ຄົນວ່າງວຽກອາເມຣິກາພຸ່ງສູງຈຸລະດັບ3,3ລ້ານຄົນ

64

ຈໍານວນຜູ້ຍື່ນຂໍຮັບສະຫວັດດີການສັງຄົມຄົນວ່າງວຽກໃນອາເມຣິກາເພີ່ມຂຶ້ນສູ່3,3ລ້ານຄົນເມື່ອບໍ່ດົນມານີ້ເຊິ່ງເປັນລະດັບທີ່ສູງເປັນປະຫວັດການຫຼັງຈາກການລະບາດຂອງໂຄວິດ-19.

ການຍື່ນຂໍຮັບສະຫວັດດີການຄົນວ່າງວຽກທີ່ສູງສຸດເປັນປະຫວັດການໃນຄັ້ງນີ້ເຮັດໃຫ້ເວັບໄຊຂອງໜ່ວຍງານທີ່ຮັບຜິດຊອບໃນລັດນິວຢອກ ແລະ ໂອເຣກອນເຖິງກັບຫຼົ້ມ ແລະ ຜູ້ຄົນທີ່ເດີນທາງໄປໜ່ວຍງານສະຫວັດດີການສັງຄົມດ້ວຍຕົນເອງຕໍ່ຕ້ອງຕໍ່ແຖວຫຼາຍຊົ່ວໂມງ.

ກ່ອນໜ້ານີ້,ຍອດຂໍຮັບສະຫວັດດີການສັງຄົມຕໍ່ອາທິດທີ່ສູງສຸດຢູ່ທີ່695.000ຄົນເທົ່ານັ້ນໃນປີ1982ເຊິ່ງໃນໄລຍະນັ້ນເສດຖະກິດອາເມຣິກາກໍາລັງເກີດອັດຕາເງິນເຟີ້ຄັ້ງໃຫຍ່.

ນັກວິເຄາະມີຄວາມເຫັນວ່າ:ຕົວເລກຂໍຮັບສະຫວັດດີການສັງຄົມທີ່ມີຈໍານວນຫຼາຍນີ້ເປັນພຽງໜຶ່ງໃນປັດໄຈທີ່ບົ່ງບອກເຖິງຄວາມເສຍຫາຍທາງເສດຖະກິດຈາກພະຍາດລະບາດ ແລະ ເສດຖະກິດອາເມຣິກາອາດຈະຢູ່ໃນພາວະຕົກຕໍ່າແລ້ວ.