ເຄັດລັບພັດທະນາຕົນເອງໃຫ້ປະສົບຜົນສຳເລັດໃນດ້ານການຮຽນ ແລະ ການເຮັດວຽກ

294

ບໍ່ມີປຶ້ມຕຳລາໃດທີ່ບົ່ງບອກໄດ້ວ່າເຮັດແນວໃດຈຶ່ງຈະໄດ້ຮັບຜົນສຳເລັດໃນການຮຽນ ແລະ ການເຮັດວຽກ ເຊິ່ງສ່ວນຫຼາຍແມ່ນຈະພົບເຫັນໃນແບບການແນະນຳສິ່ງຕ່າງໆ ທີ່ຈະເປັນພື້ນຖານໃນການຊ່ວຍເອື້ອອຳນວຍຄວາມສະດວກເພື່ອໃຫ້ຜ່ານໃນບາງຈຸດ, ແຕ່ຄວາມສຳເລັດນັ້ນເປັນເລື່ອງສະເພາະເຈາະຈົງຂອງໃຜມັນ ໂດຍຂຶ້ນກັບວ່າຄົນຜູ້ນັ້ນຕ້ອງການຫຍັງ ເພາະສິ່ງນີ້ຈຶ່ງເປັນສາເຫດທີ່ສະແດງໃຫ້ຮູ້ວ່າຄວາມສຳເລັດບໍ່ໄດ້ມີສູດມາດຕະຖານຕາຍຕົວ.

ເຊັ່ນດຽວກັນກັບອົງກອນທີ່ບໍ່ມີສູດປະສົບຜົນສຳເລັດສຳລັບການບໍລິຫານ, ແຕ່ເປັນການອອກແບບສະເພາະເທົ່ານັ້ນ, ການທີ່ເຮົາຈະປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ການຮຽນນັ້ນມີປັດໄຈຢູ່ຫຼາຍປະການ ເຊິ່ງຂຶ້ນຢູ່ກັບເປົ້າໝາຍທີ່ເຮົາຕ້ອງການຈະໄປ, ໄລຍະເວລາ ແລະ ການພັດທະນາຕົນເອງ ວ່າຈະມີຄວາມອົດທົນພະຍາຍາມຫຼາຍປານໃດ ແລະ ຊື່ສັດກັບຕົນເອງຫຼາຍເທົ່າໃດ.

ຫຼາຍໆຄົນອາດຈະພົບກັບອຸປະສັກຫຼາຍຢ່າງທີ່ເຂົ້າມາ ຈຶ່ງເກີດຄວາມຄິດລົ້ມເລີກ ແລະ ປ່ຽນເປົ້າໝາຍ ຫຼື ຢຸດກາງທາງ, ຄວາມສໍາເລັດກໍຄືການທີ່ເຮົາຄົ້ນຄວ້າຊອກຫາສິ່ງທີ່ເຮົາຕ້ອງການມາໃຫ້ໄດ້ ເມື່ອເຮົາມີອຸປະສັກ, ມີຄວາມກົດດັນຈາກຕົນເອງ ແລະ ຄົນອ້ອມຂ້າງ ຈຶ່ງບໍ່ແປກໃຈເລີຍທີ່ຄວາມສຳເລັດບໍ່ແມ່ນຈະໄດ້ມາງ່າຍໆ ແລະ ສະບາຍໄປໝົດທຸກຄົນ. ສະນັ້ນ, ເຮົາຄວນຈະຮຽນຮູ້ສິ່ງທີ່ຈະສາມາດເພີ່ມຕື່ມເຮົາໄດ້ ເປັນຕົ້ນແມ່ນ: ເຮົາຄວນສ້າງການພົວພັນກັນແບບເປັນມິດ, ພົວພັນກັບຜູ້ທີ່ຈະເປັນໝູ່ຄູ່ຄິດ ແລະ ສາມາດໄວ້ໃຈໄດ້ ເພາະບໍ່ມີໃຜທີ່ສົມບູນແບບ ເຊິ່ງເຮົາອາດຈະບໍ່ສາມາດພັດທະນາຕົວເຮົາເອງໄດ້ຕາມທີ່ເຮົາຄາດໝາຍໄວ້ ເຮົາຄວນທີ່ຈະຊອກຫາຜູ້ທີ່ຈະສົ່ງເສີມ ແລະ ຊ່ວຍເຫຼືອ ຫຼື ເມື່ອເຮົາເປັນຜູ້ນຳອົງກອນກໍຕ້ອງຊອກຫາຄົນທີ່ຈະມາຊ່ວຍໃນສ່ວນທີ່ຂາດໄປ ເພື່ອນຳຄວາມສາມາດໄປເພີ່ມຕື່ມໃນບ່ອນນັ້ນ.

