ທີມາຂອງ ຣາຊຣົຖທີປະດິດສະຖານແຫ່ພຣະບາງ ນະຄອນຫລວງພຣະບາງ

361

ສາທຸພໍ່ບຸນເພັງ ວິຣະທັມໂມ ທີວັດແສນ ສຸຂາຣາມ ນະຄອນຫລວງພຣະບາງ ເປັນຜູ້ມີສັດທາອັນແຮງກ້າ ໃນການຄິດສ້າງຣາຊຣົຖ ແລະຜາສາດ ເພື່ອອັງເຊີນພຣະບາງ ໄວ້ລົງຫົດສົງທຸກໆປີ ຂອງມື້ແລ້ວວັນສັງຂານຂຶ້ນຂອງທຸກໆປີ

ເມື່ອໃນອະດິດນັ້ນ ສາທຸພໍ່ບຸນເພັງ ແມ່ນເຄີຍບວດແລະເປັນລູກຊິດ ( ລູກສິດ ) ອົງສຳຄັນແລະເປັນສິດເອກ ຂອງສາທຸໃຫຍ່ ຄຳຈັນ ວິຣະຈິດຕະ ມະຫາເຖຣະ ວັດແສນ ສຸຂາຣາມ ທີເພິ່ນເມດຕາສຸດອົງໜຶ່ງ ໃນການສຶບທອດເຈດຕະນາຣົມຂອງເພິ່ນ ຫລັງຈາກລາຊິກຂາເພດແລ້ວ ກໍ່ຍັງເປັນສິດທີອຸປະຖຳຄ້ຳຊູ ພຣະພຸດທະສາສະໜາ ແລະວັດວາອາຮາມຕ່າງໆ

ຫລັງຈາກທີສາທຸໃຫຍ່ ຄຳຈັນ ວິຣະຈິດຕະ ມະຫາເຖຣະ ມໍຣະນະພາບລົງ ເມືອວັນທີ 09 ກໍລະກົດ 2007 ແລ້ວ

ຕົກມາໃນປີ 2011 ທ່ານບຸນເພັງ ສີອຸດົມພັນ ຕອນ ສາທຸພໍ່ບຸນເພັງ ວິຣະທັມໂມ ຍັງບໍ່ທັນໄດ້ບວດ ໄດ້ມີແນວຄິດຢາກສ້າງຣາຊຣົຖ ຂຶ້ນໂດຍໄດ້ແນວຄິດຈາກຮູບພາບ ຂອງຣາຊຣົຖຈຳລອງ ທີຢູ່ໃນພຣະຣາຊວັງ (ຫໍພິພິຕະພັນ ຫລວງພຣະບາງ ) ທີເຄີຍມີມາຫລາຍຮ້ອຍປີແລ້ວ ຫລັງຈາກນັ້ນກໍບໍ່ເຫັນມີ ເພາະໃນສະໄຫມເຈົ້າສີສະຫວ່າງວົງ ແລະສີສະຫວ່າງວັດທະນາ ພິທີແຫ່ພຣະບາງລົງຫົດສົງ ເພິ່ນກໍ່ມີທະຫານມະຫາດເລັກ ຫາມຜາສາດ ໂດຍບໍ່ມີຣາຊຣົຖ

ຣາຊຣົຖ ທີເຫັນໃນປະຈຸບັນນີ້ ແມ່ນທ່ານບຸນເພັງ ສີອຸດົມພັນ ແມ່ນໄດ້ຂໍອະນຸຍາດຈາກທາງແຂວງຫລວງພຣະບາງ ແລ້ວຊອກຫາທິນຮອນໃນການສ້າງທັງຣາຊຣົຖແລະຜາສາດ ຕົກເປັນເງິນ ປະມານ 180 ລ້ານກີບ  ແລະສ້າງແລະແລ້ວ ໃນປີ 2011ໂດຍໃຫ້ທ່ານ ສຸຮິຍາ ຂັດຕິຍະຣາຊ ເປັນຜູ້ອອກແບບ ໂດຍກຳກັບກວດແກ້ ໂດຍທຸເຈົ້າລຸງມະນີ ຂັດຕິຍະຣາຊ


