ທັດສະນະຂອງນ້ອງນັກຮຽນໃນການກະກຽມຄວາມພ້ອມກັບມາຮຽນຄືນ

284

ພາຍຫຼັງໂຈະການຮຽນ – ການສອນໄປເປັນເວລາ 1 ເດືອນກວ່າ ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ – 19. ມາຮອດປັດຈຸບັນບັນດາໂຮງຮຽນທົ່ວປະເທດແມ່ນໄດ້ກະກຽມຄວາມພ້ອມເປີດການຮຽນ – ການສອນຄືນໃໝ່ສຳລັບ ຊັ້ນ ປ 5, ມ 4 ແລະ ມ 7 ໃນວັນທີ 18 ພຶດສະພາ 2020 ອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກີລາ.

ເຮົາມາເບິ່ງທັດສະນະ ແລະ ຄວາມຮູ້ສຶກຂອງນ້ອງນັກຮຽນວ່າເຂົາກຽມພ້ອມຕົນເອງ ແລະ ມີວິທີປ້ອງກັນພະຍາດຄືແນວໃດ.

ທ້າວ ຈັນທິດ ແສນສຸກແຍງ ຮຽນຊັ້ນ ມ 7 ໂຮງຮຽນ ມສ ວຽງຈັນ ກ່າວວ່າ: ນ້ອງຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫຼາຍທີ່ຈະໄດ້ກັບມາຮຽນອີກຄັ້ງ ເພາະຈະໄດ້ພໍ້ໜ້າພໍ້ຕາພົບປະກັບເພື່ອນສະໜິດມິດສະຫາຍ ແລະ ຄູ – ອາຈານທຸກໆທ່ານ, ຄິດຮອດຄຳສອນ – ຄຳຊີ້ນຳແນວທາງການຮຽນຮູ້ສູ່ການພັດທະນາຕົນເອງຂອງຜູ້ອຳນວຍການໂຮງຮຽນ ເຊິ່ງໄລຍະໂຈະການຮຽນ – ການສອນນ້ອງໄດ້ກັບເມືອບ້ານທີ່ເມືອງສະໜາມໄຊ ແຂວງອັດຕະປືແຕ່ນ້ອງກໍອ່ານຄືນບົດຮຽນເກົ່າ, ແກ້ບົດຝຶກຫັດທີ່ອາຈານໃຫ້, ຈົດກ່າຍບົດຮຽນຈາກວິດີໂອທີ່ທາງໂຮງຮຽນໄດ້ເຮັດຂຶ້ນມາ ເພື່ອເປັນສື່ການສອນ. ຫຼັກໆນ້ອງໄດ້ສຸມໃສ່ຄົ້ນຄວ້າວິຊາພາສາລາວ – ວັນນະຄະດີ ແລະ ຄະນິດສາດ, ສ່ວນວິຊາອື່ນຈະຮອງລົງມາ. ນອກນີ້, ນ້ອງໄດ້ສຶກສາຮ່ຳຮຽນຈາກປຶ້ມແບບຮຽນ – ຄູ່ມື ແລະ ວິດີໂອທາງໂທລະສັບເປັນສ່ວນໃຫຍ່ ແລະ ເນື່ອງຈາກບ້ານນ້ອງເປັນບ້ານທີ່ຫ່າງຈາກ ຄວາມຈະເລີນ ຈຶ່ງພາໃຫ້ Internet ບໍ່ຄ່ອຍຈະດີ, ສ່ວນໂທລະພາບເຮືອນນ້ອງແມ່ນບໍ່ມີ ມັນເພຕອນນ້ຳຖ້ວມສະໜາມໄຊໃນປີຜ່ານມາ, ແຕ່ນ້ອງກໍຍັງພະຍາຍາມທີ່ຈະຊອກຫາວິທີທີ່ຈະໄດ້ຮຽນ.

ນາງ ທິບມະນີ ວົງຄຳສີ ຮຽນຊັ້ນ ມ 4 ໂຮງຮຽນພອນສະຫວັນຊົນເຜົ່າກຽມມະຫາວິທະຍາໄລ ກ່າວວ່າ: ໄລຍະໂຈະການຮຽນ – ການສອນ ນ້ອງກໍໄດ້ຝຶກແກ້ບົດຝຶກຫັດທີ່ອາຈານໃຫ້ມາແຕ່ໂຮງຮຽນ ແລະ ແກ້ຕາມທີ່ອາຈານສົ່ງໃຫ້ທາງວັອດແອັບ. ພ້ອມນັ້ນ, ນ້ອງຍັງໄດ້ຕິດຕາມການສອນອອນລາຍຂອງທາງ ESTV ຊ່ອງ 8 ຂອງກະຊວງສຶກສາທິການ ແລະ ກີລາ. ເມື່ອຮູ້ຂ່າວວ່າຈະໄດ້ກັບໄປຮຽນຄືນອາທິດໜ້າ ນ້ອງຮູ້ສຶກດີໃຈຫຼາຍທີ່ຈະໄດ້ກັບເຂົ້າໄປໂຮງຮຽນແລ້ວ ເພາະວ່າໄລຍະຮຽນຢູ່ເຮືອນນ້ອງມີບົດຮຽນຫຼາຍຢ່າງທີ່ບໍ່ເຂົ້າໃຈ ແລະ ຢາກຖາມອາຈານໃຫ້ເພິ່ນອະທິບາຍໃຫ້ເຂົ້າໃຈບົດຮຽນນັັ້ນຫຼາຍຂຶ້ນ ແລະ ດີໃຈຈະໄດ້ແລກປ່ຽນບົດຮຽນບົດຮຽນກັບໝູ່ເພື່ອນ.

