ຊົມເຊີຍ! ຄະນະຊາວໜຸ່ມຄອມມູນິດໂຮ່ຈິມິນ ມອບເຄື່ອງຊ່ວຍເຫຼືອຊາວໜຸ່ມລາວ ມູນຄ່າ 150 ລ້ານກີບ

104

ຈາກສະພາບການລະບາດຂອງພະຍາດໂຄວິດ-19 ອັນສົ່ງຜົນກະທົບຫຼາຍດ້ານຕໍ່ລາວເຮົາ ເຮັດໃຫ້ລັດຖະບານຕ້ອງໄດ້ມີມາດຕະການຄຸມເຂັ້ມເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດນີ້. ແຕ່ຕໍ່ກັບວິກິດການແບບນີ້ ກໍ່ເປັນອີກເຫດການທີ່ເຮັດໃຫ້ເຫັນໄດ້ເຖິງນໍ້າໃຈຈາກຫຼາຍພາກສ່ວນທີ່ຫຼັ່ງໄຫຼເຂົ້າມາລາວເຮົາທັງພາຍໃນ ແລະ ຕ່າງປະເທດ.

*

ໂດຍຫຼ້າສຸດ, ວັນທີ 30 ມີນາ 2020 ທີ່ດ່ານ ລາວບ່າວ ແຂວງສະຫວັນນະເຂດ, ສປປ ລາວ; ຄະນະຊາວໜຸ່ມຄອມມູນິດໂຮ່ຈິມິນ ໄດ້ມອບເຄື່ອງຊ່ວຍເຫລືອໃຫ້ແກ່ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ລວມມູນຄ່າ 400.000.000 ດົ່ງ ຫຼື ປະມານ 150 ລ້ານກີບ ເພື່ອຊ່ວຍໃນການຕ້ານພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19.

*