ນະຄອນຫຼວງ ອອກຄໍາແນະນໍາ ຍົກລະດັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ

201

ເພື່ອເພີ່ມຄວາມເອົາໃຈໃສ່ ຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນການຄວບຄຸມ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃຫ້ເກີດຜົນ ແລະ ມີປະສິດທິພາບສູງສຸດ ບັນດາອົງການຈັດຕັ້ງແຕ່ລະຂັ້ນລ້ວນສຸມໃສ່ເຜີຍແຜ່ ແລະ ຄຸມເຂັ້ມໃນການຈັດຕັ້ງປະຕິບັດ ໂດຍຫຼ້າສຸດ ນະຄອນຫຼວງວຽງຈັນກໍ່ໄດ້ອອກຄໍາແນະນໍາ ວ່າດ້ວຍການຍົກລະດັບການຈັດຕັ້ງປະຕິບັດ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020.

ອີງຕາມຄໍາແນະນໍາ ວ່າດ້ວຍການຍົກລະດັບການຈັດຕັ້ງປະຕິບັດ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ຂອງຄະນະສະເພາະກິດ ນະຄອນຫຼວງວຽງຈັນ, ສະບັບເລກທີ 022/ສພກ.ນວ, ລົງວັນທີ 9 ເມສາ 2020 ໃຫ້ຮູ້ວ່າ: ເພື່ອເປັນການສະກັດກັ້ນ ແລະ ປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ນັບມື້ເພີ່ມຂຶ້ນ, ທັງໃນບັນດາປະເທດທົ່ວໂລກ ກໍ່ຄືໃນລາວ, ໂດຍສະເພາະໃນນະຄອນຫຼວງວຽງຈັນ, ຕາມການລາຍງານກໍລະນີຕິດເຊື້ອເພີ່ມຂຶ້ນແຕ່ລະວັນ ແລະ ມີຈໍານວນຜູ້ພົວພັນກັບກໍລະນີຜູ້ຕິດເຊື້ອ ເປັນຈໍານວນຫຼວງຫຼາຍ ເຊິ່ງອາດເຮັດໃຫ້ກໍລະນີຕິດເຊື້ອແຜ່ລາມຂະຫຍາຍເປັນວົງກວ້າງອອກ.

ດັ່ງນັ້ນ, ເພື່ອສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວໃຫ້ຢູ່ໃນວົງແຄບ ແລະ ຫຼຸດລົງກ້າວໄປສູ່ການປອດເຊື້ອພະຍາດ ຄະນະສະເພາະກິດຂັ້ນນະຄອນຫຼວງວຽງຈັນ ຈຶ່ງອອກຄໍາແນະນໍາ ດັ່ງລາຍລະອຽດລຸ່ມນີ້: