ສະຫວັນນະເຂດ ໃຫ້ພະນັກງານ-ລັດຖະກອນ ກັບມາປະຕິບັດວຽກງານຕາມປົກກະຕິ

255

ຫ້ອງວ່າການແຂວງ ແຂວງສະຫວັນນະນະເຂດ ໄດ້ອອກແຈ້ງການສະບັບເລກທີ 572/ຫວຂ.ສຂ ລົງວັນທີ 23 ເມສາ 2020 ເຖິງບັນດາຫົວຫນ້າພະແນກການ, ປກຊ-ປກສ ແລະ ອົງການຈັດຕັ້ງລັດທຸກຂັ້ນ,ເຈົ້ານະຄອນ-ເຈົ້າເມືອງ 14 ເມືອງ ໃນທົ່ວແຂວງໃຫ້ພະນັກງານ-ລັດຖະກອນ, ກໍາລັງປະກອບອາວຸດ ກັບມາປະຕິບັດວຽກງານຕາມປົກກະຕິ.

ບົນພື້ນຖານການຕີລາຄາປະເມີນວຽກງານການຈັດຕັ້ງປະຕິບັດຄໍາສັ່ງ 06/ນຍ ໃນທົ່ວແຂວງ, ມາຮອດປະຈຸ ບັນ, ແຂວງສະຫວັນນະເຂດ ກໍ່ຍັງບໍ່ທັນປະກົດມີຜູ້ຕິດເຊື້ອພະຍາດໂດວິດ-19 ແລະ ຄວາມສ່ຽງໃນການແຜ່ເຊື້ອກໍ່ ຍັງມີຢູ່, ແຕ່ກໍ່ອາດຈະບໍ່ສູງ. ເຖິງຢ່າງໃດກໍ່ຕາມ, ອີງໃສ່ຄວາມຈໍາເປັນ ທາງດ້ານວຽກງານວິຊາສະເພາະຂອງຂະແໜງການ ແລະ ເພື່ອກະກຽມຄວາມພ້ອມປ້ອງກັນ, ສະກັດກັ້ນການລະບາດຂອງພະຍາດໂດວິດ-19.

ພາບປະກອບ

ຫ້ອງວ່າການແຂວງ ຂໍຖືເປັນກຽດແຈ້ງບາງເນື້ອໃນຂອງກອງປະຊຸມຄະນະສະເພາະກິດເພື່ອປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂການລະບາດໂຄວິດ-19 ຂັ້ນແຂວງ ຄັ້ງວັນທີ 21 ເມສາ 2020 ມາຍັງບັນດາທ່ານຊາບ ດັ່ງນີ້:

1 ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ກັບມາເຮັດວຽກປະຕິບັດຫນ້າທີ່ເປັນປົກກະຕິ ໂດຍໃຫ້ ຮັບປະກັນດ້ານຄວາມປອດໄພຕາມມາດຕະການທີ່ຄະນະສະເພາະກິດວາງອອກ.

ພາບປະກອບ

2 ໃຫ້ບັນດາພະແນກການ, ກົມກອງ, ນະຄອນ-ເມືອງ ສົ່ງບົດສ່ອງແສງລາຍງານການຈັດຕັ້ງປະຕິບັດຫນ້າທີ່ ວຽກງານຂອງຕົນທີ່ແຕ່ງຕັ້ງພະນັກງານຜັດປ່ຽນກັນປະຈໍາການ ແລະ ເຮັດວຽກຢູ່ເຮືອນ ໃນຊ່ວງປະຕິບັດຕາມຄໍາສັ່ງ 06/ນຍ ໃນໄລຍະຜ່ານມາ ວ່າຂະແຫນງການຕົນໄດ້ປະຕິບັດວຽກງານທີ່ຍັງຄົງຄ້າງສໍາເລັດຂັ້ນໃດ ແລະ ມີຄວາມຄືບ ຫນ້າແນວໃດ ສົ່ງໃຫ້ຫ້ອງວ່າການແຂວງ ເພື່ອສັງລວມ.

ພາບປະກອບ

ດັ່ງນັ້ນ, ຈຶ່ງແຈ້ງການມາຍັງບັນດາທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ພາບຈາກ: ສະຫວັນນະເຂດ