ນັກເສດຖະສາດແນະນໍາໃຫ້ລັດແຈກເງິນປະຊາຊົນໄລຍະໂຄວິດລະບາດ

135
UNITED STATES - Circa 1950s: Change Purse With Bills And Coins. (Photo by H. Armstrong Roberts/Retrofile/Getty Images)

ທ່ານ ໂຈເຊບ ສະຕິກກິດ ນັກເສດຖະສາດລາງວັນໂນເບວຊີ້ວ່າ:ສະຖານະການໂຄວິດ-19ລະບາດຖືເປັນວິກິດທີ່ແຕກຕ່າງອອກໄປຈາກຄັ້ງທີ່ຜ່ານມາເນື່ອງຈາກບໍ່ແມ່ນແຕ່ບັນຫາເລື່ອງດີມານຂອງຕະຫຼາດ,ແຕ່ເປັນບັນຫາດ້ານສາທາລະນະສຸກທີ່ເຮັດໃຫ້ການດໍາລົງຊີວິດຕ່າງໆຕ້ອງຢຸດກັບທີ່ເພື່ອຄວບຄຸມພະຍາດ.ສະນັ້ນ,ການສ້າງດີມານຜ່ານການຊຸກຍູ້ເສດຖະກິດຈຶ່ງບໍ່ຊ່ວຍແກ້ບັນຫາໄດ້ຖືກຈຸດ.

ນັກເສດຖະສາດລາງວັນໂນເບວແນະນໍາວ່າ:ມາດຕະການທີ່ຈະໄດ້ຜົນຄື,ມາດຕະການແບບເຈາະຈົງໂດຍເນັ້ນໄປທີ່ການຊ່ວຍເຫຼືອປະຊາຊົນທີ່ຕົກຢູ່ພາຍໃຕ້ຄວາມເຄັ່ງຕຶງຫຼາຍໂດຍລັດຖະບານອາດຈໍາເປັນຕ້ອງໃຊ້ເງິນຈໍານວນມະຫາສານເພື່ອແຈກຢາຍໃຫ້ກັບຄົນທີ່ກໍາລັງຕົກຢູ່ພາຍໃຕ້ຄວາມເຄັ່ງຕຶງ,ການໃຊ້ຈ່າຍຂອງພາກລັດທ່າມກາງສະຖານະການນີ້ໂດຍບໍ່ສົນໃຈເລື່ອງຂາດດຸນງົບປະມານເປັນສິ່ງທີ່ຖືກຕ້ອງ.

ທັງນີ້,ບັນຫາຂາດດຸນງົບປະມານລັດຖະບານປະເທດຕ່າງໆຕ້ອງໄປຈັດການໃນອະນາຄົດເນື່ອງຈາກສະໄໝສົງຄາມໂລກຄັ້ງທີ2ບໍ່ມີການຖາມວ່າປະເທດມີເງິນຈ່າຍບໍ່,ພຽງແຕ່ປະເທດໃຊ້ຈ່າຍເງິນຕາມຄວາມຈໍາເປັນເທົ່ານັ້ນ.

ໂດຍຂໍ້ສະເໜີແນະຂອງ ສະຕິກກິດ ສອດຄອງກັບມາດຕະການແຈກຢາຍເງິນຂອງຫຼາຍປະເທດເຊັ່ນເຂດປົກຄອງພິເສດຂອງຈີນຢາງຮົງກົງເຊິ່ງແຈກຢາຍເງິນໃຫ້ປະຊາຊົນທຸກຄົນທີ່ມີອາຍຸກາຍ18ປີຄົນລະ10.000ໂດລາຮົງກົງ.

