ເອີຣົບປ້ອງກັນທຸລະກິດຈາກການເຂົ້າມາເປັນເຈົ້າຂອງຕ່າງປະເທດ

82
Pedestrians walk through a city centre street and past a store selling Belgian chocolates in Brussels, Belgium, on Monday, May 13, 2013. Euro-area data this week will probably reveal economic scars of the sovereign debt crisis confirming that the region is now suffering the longest recession since the single currencyÕs creation. Photographer: Jock Fistick/Bloomberg

ຄະນະກໍາມະການເອີຣົບວາງແຜນຫາແນວທາງປ້ອງກັນການເຂົ້າຍຶດຄອງທຸລະກິດໃນເອີຣົບໂດຍນັກທຸລະກິດຕ່າງປະເທດດ້ວຍການສະໜັບສະໜູນໃຫ້ລັດຖະບານຂອງປະເທດສມາຊິກໄປລົງທຶນໃນຫົວໜ່ວຍທຸລະກິດທີ່ອ່ອນແອຕະຫຼອດຮອດບໍລິຫານຈັດການຈັດໂດຍລັດໃນຖານະເຈົ້າຂອງສໍາລັບບາງທຸລະກິດເນື່ອງຈາກບັນຫາການລະບາດຂອງໂຄວິດ-19ໃນຂະນະນີ້ເຮັດໃຫ້ການເຮັດທຸລະກິດຈໍານວນຫຼາຍຂອງເອີຣົບຕ້ອງເດືອດຮ້ອນຢ່າງໜັກເພື່ອຢູ່ລອດ ແລະ ສ່ຽງຕໍ່ການຕົກພາຍໃຕ້ການຄອບຄອງຂອງຕ່າງປະເທດ.

   ແນວຄິດດັ່ງກ່າວມີຄວາມສໍາຄັນຫຼາຍໂດຍເປັນການແຊກແຊງໂດຍລັດເພື່ອປ້ອງກັນຫົວໜ່ວຍທຸລະກິດທາງຍຸດທະສາດຂອງປະເທດຈາກການເຂົ້າມາຄອບຄອງຂອງຕ່າງປະເທດ ແລະ ເພື່ອການຕໍ່ຕ້ານການແຂ່ງຂັນທີ່ບໍ່ເປັນທໍາ.

   ຢ່າງໃດກໍຕາມແຜນການນີ້ຍັງເປັນພຽງຄໍາແນະນໍາສໍາລັບປະເທດສະມາຊິກເອີຣົບ,ແຕ່ເປັນມາດຕະການຂັ້ນສຸດທ້າຍທີ່ຈະນໍາມາໃຊ້ໃນກໍລະນີທີ່ບໍ່ມີທາງເລືອກອື່ນ.

   ທັງນີ້ເອີຣົບມີຄວາມກັງວົນວ່ານັກທຸລະກິດຕ່າງປະເທດຈະພະຍາຍາມເຂົ້າມາຊື້ທຸລະກິດໃນເອີຣົບເພື່ອຜົນປະໂຫຍດຫຼາຍຢ່າງທັງຄວາມຮູ້ທາງເທັກໂນໂລຢີທີ່ສໍາຄັນ,ລະບົບພື້ນຖານໂຄງລ່າງຂອງປະເທດ ແລະ ຄວາມຊ່ຽວຊານໃນການຜະລິດເຊິ່ງສິ່ງເຫຼົ່ານີ້ຈະກະທົບຕໍ່ຄວາມໝັ້ນຄົງ ແລະ ຄວາມປອດໄພຂອງເອີຣົບ.