ປູກຜັກໃນເຮືອນຮົ່ມ ສ້າງລາຍຮັບ 20 ລ້ານກວ່າກີບຕໍ່ປີ

350

ການປູກຝັງລ້ຽງສັດ ແລະ ຜະລິດເປັນສິນຄ້າ ມີການສືບທອດມາແຕ່ດັ້ງເດີມຂອງປະຊາຊົນລາວເຮົາ ໃນເມື່ອກ່ອນການຜະລິດແມ່ນຂຶ້ນກັບທໍາມະຊາດ, ຜະລິດພໍແຕ່ກຸ້ມກິນພໍໃຜພໍລາວ, ແກ້ໄຂຊີວິດການເປັນຢູ່ໃນແຕ່ລະວັນ, ແຕ່ຍຸກປັດຈຸບັນນີ້ໄດ້ກາຍເປັນສິນຄ້າ ແລະ ສາມາດລ້ຽງຊີວິດຄອບຄົວໄດ້ຂໍພຽງມີຄວາມດຸໝັ່ນ ແລະ ອົດທົນ.

ດັ່ງຄອບຄົວ ທ່ານ ນາງ ແສງ ພົງສະຫວັນ ອາຍຸ 45 ປີ ປະຊາຊົນບ້ານສົມສະຫວັນ ເມືອງພຽງ ແຂວງໄຊຍະບູລີ ໄດ້ຫັນຈາກອາຊີບເຮັດນາມາປູກຜັກໃນເຮືອນຮົ່ມຂາຍເປັນອາຊີບ ສາມາດປັບປຸງຊີວິດການເປັນຢູ່ນັບມື້ດີຂຶ້ນ ໂດຍລາວເລົ່າໃຫ້ຟັງວ່າ: ໃນຄອບຄົວຂອງຂ້າພະເຈົ້າມີສະມາຊິກທັງໝົດ 3 ຄົນ, ມີແຮງງານຕົ້ນຕໍ 2 ຄົນ, ອາຊີບໃນເມື່ອກ່ອນແມ່ນເຮັດນາເປັນຫຼັກ ໃນເນື້ອທີ່ 0,60 ເຮັກຕາ, ຜົນຜະລິດເຂົ້າແຕ່ລະປີໄດ້ປະມານ 1 ໂຕນ. ນອກຈາກເຮັດນາແລ້ວອາຊີບເສີມຂອງຄອບຄົວແມ່ນເປັນກໍາມະກອນເຮັດວຽກກໍ່ສ້າງ ແຕ່ໄລຍະນັ້ນລາຍໄດ້ກໍບໍ່ຫຼາຍປານໃດ, ຊີວິດຄອບຄົວກໍພໍແຕ່ກຸ້ມກິນໄປແຕ່ລະມື້, ບາງຄັ້ງຍັງຂາດເງິນໃຊ້ຈ່າຍໃນຄອບຄົວ.

ຍ້ອນເຫັນໄດ້ຄວາມຈໍາເປັນຄືແນວນັ້ນຄອບຄົວຈຶ່ງໄດ້ປຶກສາຫາລືວາງແຜນຊອກຊ່ອງທາງອອກເພື່ອເຮັດໃຫ້ຄອບຄົວມີຢູ່ມີກິນ, ມີເງິນໃຊ້ສອຍຈັບຈ່າຍພາຍໃນຄອບຄົວ ຈຶ່ງໄດ້ຕົກລົງຕັດສິນໃຈກັນເຮັດສວນປູກຜັກເຮືອນຮົ່ມທີ່ປອດສານພິດ ໃນປີ 2019 ເນື້ອທີ່ສວນປະມານ 0,20 ເຮັກຕາ ລົງທຶນເບື້ອງຕົ້ນຊື້ແນວພັນຜັກ, ຜ້າແສ ແລະ ອຸປະກອນຕ່າງໆມູນຄ່າປະມານ 3 ລ້ານກີບ; ຜັກທີ່ປູກມີ: ຜັກກາດຊອມ, ຜັກສະຫຼັດ, ຜັກຫອມປ້ອມ, ຫອມບົ່ວ, ຫອມລາບ ແລະ ຜັກຊະນິດອື່ນໆອີກປູກຕະຫຼອດປີ, ຕັດຜັກຂາຍແລ້ວກໍຄູນດິນໂຮຍປູນຂາວໄວ້ປະມານ 3 ວັນ. ຫຼັງຈາກນັ້ັນ, ກໍແປງໜານແລ້ວປູກຜັກຄືນໃໝ່ປີໜຶ່ງຈະໄດ້ຕັດຜັກຂາຍອອກ  6 – 7 ຊຸດຕໍ່ປີ ໃນລາຄາສະເລ່ຍ 10 – 15 ພັນກີບຕໍ່ກິໂລ ບໍ່ວ່າລະດູແລ້ງ ຫຼື ລະດູຝົນ.

ສ່ວນການຈໍາໜ່າຍຂາຍແມ່ນໄປນັ່ງຂາຍຢູ່ຕະຫຼາດພາຍໃນບ້ານ.

ການບົວລະບັດຮັກສາເພື່ອໃຫ້ຜັກຈະເລີນເຕີບໂຕແມ່ນໄດ້ນໍາໃຊ້ຝຸ່ນຄອກຂີ້ໝູ, ຂີ້ເປັດ – ໄກ່ ປາສະຈາກການນໍາໃຊ້ສານເຄມີ ເພາະວ່າເນັ້ນໃນການປູກຜັກປອດສານພິດ ຫຼື ວ່າກະສິກໍາສະອາດ, ຮັບປະກັນສຸຂະພາບຜູ້ຜະລິດ ແລະ ສັງຄົມຜູ້ບໍລິໂພກ ແລະ ລາຍຮັບຈາກການຂາຍຜັກປີ 1 ໄດ້ປະມານ 20 ກວ່າລ້ານກີບ. ສັງລວມແລ້ວສະເລ່ຍລາຍຮັບທັງໝົດເຂົ້າໃນຄອບຄົວແມ່ນໄດ້ທັງໝົດ 35 ລ້ານຕໍ່ປີ.

ທ່ານ ນາງ ແສງ ພົງສະຫວັນ ກ່າວວ່າ: ສິ່ງທີ່ກ່າວມານັ້ນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ, ມີທຶນສົ່ງເສີມການສຶກສາໃຫ້ລູກຫຼານ, ຈໍານວນໜຶ່ງໄດ້ເອົາມາປຸກແປງສະຖານທີ່ຢູ່ອາໄສ ແລະ ຊື້ພາຫະນະຮັບໃຊ້ໃນຄອບຄົວ. ຄວາມສໍາເລັດດັ່ງກ່າວນັ້ນກໍຍ້ອນສະມາຊິກພາຍໃນຄອບຄົວມີ ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຍ້ອນຄວາມມານະອົດທົນຕໍ່ສູ້ຜ່ານຜ່າຕໍ່ອຸປະສັກທຸກຢ່າງ ດ້ວຍການເຮັດສວນປູກຜັກຂາຍເປັນອາຊີບ, ສາມາດປັບປຸງຊີວິດການເປັນຢູ່ນັບມື້ດີຂຶ້ນ.

ຂ່າວ: ສັນຕິ, ຂໍ້ມູນ: ບຸນທີ