2 ນັກຍິງປືນພໍ່ລູກ ກຽມຮ່ວມຊີງແຊັມໄອພີເອັສຊີລາວ ຄັດເລືອກທີມຊາດ ຮ່ວມຊີງແຊັມໂລກ

122

2 ນັກກີລາແຫ່ງວົງການຍິງປືນ ໄອພີເອັສຊີ 2 ພໍ່ລູກ ທີ່ເຄີຍແຈ້ງເກີດສ້າງຜົນງານປະຈັກຕາໃນວົງການກີລາຍິງປືນລາວ ທັງເວທີສາກົນ ແລະ ພາຍໃນປະເທດ ທີ່ຜ່ານມາ ພ້ອມແລ້ວ ຈະເຂົ້າຮ່ວມການແຂ່ງຂັນກີລາຍິງປືນໄອພີເອັສຊີ (ລາຍການ ໂປດັກຊັ່ນ) ເພື່ອຄັດເລືອກນັກກີລາແມ້ນປືນທີ່ມີພອນສະຫວັນດີເດັ່ນກຽມຮັບໃຊ້ທີມຊາດລາວ ຈຳນວນ 7 ຄົນ ໃນນັ້ນເປັນຍິງ 1 ຄົນ ເພື່ອເປັນຕົວແທນ ສປປ ລາວ ເຂົ້າຮ່ວມການແຂ່ງຂັນຍິງປືນ ຊີງແຊັມໂລກ 2020 ທີ່ປະເທດໄທ ໃນເດືອນພະຈິກ 2020.

ຕາມການໃຫ້ສຳພາດຂອງ ທ່ານ ອາໂນໄທ ເມືອງມະນີ ອະດີດນັກກິລາຍິງປືນ ໄອພີເອັດຊີ ທີມຊາດລາວ ໃນວັນທີ 26 ມີນາ 2020 ໃຫ້ຮູ້ວ່າ: ການແຂ່ງຂັນກີລາຍິງປືນ ໄອພີເອັສຊີ ຊີງແຊັມແຫ່ງປະເທດລາວ ຈະຈັດຂຶ້ນໃນວັນທີ 27 ມີນານີ້ ເພື່ອເປັນການຄັດເລືອກນັກກີລາແມ້ນປືນພອນສະຫວັນດີເດັ່ນ ຈຳນວນ 7 ຄົນ ໃນນັ້ນເປັນຍິງ 1 ຄົນ ກຽມສົ່ງເຂົ້າຮ່ວມແຂ່ງຂັນຊີງແຊັມໂລກ ທີ່ປະເທດໄທ ໃນເດືອນພະຈິກ 2020 ກໍເປັນໂອກາດໜຶ່ງທີ່ສໍາຄັນຕໍ່ຄວາມມຸ້ງຫວັງຂອງສອງພໍ່ລູກພວກເຮົາ ທີ່ພ້ອມກັນເອົາໃຈໃສ່ ແລະ ທຸ້ມເທເຂົ້າໃນການຝຶກຝົນຫຼໍ່ຫຼອມຕົວເອງຮ່ວມແຂ່ງຂັນທັງພາຍໃນ ແລະ ພາຍນອກຕະຫຼອດມາ.

“ ສິ່ງສຳຄັນກໍຕ້ອງຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງມາຍັງ ທ່ານ ພຸດທະສັກ ສຸກອາລຸນ ປະທານສະໂມສອນຍິງປືນໄອພີເອັດຊີລາວ ທັງເປັນຜູ້ອຳນວຍການສະໜາມຝຶກຊ້ອມກີລາຍິງປືນ 5 ເມສາ, ທ່ານ ແສງປະເສີດ ພານາສີ ແລະ ທ່ານ ອາພານາກອນ ແກ້ວໄຊຍະຈັກ ໃຫ້ການສະໜັບສະໜູນພວກເຮົາສອງພໍ່ລູກ ໃນການເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆ ຂໍໃຫ້ເຊື່ອໝັ້ນວ່າພວກເຮົາ 2 ພໍ່ລູກຈະພ້ອມກັນຕັ້ງໜ້າເຂົ້າໃນການແຂ່ງຂັນຢ່າງສຸດຄວາມສາມາດ ນັບມາເຖິງເວລານີ້ ພວກເຮົາພ້ອມແລ້ວ ທີ່ຈະເຂົ້າຮ່ວມສ້າງຜົນງານໃຫ້ດີທີ່ສຸດ ໃນການແຂ່ງຂັນລາຍການກ່າວ ເພື່ອລຸ້ນໂຄຕ້າເຂົ້າຮ່ວມແຂ່ງຂັນ ລາຍການ ຊີງແຊັມໂລກ ອີກຄັ້ງໜຶ່ງ ” ທ່ານ ອາໂນໄທ ກ່າວ.

ສຳລັບການແຂ່ງຂັນກີລາຍິງປືນ ໄອພີເອັດຊີ ລາຍການ ໂປດັກຊັ່ນ ຊີງແຊັມປະເທດລາວ ໃນຄັ້ງນີ້ ຈະຈັດຂຶ້ນໃນວັນທີ 27 ມີນາ 2020 ເຊິ່ງໄດ້ມີການກໍານົດແຂ່ງຂັນທັງໝົດ 10 ສະໜາມ ຄາດວ່າຈະມີນັກກີລາທີ່ເຂົ້າຮ່ວມຊີງໄຊເກືອບ 20 ຄົນ ເຊິ່ງຈະຄັດເລືອກເອົານັກີລາທັງໝົດ ຈຳນວນ 7 ຄົນ ໃນນັ້ນເປັນຍິງ 1 ຄົນ ທີ່ມີຄະແນນດີທີ່ສຸດ ເພື່ອຕາງໜ້າ ທີມຊາດລາວ ເຂົ້າຮ່ວມລາຍການຊີງແຊັມໂລກ ຈະຈັດຂຶ້ນທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ໃນເດືອນພະຈິກ 2020.