ຈັນທະວິໄຊ ຂຸນທຸມພອນ ກອງກາງດາວເດັ່ນທີມຊາດລາວ ຢູ 16 ຈາກແຂວງສະຫວັນນະເຂດ

227

ເປັນອີກນັກເຕະທີ່ມີເສັ້ນທາງນັກເຕະທີ່ຢາກລໍາບາກ ສໍາລັບ ຈັນທະວີໄຊ ຂຸນທຸມພອນ ( ເອດູ ) ນັກເຕະດາວເດັ່ນຈາກແຂວງສະຫວັນນະເຂດ ທີ່ຜິດຫວັງແລ້ວປິດຫວັງອີກ ຈາກການ ມາຄັດເລືອກທີມຊາດຫຼາຍຄັ້ງກໍບໍ່ມີຊື່ຕິດທີມຊາດ ຈົນມາເຖິງປີ 2019 ໄດ້ເດີນທາງມາຄັດເລືອກ ແລະ ໄດ້ຖຶກຄັດເລືອກເປັນນັກກີລາ ທີມຊາດລາວ ຄັ້ງທໍາອິດໃນຮຸ່ນອາຍຸບໍ່ເກີນ 16 ປີ ເຂົ້າຮ່ວມການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກກຸ່ມ J ທີ່ ສປປລາວ ລະຫວ່າງວັນທີ 18 – 22 ກັນຍາ 2019 ທີ່ຜ່ານມາ.

ເຊິ່ງ ຈັນທະວີໄຊ ກໍໄດ້ຮັບໂອກາດລົງສະໜາມເປັນຕົວຈິງທັງ 3 ນັດປະກອບດ້ວຍນັດທີ່ເສຍໃຫ້ກັບ ທີມຊາດຍີ່ປຸ່ນ 0-4, ຊະນະ ມາເລເຊຍ 1-0 ແລະ ຊະນະ ກໍາປູເຈຍ 1-0 ເຮັດໃຫ້ທີມຊາດລາວ ມີ 6 ຄະແນນຕົກຮອບໄປຫວຸດຫວິດ ເພາະລາຍການນີ້ແມ່ນຄັດເລືອກແຊ້ມຂອງແຕ່ລະກຸ່ມທັງ 10 ກຸ່ມ ແລະ ຄັດເອົາອັນດັບ 2 ຂອງກຸ່ມຈໍານວນ 4 ທີມທີ່ດີທີ່ສຸດເຂົ້າໄປຫຼິ້ນຮອບສຸດທ້າຍ ເຮັດໃຫ້ ຈັນທະວີໄຊ ເສຍໂອກາດໄປຫຼິ້ນຮອບສຸດທ້າຍແບບໜ້າເສຍດາຍ.

ສໍາລັບ ຈັນທະວີໄຊ ຂຸນທຸມພອນ ເກີດເມື່ອວັນທີ 17 ກຸມພາ 2004 ຢູ່ທີ່ບ້ານເຊໂນ ເມືອງອຸມພອນ ແຂວງສະຫວັນນະເຂດ, ລວງສູງ 165 ຊັງຕີແມັດ, ນ້ຳຫນັກ 50 ກິໂລກຣາມ ເຊິ່ງຫຼິ້ນໃນຕຳແໜ່ງກອງກາງ, ປັດຈຸບັນສັງກັດຢູ່ ເຊໂນ ອາຄາເດມີ ໂດຍເສັ້ນທາງໃນການເປັນນັກກີລາ ແມ່ນໄດ້ຫຼິ້ນໃຫ້ກັບ ສະໂມສອນ ເຊໂນ ອາຄາເດມີ ຢູ 12 ປີ ແລະ ໄດ້ໄປຝຶກຊ້ອມ ກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ໃນປີ 2015 ຢູ 13 ປີ ເປັນ ເວລາ 2 ອາທິດ ແລະ ຈາກນັ້ນໄດ້ເຂົ້າຮ່ວມຝຶກຊ້ອມຢູ່ ສະໂມສອນ ເອັສລາ ເອັຟຊີ 2 ອາທິດ.

ຫຼ້າສຸດກັບໄປຢູ່ກັບ ສະໂມສອນ ສະຫວັນ ຢູໄນເຕັດ ຢູ 15 ແລະ ຢູ 16 ສ່ວນຜົນງານໃນປີ 2020 ໄດ້ຮັບໃຊ້ ສະໂມສອນ ເຊໂນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 20 ປີ ພາທີມຄວ້າແຊັມການແຂ່ງຂັນບານເຕະເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ ຊີງຂັນປະທານສະຫະພັນບານເຕະແຂວງສະຫວັນນະເຂດ ປະຈຳປີ 2020 ແລະ ມີໂອກາດຕິດທີມປະສົມ ແຂວງສະຫວັນນະເຂດ ເປັນຄັ້ງທຳອິດ.
(ຮູບ-ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ)