ອະນາໄມໂລກ ພົບຜູ້ເສຍຊີວິດຈາກພະຍາດອີໂບລາ 2 ຄົນ

97

ອົງການອະນາໄມໂລກຢືນຢັນ ຜູ້ເສຍຊີວິດຈາກພະຍາດອີໂບລາ 2 ຄົນ ໃນປະເທດດີອາ ຄອງໂກ ໜຶ່ງໃນນັ້ນເປັນເດັນນ້ອຍ ອາຍຸ 11 ເດືອນ ສົ່ງຜົນໃຫ້ທຸກຝ່າຍຕ້ອງກັບມາເລິ່ມໃໝ່ ເພື່ອພະຍາຍາມເອົາຊະນະວິກິດການລະບາດຄັ້ງນີ້.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນຈັນ ທີ 13 ເມສາ ວ່າ ອົງການອະນາໄມໂລກ (WHO) ໄດ້ຖະແຫຼງການ ເມື່ອວັນອາທິດ ກ່ຽວກັບສະຖານະການແຜ່ລະບາດຂອງພະຍາດອີໂບລາ ໃນສາທາລະນະລັດ ປະຊາທິປະໄຕຄອງໂກ (DR Congo) ວ່າ ຜູ້ປ່ວຍສະສົມນັບຕັ້ງແຕ່ເດືອນສິງຫາ ປີ 2018 ເພິ່ມເປັນຢ່າງໜ້ອຍ 3.805 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 2.264 ຄົນ.

ທັງນີ້, ຜູ້ເສຍຊີວິດຄົນຫຼ້າສຸດ ເປັນເດັນນ້ອຍ ເພດຍິງ ອາຍຸ 11 ເດືອນ ຈາກເມືອງເບນີ ໃນພາກຕາເວັນອອກສຽງເໜືອຂອງປະເທດ ໂດຍເດັນນ້ອຍເສຍຊີວິດ ເມື່ອວັນອາທິດ ຜ່ານມາ ຫຼັງເຂົ້າຮັບການປິ່ນປົວຢູ່ໂຮງໝໍດຽວກັບຜູ້ປ່ວຍຊາຍ ອາຍຸ 26 ປີ ເຊິ່ງເສຍຊີວິດເມື່ອວັນເສົາ ຜ່ານມາ ເປັນການເສຍຊິວິດພຽງມື້ດຽວ ຫຼັງຈາກໄດ້ຮັບການຢືນຢັນກວ່າຕິດພະຍາດອີໂບລາ.

ຍັງບໍ່ມີຂໍ້ມູນຢືນຢັນທີ່ຊັດແຈ້ງ ວ່າ ເດັນນ້ອຍທີ່ເສຍຊີວິດໄດ້ຕິດເຊື້ອຈາກໄສ ແລະ ເມື່ອໃດ ເຊັ່ນດຽວກັບຜູ້ປ່ວຍຊາຍ ອາຍຸ 26 ປີ ວ່າ ຕິດເຊື້ອໄດ້ແນວໃດ ແຕ່ອົງການອະນາໄມໂລກໄດ້ກັກຕົວຜູ້ຕ້ອງສົງໄສທີ່ສຳຜັດໃກ້ຊິດກັບຊາຍຜູ້ເສຍຊີດວິດ ຢ່າງໜ້ອຍ 215 ຄົນ. ຢ່າງໃດກໍ່ຕາມ, ລັດຖະບານຂອງດີອາ ຄອງໂກ ຍອມຮັບວ່າ ເປັນສະຖານະການທີ່ເຮັດໃຫ້ທຸກຝ່າຍກັບມາເຝົ້າລະວັງ “ໃນລະດັບສູງສຸດ” ອີກຄັ້ງ.

ສຳລັບການກັບມາກວດພົບຜູ້ປ່ວຍ ແລະ ຜູ້ເສຍຊີວິດຈາກພະຍາດອີໂບລາໃນປະເທດດີອາ ຄອງໂກ ຂອງທັງສອງຄົນເກີດຂຶ້ນ “ໃນໄລຍະສຸດທ້າຍຂອງການປິດປະເທດເຝົ້າລະວັງເຊື້ອ” ກ່ອນເຖິງກຳນົດມາດຕະການເຝົ້າລະວັງເຊື້ອລະບາດຂອງອົງການອະນາໄມໂລກ ທີ່ໄດ້ກຳນົດໄວ້ວ່າ ພາຍໃນ 42 ວັນ ໂດຍນັບຈາກ ຜູ້ປ່ວຍຄົນສຸດທ້າຍທີ່ໄດ້ຮັບການຢືນຢັນວ່າປິນປົວເຊົາດີ ແລະ ກວດບໍ່ພົບເຊື້ອອີກ.

ອົງການອະນາໄມໂລກ ກຳລັງຈະປະກາດການລະບາດຂອງພະຍາດອີໂບລາໃນຄັ້ງນີ້ ທີ່ຍືດເຍື້ອມາຕັ້ງແຕ່ເດືອນສິງຫາ ປີຜ່ານມາ ວ່າ “ສິ້ນສຸດລົງຢ່າງເປັນທາງການ” ແລະ ຢຸດຕິຄຳສັ່ງສະຖານະການສຸກເສີນສາກົນດ້ານສາທາລະນະສຸກ ເຊິ່ງມີກອບໄລຍະການປິດປະເທດດີອາ ຄອງໂກ ພາຍໃນວັນທີ 12 ເດືອນເມສາ ຜ່ານມາ ໂດຍນັບຈາກ ວັນທີ 3 ມີນາ ເຊິ່ງເປັນວັນທີ່ຜູ້ປ່ວຍຄົນຫຼ້າສຸດປິ່ນປົວເຊົາດີ ແລະ ອອກຈາກໂຮງໝໍ.

ນອກຈາກນີ້, ທະວີບອາຟຣິກາ ກຳລັງປະສົບກັບວິກິດການແຜ່ລະບາດໂຄວິດ-19 ໂດຍມີລາຍງານພົບຜູ້ຕິດເຊື້ອ 52 ໃນ 54 ປະເທດ ເຊິ່ງດີອາ ຄອງໂກ ເປັນໜຶ່ງໃນປະເທດທີ່ກວດພົບຜູ້ປ່ວຍ ເຊິ່ງ ປະເທດຄໍໂມໂຣສ ແລະ ປະເທດເລໂຊໂທ ຍັງບໍ່ພົບຜູ້ຕິດເຊື້ອ.