ເຊິ່ງນ້ອງເອງໄດ້ກຽມ ຄວາມພ້ອມໃນການກັບໄປຮຽນຄືນ ເປັນຕົ້ນແມ່ນ: ອຸປະກອນການຮຽນ, ຄຳຖາມທີ່ຢາກຖາມກຽມໄວ້ໄປຖາມອາຈານ, ໝູ່ຄູ່ ແລະ ສິ່ງສຳຄັນຄືອຸປະກອນປ້ອງກັນຕົວເອງ ເຊັ່ນ: ຜ້າອັດປາກ, ນ້ຳຢາລ້າງມື, ຈະປະຕິບັດຕາມລະບຽບຂອງກະຊວງສຶກສາ ແລະ ກີລາ ແລະ ກົດລະບຽບຂອງໂຮງຮຽນວາງອອກຢ່າງເຂັ້ມງວດ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄ  ວິດ – 19.

ນາງ ສຸພາພອນ ທຳມະວົງສາ ຮຽນຊັ້ນ ມ 7 ໂຮງຮຽນ  ມສ ວຽງຈັນກ່າວວ່າ: ນ້ອງດີໃຈຫຼາຍທີ່ຈະໄດ້ເຂົ້າຮຽນເປັນປົກກະຕິ ເພາະຈະໄດ້ພົບໝູ່ເພື່ອນ, ຄູ – ອາຈານ ແລະ ແລກປ່ຽນສົນທະນາຄວາມຮູ້ນຳກັນ. ໄລຍະພັກຮຽນຢູ່ເຮືອນ ນ້ອງໄດ້ຮຽນອອນລາຍຈາກວິດີໂອການສອນຂອງອາຈານໃນໂຮງຮຽນ, ນ້ອງມີການຈົດ, ກ່າຍ, ສະຫຼຸບບົດຮຽນ ແລະ ກໍກຽມຄຳຖາມ ແລະ ບັນຫາທີ່ບໍ່ເຂົ້າໃຈເພື່ອຖາມອາຈານຕອນເຂົ້າຮຽນ. ນອກຈາກນີ້, ໄດ້ສຶກສາຄົ້ນຄວ້າບົດຮຽນດ້ວຍຕົນເອງຜ່ານລະບົບອິນເຕີເນັດຄຽງຄູ່ກັບການສຶກສາຮ່ຳຮຽນ.

ເປັນສ່ວນໜຶ່ງໃນການຕ້ານພະຍາດໂຄວິດ – 19 ນ້ອງຈະປະຕິບັດຕາມມາດຕະການຕ່າງໆຢ່າງເຄັ່ງຄັດ ເປັນຕົ້ນແມ່ນ: ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ, ພົກພາເຈລລ້າງມືິ, ໝັ່ນລ້າງມືໃສ່ສະບູ, ຫຼີກລຽງການສຳຜັດກັບຄົນອື່ນຖ້າບໍ່ຈຳເປັນ ແລະ ອື່ນໆ.

ສຸດທ້າຍນ້ອງໆຝາກເຖິງໝູ່ເພື່ອນ ແລະ ນ້ອງນັກຮຽນໝົດທຸກຄົນ ຈົ່ງພ້ອມກັນປ້ອງກັນຕົນເອງດ້ວຍການລ້າງມືໃສ່ສະບູ ຫຼື ເຈລລ້າງມືທຸກຄັ້ງ ເມື່ອຈັບຕ້ອງກັບສິ່ງຂອງຕ່າງ ເພື່ອຊ່ວຍຫຼຸດຜ່ອນການກະຈາຍຂອງເຊື້ອພະຍາດ, ພ້ອມກັນປະຕິບັດຕາມຄຳສັ່ງຂອງຂັ້ນເທິງຢ່າງເຄັ່ງຄັດເພື່ອຕົວເຮົາເອງ ແລະ ເພື່ອສັງຄົມ.

ຂ່າວ: ແກ້ວ