ຫວຽດນາມຕັ້ງເປົ້າເສດຖະກິດຂະຫຍາຍຕົວ7%ທ່າມກາງໂຄວິດລະບາດ

253

ຫວຽດນາມບໍ່ກັງວົນຈາກຜົນກະທົບຂອງໂຄວິດ-19ລະບາດທົ່ວໂລກໂດຍຕັ້ງເປົ້າຈີດີພີໃນໄລຍະປີ2021-2025ຂະຫຍາຍຕົວ7%ເຖິງວ່າເສດຖະກິດປີນີ້ຈະຂະຫຍາຍຕົວຊ້າລົງ.

ລັດຖະບານຫວຽດນາມຕັ້ງເປົ້າການຂະຫຍາຍຕົວຂອງຈີດີພີໄວ້ທີ່ປີລະ7%ໃນໄລຍະປີ2021-2025ເຖິງວ່າຈີດີພີໃນໄຕມາດ1ຂອງປີນີ້ຂະຫຍາຍຕົວ3,8%ເຊິ່ງເປັນຜົນມາຈາກການລະບາດຂອງໂຄວິດ-19.

ບົດລາຍງານຊີ້ວ່າ:ເສດຖະກິດຫວຽດນາມໃນປີນີ້ໄດ້ຂະຫຍາຍຕົວຊ້າລົງເນື່ອງຈາກຫົວໜ່ວຍທຸລະກິດໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19ໂດຍເມື່ອບໍ່ດົນມານີ້ລັດຖະບານຫວຽດນາມໄດ້ປະກາດແຜນຫຼຸດຜ່ອນຜົນກະທົບບໍ່ວ່າຈະເປັນການຍົກເວັ້ນພາສີ ແລະ ຫຼຸດຄ່າໄຟ.

ຂະນະທີ່ທະນາຄານກາງຫວຽດນາມກໍໄດ້ປັບຫຼຸດອັດຕາດອກເບ້ຍນະໂຍບາຍເພື່ອຊ່ວຍເຫຼືອເສດຖະກິດຂອງປະເທດນໍາອີກ.

ນອກຈາກນີ້,ລັດຖະບານຫວຽດນາມຍັງປະກາດປັບປຸງລະບົບພື້ນຖານໂຄງລ່າງໃນການເຮັດໃຫ້ເສດຖະກິດດີຂຶ້ນ,ພ້ອມທັງຂະຫຍາຍຕະຫຼາດສົ່ງອອກປະຍຸກໃຫ້ເທັກໂນໂລຢີທັນສະໄໝ ແລະ ສົ່ງເສີມພາກເອກະຊົນ.