ຄາດຍີ່ປຸ່ນ-ສິງກະໂປໄດ້ຮັບກະທົບທາງເສດຖະກິດໜັກທີ່ສຸດໃນອາຊີ

127

ການລະບາດຢ່າງຮ້າຍແຮງຂອງໂຄວິດ-19ໄປເກືອບທົ່ວໂລກ,ທຸກປະເທດຕ່າງໃຊ້ມາດຕະການປິດເມືອງ-ປິດປະເທດເພື່ອຫວັງຢຸດການລະບາດຂອງພະຍາດດັ່ງກ່າວ;ແຕ່ມາດຕະການດັ່ງກ່າວເທົ່າກັບປິດເສດຖະກິດເຊັ່ນດຽວກັນ.

ທ່ານ ສະຕີບ ໂຄເຄຣນ ຫົວໜ້ານັກເສດຖະສາດປະຈໍາທະທີບອາຊີຂອງບໍລິສັດ ມູດີ ອະນາລິຕິກກ່າວວ່າ:ຍີ່ປຸ່ນ ແລະ ສິງກະໂປຈະເປັນປະເທດໃນອາຊີທີ່ໄດ້ຮັບຜົນກະທົບທາງເສດຖະກິດຫຼາຍທີ່ສຸດໃນອາຊີ.

ທັງນີ້,ຍີ່ປຸ່ນ ແລະ ສິງກະໂປມີບັນຫາເສດຖະກິດຢູ່ແລ້ວຕັ້ງແຕ່ກ່ອນເກີດການລະບາດຂອງໂຄວິດ-19.

ຂະນະທີ່ມາດຕະການປິດເມືອງຫຼືປິດປະເທດຂອງສອງປະເທດເພື່ອສະກັດການລະບາດຍິ່ງສ້າງບັນຫາຕໍ່ລະບົບເສດຖະກິດ.

ໂດຍເສດຖະກິດຍີ່ປຸ່ນຫຼຸດລົງ6,3%ໃນໄຕມາດ4ຂອງປີກ່ອນ,ຂະນະທີ່ເສດຖະກິດສິງກະໂປຫຼຸດລົງ2,2%ໃນໄຕມາດທໍາອິດຂອງປີນີ້.