ເມືອງບາຈຽງຈະເລີນສຸກ ກຽມຄວາມພ້ອມຄວບຄຸມພະຍາດ ໂຄວິດ – 19

148

ເພື່ອເພີ່ມມາດຕະການການປ້ອງກັນ ແລະ ຕອບໂຕ້ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ – 19 ( COVID – 19 ) ວັນທີ 25 ມີນາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງບາຈຽງຈະເລີນສຸກ ໄດ້ຈັດກອງປະຊຸມປຶກສາຫາລືການກຽມ ຄວາມພ້ອມການປ້ອງກັນ ແລະຄວບຄຸມພະຍາດດັ່ງກ່າວຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ. ຄຳກິ່ງແກ້ວ ປັດທຳມະວົງ ຮອງເຈົ້າເມືອງບາຈຽງຈະເລີນສຸກ, ທ່ານ ດຣ. ສີວິໄຊ ໄຊຍະສານ ຮອງຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ, ມີຫົວໜ້າຫ້ອງການ – ຮອງຫ້ອງການ, ເລຂາຄະນະພັກຮາກຖານກຸ່ມບ້ານ ແລະ ພະນັກງານວິຊາການແພດປະຈຳສຸກສາລາເຂົ້າຮ່ວມ.

ທ່ານ ປອ. ຄຳກິ່ງແກ້ວ ປັດທຳມະວົງ ໄດ້ຜ່ານຄຳສັ່ງແນະນຳເລກທີ 015/ສພກ ລົງວັນທີ 24 ມີນາ 2020 ວ່າດ້ວຍການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19, ຮັບຟັງການຜ່ານມາດຕະການໃນການເຝົ້າລະວັງການລະບາດຂອງພະຍາດໂຄວິດ – 19, ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງບາຈຽງຈະເລີນສຸກ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ – 19 ຜ່ານຄຳສັ່ງແນະນຳເພີ່ມຕື່ມຂອງກົມຄວບຄຸມພະຍາດຕິດຕໍ່ ສະບັບເລກທີ 341/ກຄພຕ ລົງວັນທີ 22 ມີນາ 2020 ກ່ຽວກັບການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງໃນໄລຍະ 14 ວັນ ສຳລັບຜູ້ທີ່ເດີນທາງມາຈາກຕ່າງປະເທດ. ພ້ອມນັ້ນ, ຍັງໄດ້ມີການແລກປ່ຽນປະກອບຄຳເຫັນ ເພື່ອວາງມາດຕະການເຝົ້າລະວັງ ແລະ ການຫຼຸດຜ່ອນຄວາມສ່ຽງຕໍ່ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ -19.

ທ່ານ ດຣ. ສີວິໄຊ ໄຊຍະສານ ຮອງຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ ຍັງໄດ້ເນັ້ນໃຫ້ທຸກພາກສ່ວນເອົາໃຈໃສ່ໃນການດຳເນີນມາດຕະການຕ່າງໆຢ່າງເຂັ້ມງວດ ເພື່ອປ້ອງກັນ ແລະ ຫຼຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ – 19.