ອຸຕຸເຕືອນ! ໄລຍະກາງຫາທ້າຍເດືອນກໍລະກົດຝົນອາດຂາດຊ່ວງ ເຮັດໃຫ້ຂາດນ້ຳປັກດຳເຂົ້ານາປີ

105

ທ້າຍເດືອນພຶດສະພານີ້ກໍເລີ່ມເຂົ້າສູ່ລະດູຝົນຂອງປີ ແຕ່ອຸຕຸເຕືອນໄລຍະກາງ ຫາ ທ້າຍເດືອນກໍລະກົດ ຝົນອາດຂາດຊ່ວງຢູ່ບາງທ້ອງຖິ່ນ ຈະເຮັດໃຫ້ເກີດການຂາດແຄນນ້ຳໃນການປັກດຳເຂົ້ານາປີ ບັນດາຊາວກະສິກອນກໍ່ກຽມປັກດຳແຕ່ເນີ້ນໆ ແລະມີວິທີກຽມພ້ອມຮັບມື.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ເລກທີ 0477/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 6 ພຶດສະພາ 2020 ຄາດຄະເນສະພາບອາກາດປະຈຳ 3 ເດືອນຕໍ່ໜ້າ (ພຶດສະພາ, ມິຖຸນາ, ກໍລະກົດ 2020 ວ່າ: ຕະຫຼອດໄລຍະເດືອນ ເມສາ 2020 ອຸນຫະພູມສະພາບຂອງອຸນຫະພູມໜ້ານ້ຳທະເລຢູ່ເຂດມະຫາສະໝຸດປາຊີຟິກ ໄດ້ຮ້ອນສູງກວ່າເກນປົກກະຕິໃນລະດັບອ່ອນ ຊຶ່ງໄດ້ເຮັດໃຫ້ດັດສະນີການປ່ຽນແປງຂອງ NINO3.4 ຍັງມີຄ່າບວກ (ໃຫຍ່ກວ່າສູນ) ໃນອັດຕາທີ່ມີລະດັບອ່ອນ, ຄາດຄະເນໃນໄລຍະເດືອນ ພຶດສະພາ-ກໍລະກົດ 2020 ສະພາວະຂອງ ENSO ຈະຢູ່ໃນສະພາວະເປັນກາງ (Neutral) ທີ່ມີຄວາມເປັນໄປໄດ້ 70-80% ຊຶ່ງຈະເຮັດໃຫ້ສະພາບອາກາດໃນໄລຍະເດືອນພຶດສະພາ-ມິຖຸນາ-ກໍລະກົດ 2020 ຢູ່ໃນ ສປປ ລາວ ມີການປ່ຽນແປງດັ່ງນີ້:

ສະພາບອາກາດໃນເດືອນ ພຶດສະພາ 2020: ໄລຍະຕົ້ນເດືອນ ພຶດສະພາ ບໍລິເວນຄວາມກົດດັນຂອງອາກາດຮ້ອນຈະປົກຄຸມ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າໃນແຕ່ລະພາກ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ, ໄລຍະກາງເດືອນ ຄວາມກົດດັນອາກາດສູງຈາກປະເທດຈີນ ຈະແຜ່ລົງມາປົກຄຸມເຂດພາກເໜືອຂອງປະເທດລາວດ້ວຍກຳລັງອ່ອນ ພ້ອມດຽວກັນບໍລິເວນຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງຈະປົກຄຸມເຂດທະເລອັນດາມັນ ແລະ ໄດ້ມີກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກໃຕ້ ແລະ ພາກກາງຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ, ຈົນມາຮອດໄລຍະທ້າຍເດືອນພຶດສະພາ 2020, ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກຫຼາຍເພີ່ມຂຶ້ນໃນແຕ່ລະພາກ ຊຶ່ງຈະເປັນໄລຍະເລີ່ມຕົ້ນລະດູຝົນປະຈຳປີ 2020. ຄາດຄະເນປະລິມານນ້ຳຝົນໃນເດືອນ ພຶດສະພາ 2020 ຈະມີຝົນຫຼຸດເກນປົກກະຕິເປັນສ່ວນຫຼາຍ.

