ປິວ ມະໄລທອງ Mrs TouRism Earth 2019 ແຈກເຂົ້າໃຫ້ອ້າຍນ້ອງເຈົ້າຫນ້າທີ່

235

ສົມເປັນນາງງາມໂລກ ຄິດເຫັນເຈົ້າໜ້າທີ່ທີ່ປະຕິບັດວຽກງານ ຈາກກ່ອນໜ້ານີ້ ກໍໄດ້ແຈກຜ້າອັດປາກໃຫ້ຕຳຫຼວດຈາລະຈອນ ເທື່ອນີ້ຂີ່ລົດເລາະແຈກເຂົ້າໃຫ້ເຈົ້າໜ້າທີ່ ທີ່ປະຕິບັດວຽກງານໃຫ້ອີ່ມທ້ອງມີແຮງສູ້ກັບໜ້າວຽກຊ່ວງ ໂຄວິດ 19

ທີ່ກ່າວເຖິງຢູ່ນີ້ແມ່ນນາງງາມລຸ້ນໃຫຍ່ ທີ່ເປັນຄົນລາວຄົນທຳອິດີທີ່ສາມາດຄວົ້າມົງກຸດນາງງາມໂລກໄດ້ໃນເວທີ Mrs. Tourism Pageant 2019 ຈັດຂຶ້ນທ້າຍເດືອນຕຸລາ 2019 ຜ່ານມາ ທີ່ປະເທດຟິລິບປິນນັ້ນກໍຄື

ປີວ ມະໄລທອງ ສີລິສັກ ທີ່ສາມາດຜ່ານເຂົ້າຮອບ 5 ຄົນສຸດທ້າຍໃນເວທີປະກວດ Mrs. Tourism Pageant 2019 ໄດ້ຮັບລາງວັນ Mrs TouRism Earth 2019 ແລະ ລາງວັນຂວັນໃຈມິດຕະພາບ ມາຝາກຊາວລາວ ແລະ ຊາວໂລກໄດ້ຮັບຮູ້ຢ່າງເປັນທາງການອີກດ້ວຍ.

ຫຼັງຈາກທີ່ ປິວ ມະໄລທອງກັບມາລາວ ກໍປະຕິບັດໜ້າທີ່ອັນຊົງກຽດມາຕະຫຼອດ ໂດຍງານເປັນແບບຢ່າງແມ່ຍິງ, ແມ່ທີ່ດີຂອງລູກໆ ແລະ ໄວໜຸ່ມຍິງຢ່າງສົມຕຳແໜ່ງ ເຮັດວຽກເພື່ອສັງຄົມເປັນແບບຢ່າງແມ່ທີ່ດີໃນສັງຄົມ ແລະ ທົ່ວໂລກ ດຳລົງຕໍາແໜ່ງເປັນເວລາ 2 ປະຕິບັດໜ້າທີ່ ເຮັດວຽກນໍາທາງກອງປະກວດ ໃນການຊ່ວຍເຫລືອສັງຄົມ ແລະ ເດີນທາງໄປນຳການປະກວດທີ່ຈັດຂື້ນໃນຫຼາຍປະເທດທີ່ຖືກເຊີນ.

ເຊິ່ງຊ່ວງໂຄວິດນີ້ການເດີນທາງໄປຕ່າງປະເທດ, ຫຼື ຕ່າງແຂວງອາດຈະເປັນໄປໄດ້ຍາກ ແຕ່ ປິວ ກໍຊ່ວຍເທົ່າທີ່ຊ່ວຍໄດ້ ໂດຍໄດ້ແຈກຜ້າອັດປາກໃຫ້ຕຳຫຼວດຈາລະຈອນ, ເຈົ້າໜ້າທີ່ ທະຫານ ແພດໝໍ

ຫຼ້າສຸດ ເຈົ້າໂຕໄດ້ໂພສວ່າ: ເຮັດດ້ວຍໃຈ.ຟ້ອງດ້ວຍພາບ ຂັບລົດເລາະວົນໄປ ແຈກໃຫ້ອ້າຍນ້ອງເຈົ້າຫນ້າທີ່ ແພດຫມໍ ແລະ ທະຫານ ຂໍໄຫ້ປະຕິບັດຫນ້າທີ່ຢ່າເຂັ້ມງວດ..ຂໍເປັນກຳລັງໃຈໃຫ້ທຸກໆທ່ານ..