ນອກຈາກຣາຊຣົຖແລະຜາສາດຂອງພຣະບາງແລ້ວ ເພິ່ນຍັງສ້າງ ຣາຊຣົຖຫວໍອີກນຳ ເຊິ່ງຕົກເປັນມູນຄ່າ ປະມານ 94 ລ້ານກີບ

ຕົກມາຮອດປີ 2013 ທ່ານບຸນເພັງ ສີອຸດົມພັນ  ກໍ່ເຂົ້າບວດເປັນພຣະພິກຂຸ ທີວັດແສນ ສຸຂາຣາມ ແລ້ວ ຂົນຂວາຍທິຶນຮອນ ຈາກນ້ອງສາວ ນາງບົວຈີນ ວິສີສົມບັດ ເພື່ອໃຫ້ຊ່ອຍອອກທຶນໃນການສ້າງ ຣົຖຫວໍ ໃຫ້ວັດແສນ ສຸຂາຣາມ ຕົກເປັນມູນຄ່າ 150 ລ້ານກີບ

ນັບທີສາທຸພໍ່ ບຸນເພັງ ເພິ່ນບວດເປັນພຣະພິກຂຸສົງມາ ເພິ່ນກໍ່ໄດ້ເປັນຜູ້ນຳຫນ້າພາທາງ ໃນການສ້າງສາພັດທະນາ ໂດຍສະເພາະກໍ່ແມ່ນ ຜາສາດ. ທຳມາດ , ສະພັງ ( ບ່ອນສົງນ້ຳພຣະພຸດທະຮູບ ) ຮາງລິນສົງນ້ຳພຣະ ແລະສົງນ້ຳພຣະສົງ , ອາດສະນະສົງ, ກະລໍ ( ໂປ່ງ ) ກອງ… ເພື່ອແຈກຍາຍ ໃຫ້ແກ່ບັນດາວັດຕ່າງໆ ທົ່ວປະເທດ ເລື້ອຍໆມາ ເຊັ່ນ ທຳມາດ ຮາງລິນ ທີອາດສົງ … ຂອງວັດອົງຕື້ ມະຫາວິຫານ ວັດທາດຫລວງ ວັດຊຽງແວ່…ເປັນຕົ້ນ…

ສາທຸພໍ່ບຸນເພັງ ວິຣະທັມໂມ ເກີດເມື່ອວັນທີ 20 ເມສາ 1941 ທີບ້ານປ່າໄຜ່ ຕາແສງປ່າໄຜ່ ເມືອງປາກແຊງ ແຂວງຫລວງພຣະບາງ ເມື່ອໄດ້ອາຍຸ 12 ປີ ຄືເມື່ອປີ 1953 ກໍ່ໄດ້ບວດເປັນສາມະເນນ ຫລັງຮອດເກນອາຍຸໃນການເປັນພຣະພິກຂຸສົງແລ້ວ ເພິ່ນກໍ່ໄດ້ອຸປະສົມບົດເປັນພຣະພິກຂຸສົງ ເມື່ອປີ 1962 ຕົກມາຮອດຕົ້ນປີ 1976 ເພິ່ນກໍ່ໄດ້ລາຊິກຂາເພດອອກໄປດຳຣົງຊີວິດເປັນຄາຣະວາດ ຫລັງຈາກນັ້ນ ຕົກມາຮອດວັນທີ 12 ສິງຫາ 2013 ເພິນຈຶ່ງອຸປະສົມບົດເປັນພຣະພິກຂຸສົງ ທີວັດແສນ ສຸຂາຣາມ ຕາມຮອຍຄູບາອາຈາຣຍ໌ ສາທຸໃຫຍ່ ຄຳຈັນ ວິຣະຈິດຕະ ທີເພິ່ນສ້າງຄຸນງາມຄວາມດີໄວ້ກັບພຣະພຸດທະສາສະໜາແລະບ້ານເມືອງ ຕໍ່ໄປ.

ຮີບໂຮມຂໍ້ມູນໂດຍເພຈ : ນະຄອນຫລວງພຣະບາງ Luangprabang City