ສະພາບອາກາດໃນເດືອນມິຖຸນາ 2020: ໃນໄລຍະຕົ້ນເດືອນມິຖຸນາ ສົມທົບກັບກະແສລົມມໍລະສູມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ, ຈາກນັ້ນໄລຍະກາງ ຫາ ທ້າຍເດືອນ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ, ຄາດຄະເນປະລິມານນ້ຳຝົນ ໃນເດືອນມິຖຸນາ 2020 ຈະມີຝົນຫຼຸດເກນປົກກະຕິ ເປັນສ່ວນຫຼາຍ.

ສະພາບອາກາດໃນເດືອນກໍລະກົດ 2020: ໃນໄລຍະຕົ້ນຫາກາງເດືອນກໍລະກົດ ຮ່ອງຄວາມກົດດັນອາກາດຕ່ຳຈະສືບຕໍ່ພາດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ ປ່ອງໃສ່ພາຍຸໝຸນເຂດຮ້ອນ ທີ່ຈະເຄື່ອນທີ່ຜ່ານພາກເໜືອຂອງປະເທດຟິລິບປິນ ແລະ ເຂດທະເລຈີນໃຕ້ຕອນເທິງ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ. ຈາກນັ້ນ, ໄລຍະກາງ ຫາ ທ້າຍເດືອນ ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະອ່ອນກໍາລັງລົງ ຊຶ່ງຈະເຮັດໃຫ້ມີຝົນຕົກຫຼຸດລົງໃນແຕ່ລະພາກ ແລະ ມີບາງທ້ອງຖິ່ນອາດຈະມີຝົນຂາດຊ່ວງ. ຄາດຄະເນປະລິມານນ້ຳຝົນ ໃນເດືອນ ກໍລະກົດ 2020 ຈະມີຝົນຫຼຸດເກນປົກກະຕິ ເປັນສ່ວນຫຼາຍ.


ພ້ອມນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງມີຄຳເຕືອນເພື່ອເຝົ້າລະວັງຄື: ໃນໄລຍະເດືອນພຶດສະພາ ຍັງຈະມີອາກາດຮ້ອນເອົ້າຢູ່ຕື່ມອີກ ຊຶ່ງຈະເກີດມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກ, ຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ຊຶ່ງຈະເຮັດໃຫ້ມີຕົນໄມ້ໃຫຍ່ ແລະ ເສົາໄຟຟ້າຫັກລົ້ມ, ເຮືອນຕຶກອາຄານເປ່ເພ;

ໄລຍະເດືອນມິຖຸນາ ສະພາບຝົນຈະຕົກຕໍ່ເນື່ອງຕິດຕໍ່ກັນຫຼາຍວັນ ຊຶ່ງຈະເຮັດໃຫ້ເກີດມີດິນເຈື່ອນ ແລະ ນ້ຳຖ້ວມຊຸຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ແລະ ໄລຍະກາງ ຫາ ທ້າຍເດືອນກໍລະກົດ ສະພາບຝົນຈະຫຼຸດລົງ ແລະ ມີບາງທ້ອງຖິ່ນຈະມີຝົນຕົກໜ້ອຍ ຫຼື ມີຝົນຂາດຊ່ວງ ຊຶ່ງຈະເຮັດໃຫ້ເກີດມີການຂາດແຄນນ້ຳເພື່ອການກະສິກຳ ໂດຍສະເພາະຂາດແຄ້ນນ້ຳໃນການປັກດຳເຂົ້ານາປີ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດທີ່ຮ້າຍແຮງດັ່ງກ່າວທີ່ອາດຈະເກີດຂຶ້ນໄດ້ ໃນໄລຍະເດືອນພຶດສະພາ ຫາ ກໍລະກົດ 2020 ນີ້.