການຮ່ວມມື ແລະ ສະໜັບສະໜູນໃນການປະຕິບັດໜ້າທີ່ຕົນເອງ ເຮັດແນວໃດໃຫ້ພໍ່ແມ່ນປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ, ໄດ້ເຂົ້າໃຈແນວທາງນະໂຍບາຍຂອງພັກ-ລັດ, ແນວທາງການພັດທະນາເສດຖະກິດສັງຄົມຂອງລັດກໍ່ຄືຂອງຊາດ, ຂ້າພະເຈົ້າເຊື່ອວ່າດ້ວຍກຳລັງແຮງຂອງທຸກພາກສ່ວນ ເສດຖະກິດສັງຄົມພວກເຮົາຈະບັນລຸຄາດໝາຍການພັດທະນາປະເທດຊາດພວກເຮົາ ເວົ້າລວມເວົ້າສະເພາະກໍ່ຄືສື່ມວນຊົນລາວຈະບັນລຸຈຸດໝາຍໃນການປະຕິບັດໜ້າທີ່ການເມືອງຂອງຕົນ.