ຖ້າວ່າເຮົາມີທັດສະນະຄະຕິທີ່ວ່າ: ບໍ່ມີໃຜທີ່ຈະສົມບູນແບບໄປທຸກຢ່າງເຮົາກໍຈະສາມາດພັດທະນາຕົນເອງຕໍ່ໄປໄດ້ເລື້ອຍໆ ເມື່ອເຮົາໄດ້ຮັບຮູ້ ແລະ ຍອມຮັບ ຄວາມຮູ້ສຶກວ່າເຮົາເປັນແບບໃດ, ຍັງຂາດຫຍັງຢູ່ບ່ອນໃດຈຶ່ງຈະນຳໄປສູ່ການຄິດທີ່ຈະມີການພັດທະນາຄວາມຄິດ ແລະ ຈະນຳໄປສູ່ການປ່ຽນແປງໃນດ້ານພຶດຕິກຳອື່ນໆ ຈົນອອກມາເປັນລັກສະນະສະເພາະ ແລະ ຄຸນສົມບັດທີ່ຈະນຳໄປໃຊ້ໃຫ້ສອດຄ່ອງກັບເປົ້າໝາຍທີ່ວາງໄວ້.

ຫຼາຍຄົນພະຍາຍາມເຮັດຫຼາຍຢ່າງເພື່ອໃຫ້ປະສົບຜົນສຳເລັດ ບໍ່ວ່າຈະເປັນການຝຶກອົບຮົມ, ການອ່ານປຶ້ມ ຫຼື ຫຼາຍສິ່ງຫຼາຍຢ່າງໂດຍລືມເບິ່ງຕົນເອງວ່າ: ມື້ນີ້ເຮົາສຳຫຼວດຕົນເອງດີແລ້ວລະບໍ ເພາະສິ່ງເຫຼົ່ານັ້ນບໍ່ໄດ້ເປັນຕົວຊ່ວຍ ແລະ ຮັບປະກັນວ່າ: ຈະເຮັດໃຫ້ເຮົາເຮັດວຽກໄດ້ຢ່າງບັນລຸເປົ້າໝາຍ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານສະເໝີໄປ ເຊິ່ງການມີເປົ້າໝາຍທີ່ດີກໍເປັນພຽງສ່ວນປະກອບໜຶ່ງເທົ່ານັ້ນ ຖ້າປາສະຈາກການວາງແຜນ ແລະ ການພັດທະນາຕົນເອງໃຫ້ດີຂຶ້ນ.

ໝາຍຄວາມວ່າເປົ້າໝາຍທີ່ດີຕ້ອງມີການວາງແຜນຈຶ່ງຈະສາມາດບັນລຸເປົ້າໄດ້ ໂດຍຜ່ານການລົງມືເຮັດເອງແບບຈິງຈັງໄປພ້ອມ, ບໍ່ວ່າໃຜກໍສາມາດຝັນໄດ້, ຄິດເປົ້າໝາຍທີ່ດີເລີດທີ່ສຸດໄດ້ ແຕ່ມີພຽງຈຳນວນໜຶ່ງເທົ່ານັ້ນທີ່ສາມາດລົງມືເຮັດແທ້ ແລະ ໝັ້ນຄົງກັບເປົ້າໝາຍນັ້ນໂດຍບໍ່ຫວັ່ນໄຫວ, ຕໍ່ໃຫ້ມີອຸປະສັກນາໆປະການມາກີດຂວາງກໍຕາມ ເຊິ່ງບັນຫາຫຼາຍຢ່າງອາດຈະເກີດຈາກການທີ່ຕົວເຮົາເອງບໍ່ມີ ຄວາມສາມາດ ຫຼື ບໍ່ໃສ່ໃຈໃນສັກກະຍະພາບຂອງຕົນເອງວ່າຈະສາມາດຮອງຮັບເປົ້າໝາຍໄດ້ບໍ່ ກໍຄືກັນກັບຄົນທີ່ເອົາແຕ່ຝັນແຕ່ບໍ່ຍອມຝຶກຝົນ, ບໍ່ຍອມລຳບາກ ແລະ ບໍ່ຍອມທີ່ຈະເຮັດຫຍັງໃຫ້ໝັ້ນຄົງຈັກອັນ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: sumrej