ອາເມຣິກາຄຸ້ມຄອງອຸດສາຫະກໍາພະລັງງານກຽມເກັບພາສີນໍາເຂົ້າ

130

ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາກ່າວວ່າອາດຈະເກັບພາສີນໍາເຂົ້ານໍ້າມັນດິບໂດຍໃຫ້ເຫດຜົນວ່າເພື່ອຄຸມຄອງອຸດສາຫະກໍາພະລັງງານພາຍໃນປະເທດເຊິ່ງກໍາລັງມີບັນຫາຈາກລາຄານໍ້າມັນດິບທີ່ຫຼຸດຕໍ່າລົງ.

ການບໍລິໂພກນໍ້າມັນໄດ້ຫຼຸດລົງຫຼາຍຫຼັງປະເທດຕ່າງໆໄດ້ໃຊ້ນະໂຍບາຍຄວບຄຸມ ແລະ ສັ່ງປິດກົນໄກເສດຖະກິດໃນວົງກວ້າງເພື່ອສະກັດກັ້ນການລະບາດຂອງໂຄວິດ-19.

ນອກຈາກນີ້ດອຸດສາຫະກໍານໍ້າມັນຍັງໄດ້ຜົນກະທົບຈາກລາຄານໍ້າມັນປ່ັນປ່ວນຈາດຄວາມເຄັ່ງຕຶງລະຫວ່າງອາຣັບບີຊາອຸດິດກັບຣັດເຊຍເຊິ່ງເຮັດໃຫ້ລາຄານໍ້າມັນລົງຈຸລະດັບຕໍ່າສຸດໃນຮອບ18ປີເມື່ອບໍ່ດົນມານີ້.

ເມື່ອອາທິດທີ່ຜ່ານມາ,ຜູ້ນໍາອາເມຣິກາໃຫ້ຮູ້ວ່າກອງປະຊຸມໄດ້ມີການປຶກສາຫາລືແນວຄວາມຄິດເລື່ອງພາສີນໍາເຂົ້າດັ່ງກ່າວ,ແຕ່ລັດຖະບານຍັງບໍ່ຄິດທີ່ຈະເກັບພາສີໃນຂະນະນີ້.

ຢ່າງໃດກໍຕາມການເກັບພາສີກໍເປັນເຄື່ອງມືໜຶ່ງໃນການນະໂຍບາຍຄຸ້ມຄອງອຸດສາຫະກໍາໃນປະເທດທີ່ອາດຈະນໍາອອກມາໃຊ້.