ປັດຈຸບັນການລະບາດຂອງພະຍາດດັ່ງກ່າວຮ້າຍແຮງເກີນຄວາມຄາດໝາຍເມື່ອສູນກາງການລະບາດຍ້າຍຈາກຈີນໄປຍັງກຸ່ມປະເທດເອີຣົບຕາເວັນຕົກໂດຍປະເທດເອີຣົບທີ່ມີຂະໜາດຜູ້ຕິດພະຍາດຕິດອັນດັບ10ອັນດັບທໍາອິດຂອງໂລກບໍ່ວ່າຈະເປັນເຢຍລະມັນ,ຝຣັ່ງ,ອີຕາລີໂດຍໜັກທີ່ສຸດຄືອີຕາລີເຮັດໃຫ້ຫຼາຍປະເທດເອີຣົບເຖິງຂັ້ນປິດປະເທດ.ສ່ວນອາເມຣິກາຕິດພະຍາດ ແລະ ເສຍຊີວິດຫຼາຍຂຶ້ນເຮັດໃຫ້ສຸດທ້າຍຕ້ອງປະກາດພາວະສຸກເສີນທົ່ວປະເທດ.

ການລະບາດສ້າງຄວາມຕົກໃຈໃນລະດັບທີ່ຮຽກວ່າບໍ່ເຄີຍເກີດຂຶ້ນມາກ່ອນໃນປັດຈຸບັນ,ສົ່ງຜົນກະທົບຢ່າງຮ້າຍແຮງໄປຍັງເສດຖະກິດເປັນຕົ້ນຕະຫຼາດຮຸ້ນທີ່ພາກັນຕົກຖ້ວນໜ້າໃນອັດຕາ8-10%ຕໍ່ມື້ເຊັ່ນດັດຊະນີຮຸ້ນດາວໂຈນຂອງອາເມຣິກາຕົກລົງຫຼາຍນັບຕັ້ງແຕ່ວັນທີ24ເດືອນ ກຸມພາທີ່ຜ່ານມາຫຼັງຈາກນັ້ນດາວໂຈນກໍຍັງຕົກຕໍ່ເນື່ອງເຖິງວ່າບາງມື້ຈະສະລັບຂຶ້ນແດ່,ແຕ່ກໍບໍ່ສາມາດຊົດໃຊ້ສ່ວນທີ່ເສຍຫາຍ.

ໃນຄວາມພະຍາຍາມທີ່ຈະສ້າງຄວາມເຊື່ອໝັ້ນໃຫ້ຕະຫຼາດ,ທະນາຄານກາງອາເມຣິກາຫຼືເຟດມີມະຕິປັບຫຼຸດອັດຕາດອກເບ້ຍສຸກເສີນນອກວາລະກອງປະຊຸມເມື່ອບໍ່ດົນມານີ້ໂດຍຫຼຸດລົງໄປຫຼາຍເຖິງ0,5%ໄປຢູ່ທີ່1-1,25%ແຕ່ກັບເຮັດໃຫ້ຕະຫຼາດຕົກໃຈລົງໄປອີກ ແລະ ໃນອາທິດທີ່ຜ່ານມາເມື່ອທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາປະກາດບໍ່ອະນຸຍາດໃຫ້ຄົນເອີຣົບເດີນທາງເຂົ້າປະເທດເພື່ອສະກັດພະຍາດ.

ເມື່ອສະຖານະການພະຍາດຮ້າຍແຮງໃນອັດຕາເພີ່ມຂຶ້ນ,ເຟດສ້າງຄວາມຕະລຶງໃຫ້ກັບຕະຫຼາດອີກຄັ້ງດ້ວຍການມີມະຕິປັບຫຼຸດດອກເບ້ຍຢ່າງສຸກເສີນ1%ເມື່ອກາງເດືອນ ທີ່ຜ່ານມາເຮັດໃຫ້ອັດຕາດອກເບ້ຍລົງໄປຈຸລະດັບ0%ເປັນການປັບຫຼຸດລົງນອກປະຊຸມປົກກະຕິ.

ເຮັດໃຫ້ເຟດນອກຈາກຈະຫຼຸດດອກເບ້ຍລົງຫຼາຍ ແລະ ວ່ອງໄວແລ້ວ,ເຟດຍັງປະກາດອັດສີດເງິນເຂົ້າລະບົບຜ່ານນະໂຍບາຍຄິວອີເປັນຈໍານວນເງິນ700.000ລ້ານໂດລາ.