ແຈ້ງການດ່ວນ! ຫ້າມເກັບເງິນຄ່າທຳນຽມ ເຂົ້າ-ອອກ ບ້ານເມືອງນຳປະຊາຊົນ

272

ເພື່ອຈັດຕັ້ງປະຕິບັດຄຳສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ການລະບາດ, ຄຸ້ມມຄອງ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ -19 ເຮັດໃຫ້ຫຼາຍບ້ານ, ເມືອງໄດ້ເຄັ່ງຄັດກັບພົນລະເມືອງຕົນເອງ ແລະໃຫ້ມີການເຮັດບັດເຂົ້າ-ອອກ ແຕ່ໃນເວລາດຽວກັນກໍ່ໄດ້ຮຽກເກັບຄ່າເອກະສານກໍ່ຄືບັດເຂົ້າອອກ, ທ່ານນາຍົກຈິ່ງເລັ່ງອອກແຈ້ງການໃຫ້ຢຸດເຊົາການເກັບເງິນດັ່ງກ່າວ.

ພາບປະກອບ

ອີງຕາມແຈ້ງການ ຂອງຫ້ອງການສຳນັກງານນາຍົກລັດຖະມົນຕີ ເລກທີ 479/ຫສນຍ ລົງວວັນທີ 13 ເມສາ 2020 ເຖິງ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງ ທົ່ວປະເທດ ກ່ຽວກັບ ການຫ້າມເກັບເງິນຄ່າທຳນຽມຕ່າງໆໃນການເອກະສານເຂົ້າ-ອອກເມືອງ ແລະບ້ານນຳປະຊາຊົນ.

ພາບປະກອບ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ ມາຍັງທ່ານຊາບດັ່ງນີ້: ຫ້າມບໍ່ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເກັບເງິນຄ່າທຳນຽມຕ່າງໆ ໃນການໃຫ້ບໍລິການອອກເອກະສານ ຫຼື ບັດເຂົ້າ-ອອກ ເມືອງ ແລະ ບ້ານ ນຳປະຊາຊົນ ໃນຊ່ວຍຈັດຕັ້ງປະຕິບັດຄຳສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ການລະບາດ, ຄມຄອງ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ -19 ຢ່າງເດັດຂາດ.

ພາບປະກອບ

ມອບໃຫ້ທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ ທົ່ວປະເທດເປັນຜູ້ຊີ້ນຳບັນດາເຈົ້າເມືອງ, ນາຍບ້ານທີ່ຢູ່ພາຍໃຕ້ການຊີ້ນຳຂອງຕົນຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖ້າເມືອງໃດບ້ານໃດໄດ້ຕົກລົງມີການເກັບເງິນຄ່າອອກເອກະສານດັ່ງກ່າວແມ່ນໃຫ້ລົບລ້າງທັນທີ.

ພາບປະກອບ